ຈະ​ສ້າງ​ເສັ້ນ​ທາງ​ເພື່ອ​ເຊື່ອມ​ຫາ ໂຄງການກໍ່ສ້າງພະເຈົ້າໃຫຍ່ ຢູ່ພູ 106

ແຂວງບໍ່ແກ້ວ ກຽມ​ສ້າງເສັ້ນທາງຕັດໃໝ່​ໃນ​ການເຊື່ອມຕໍ່ໂຄງການກໍ່ສ້າງພະເຈົ້າໃຫຍ່.

ແຂວງ​ບໍ່​ແກ້ວ​ໄດ້​ມີ​ໂຄງ​ການ​ທີ່​ຈະ​ສ້າງ​ພະ​ເຈົ້າ​ໃຫຍ່​ເພື່ອ​ເປັນ​ສັນ​ຍາ​ລັກ ແລະ ເປັນ​ບ່ອນ​ທີ່​ຊາວ​ພຸດ​ໃຫ້​ຄວາມ​ເຄົາ​ລົບ​ນັບ​ຖື ໃຫ້​ຫລາຍໆ​ຄົນ​ໄດ້​ມາ​ກາບ​ໄຫວ້​ບູ​ຊາ, ຕາມ​ຂໍ້​ມິນ​ຂອງ ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພະແນກການກ່ຽວຂ້ອງ ລົງກວດກາເບິ່ງເຂດເສັ້ນທາງຕັດໃໝ່ ທີ່ຜ່ານເຊື່ອມຕໍ່ໂຄງການສ້າງພະເຈົ້າໃຫຍ່ ຢູ່ພູ 106

ເພື່ອເບິ່ງສະພາບເນື້ອທີ່ດິນທີ່ກຳນົດ ແລະ ສະຫງວນໄວ້ ເພື່ອຈັດສັນຂະຫຍາຍເປັນຕົວເມືອງ ແລະ ຮັບໃຊ້ໃຫ້ແກ່ໂຄງການພັດທະນາຕ່າງໆຂອງລັດໃນຕໍ່ໜ້າ ເພື່ອຮອງຮັບໃຫ້ແກ່ການລົງທຶນດ້ານການທ່ອງທ່ຽວ, ການບໍລິການຕ່າງໆ, ກະສິກຳ, ອຸດສາຫະກຳ ແລະ ຈັດສັນທີ່ພັກອາໄສ ທີ່ຕິດພັນກັບໂຄງການສ້າງພະເຈົ້າໃຫຍ່ ຢູ່ພູ 106.

SA Game
ຂ​ປ​ລ

ເນື້ອທີ່ໃນຂອບເຂດດັ່ງກ່າວ ມີຫລາຍພໍສົມຄວນ ທີ່ຢູ່ຕິດກັບເທສະບານ ເໝາະສົມໃຫ້ແກ່ການລົງທຶນດ້ານຕ່າງໆ ເຊິ່ງເສັ້ນທາງຕັດໃໝ່ຈະເປັນທາງເວັ້ນຈາກຕົວເມືອງຫ້ວຍຊາຍ ຈາກເສັ້ນທາງ R3 ຈຸດດອຍນາແລ ກົງກັນຂ້າມທາງເຂົ້າບ້ານຈອມຈຸກ ເສັ້ນທາງຈະທະລຸອອກທາງບ້ານຫ້ວຍ, ປັດຈຸບັນແມ່ນທະລຸມາຮອດເຊື່ອມຕໍ່ກັບ ເສັ້ນທາງໂຄງການກໍ່ ສ້າງພະເຈົ້າໃຫຍ່ ຢູ່ພູ 106.

SA Game
ຂ​ປ​ລ

ຖອກາດດຽວກັນ, ທ່ານເຈົ້າແຂວງບໍ່ແກ້ວ ພ້ອມຄະນະ ຍັງໄດ້ກວດກາເບິ່ງການກໍ່ສ້າງສາລາໂຮມທຳ ເພື່ອລະດົມທຶນກໍ່ສ້າງພະເຈົ້າໃຫຍ່ ຢູ່ພູ 106 ເພື່ອຕິດຕາມສະພາບຕົວຈິງປະເມີນຄືນ ມູນຄ່າການກໍ່ສ້າງສາລາໂຮມທຳ ທີ່ເຫັນວ່າມີມູນຄ່າສູງ ເພື່ອໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ບໍລິສັດຜູ້ຮັບເໝົາກໍ່ສ້າງ ເບິ່ງຄືນໃຫ້ເໝາະສົມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ເຊິ່ງປັດຈຸດບັນ, ການກໍ່ສ້າງໄດ້ມີຄວາມຄືບໜ້າສຳເລັດຫລາຍດ້ານ ເປັນຕົ້ນ ພື້ນຖານໂຄງສ້າງ, ໄດ້ກໍ່ໂບກ, ເທພື້ນສຳເລັດ ແລະ ຍັງຈະສືບຕໍ່ມຸງຫລັງຄາ, ປູກະໂລ ແລະ ຕົບແຕ່ງ ແມ່ນສາມາດນຳໃຊ້ໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ