ສ​ປ​ປ ລາວ ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ​ທີ່​ສຸດ

SA Game

laoedaily.com.

ສປປ ລາວ ມີແຫຼ່ງທ່ອງທ່ຽວທາງທໍາມະຊາດກວ່າ 1300 ກວ່າແຫ່ງໃນ​ທົ່ວ​ປະ​ເທ​ດ

ຄວາມ​ອຸ​ດົມ​ສົມ​ບູນ​ທາງ​ທຳ​ມະ​ຊາດຂອງປະເທດ​ລາວບໍ່​ໄດ້​ນ້ອຍ​ໜ້າ​ປະ​ເທດ​ອື່ນ​ເຊິ່ງ​ຈາກ​ການ​ສຳ​ຫລວດ​ຂໍ້​ມູນ​ຜ່ານ​ມາ, ປະ​ເທດ​ລາວອຸດົມສົມບູນໄປດ້ວຍສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທໍາ.

ໃນນີ້, ແຫຼ່ງທ່ອງທ່ຽວທາງທໍາມະຊາດ ແມ່ນກວມອັດຕາສ່ວນໃຫຍ່ ມີເຖິງ 1.314 ແຫ່ງ ຈາກ 2.199 ແຫ່ງ ໃນທົ່ວປະເທດ.

ອີງຕາມບົດລາຍງານສະຖິຕິການທ່ອງທ່ຽວຂອງ ສປປ ລາວ ປີ 2021 ໃຫ້ຮູ້ວ່າ:

ໃນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ ຈາກການສໍາຫຼວດໃນປີ 2021 ທັງໝົດ 2.199ແຫ່ງ ແລະ ຫຼາຍກວ່າແມ່ນແຫຼ່ງທ່ອງທ່ຽວທາງທໍາມະຊາດ ມີເຖິງ 1.314 ແຫ່ງ. ໃນນີ້, ໄດ້ຈັດແບ່ງປະເພດຂອງສະຖານທີ່ທ່ອງທ່ຽວອອກເປັນ 3 ປະເພດແຫຼ່ງທ່ອງທ່ຽວຄື:

ແຫຼ່ງທ່ອງທ່ຽວທໍາມະຊາດ ມີ 1.314ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 591 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 294 ແຫ່ງ ຢູ່ໃນ 18 ແຂວງທົ່ວປະເທດ.

SA Game
laoedaily.com.

ສໍາລັບແຫຼ່ງທ່ອງທ່ຽວທາງທໍາມະຊາດ ມີທັງໝົດ 1.314ແຫ່ງ ມີຫຼາຍທີ່ສຸດແມ່ນຢູ່ແຂວງວຽງຈັນ 171 ແຫ່ງ, ຄໍາມ່ວນ 143 ແຫ່ງ, ຈໍາປາສັກ 127 ແຫ່ງ, ຫຼວງພະບາງ 114, ບໍລິຄໍາໄຊ 100 ແຫ່ງ, ຊຽງຂວາງ 79 ແຫ່ງ, ສະຫວັນນະເຂດ 74 ແຫ່ງ, ໄຊຍະບູລີ 70 ແຫ່ງ, ໄຊສົມບູນ 57 ແຫ່ງ, ຫຼວງນໍ້າທາ 55 ແຫ່ງ, ອຸດົມໄຊ 54 ແຫ່ງ, ບໍ່ແກ້ວ 53 ແຫ່ງ, ສາລະວັນ 50 ແຫ່ງ, ນະຄອນຫຼວງວຽງຈັນ 45 ແຫ່ງ, ຫົວພັນ 43 ແຫ່ງ, ອັດຕະປື 33 ແຫ່ງ, ຜົ້ງສາລີ 27 ແຫ່ງ ແລະ ເຊກອງ 19 ແຫ່ງ.

ສ່ວນແຫຼ່ງທ່ອງທ່ຽວທາງວັດທະນະທໍາ ມີ 591ແຫ່ງ ຫຼາຍທີ່ສຸດແມ່ນແຂວງຫຼວງພະບາງ 77ແຫ່ງ, ຜົ້ງສາລີ 74 ແຫ່ງ, ຈໍາປາສັກ 55 ແຫ່ງ, ຫຼວງນໍ້າທາ 47 ແຫ່ງ, ຊຽງຂວາງ 44 ແຫ່ງ, ອຸດົມໄຊ 40 ແຫ່ງ, ສາລະວັນ 38 ແຫ່ງ, ຄໍາມ່ວນ 33 ແຫ່ງ, ສະຫວັນນະເຂດ 32 ແຫ່ງ, ຫົວພັນ 28 ແຫ່ງ, ວຽງຈັນ 25 ແຫ່ງ, ນະຄອນຫຼວງວຽງຈັນ 24 ແຫ່ງ, ໄຊຍະບູລີ 19 ແຫ່ງ, ອັດຕະປື 18 ແຫ່ງ, ບໍ່ແກ້ວ 14 ແຫ່ງ, ບໍລິຄໍາໄຊ 12 ແຫ່ງ, ເຊກອງ 6 ແຫ່ງ ແລະ ໄຊສົມບູນ 5 ແຫ່ງ

SA Game
laoedaily.com.

ນອກຈາກນີ້, ຍັງມີແຫຼ່ງທ່ອງທ່ຽວ ປະຫວັດສາດ ລວມທັງໝົດ 294 ແຫ່ງ ຫຼາຍທີ່ສຸດແມ່ນຢູ່ແຂວງ ຫົວພັນ 62 ແຫ່ງ, ຈໍາປາສັກ 35 ແຫ່ງ, ຫຼວງພະບາງ 33 ແຫ່ງ, ຄໍາມ່ວນ 31 ແຫ່ງ, ຊຽງຂວາງ 23 ແຫ່ງ, ນະຄອນຫຼວງ 15 ແຫ່ງ, ໄຊສົມບູນ 13 ແຫ່ງ, ອຸດົມໄຊ 12 ແຫ່ງ, ອັດຕະປື 12 ແຫ່ງ, ສະຫວັນນະເຂດ 11ແຫ່ງ, ບໍ່ແກ້ວ 10 ແຫ່ງ, ເຊກອງ 9 ແຫ່ງ, ຫຼວງນໍ້າທາ 7 ແຫ່ງ, ໄຊຍະບູລີ 7 ແຫ່ງ, ສາລະວັນ 6 ແຫ່ງ, ວຽງຈັນ 4 ແຫ່ງ, ຜົ້ງສາລີ 4 ແຫ່ງ ແລະ ບໍລິຄໍາໄຊ 3 ແຫ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com