ພະ​ທາດ​ມິ່ງ​ຂັວນ​ເທິງ​ພູ​ຟ້າ​ງາມ​ສະ​ງ່າ​ທີ່​ແຂວງ​ຜົ້ງ​ສາ​ລີ

SA Game

ພາບ: kpl

​ທີ່ພູ​ຟ້າ ​ກາບ​ໄຫວ້ພ​ຣະ​ທາດ​ມິ່ງ​ຂວັນອັນ​ສັກ​ສິດ​ຂອງ​ແຂວງ​ຜົ້ງ​ສາ​ລີ.

ຖ້າ​ຈະ​ເວົ້າ​ເຖິງ​ຜົ້ງ​ສາ​ລີ​ກໍ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ທຳ​ມະ​ຊາດ​ພູ​ຜ່າ​ປ່າ​ດົງ​ອັນ​ງົດ​ງາມ​ອາ​ກາດ​ເຢັນ​ສະ​ບາຍ​ເຊິງພູ​ຟ້າ​ຕັ້ງ​ຢູ່​ທິດຕາ​ເວັນ​ອອກສ່ຽງ​ເໜືອ​​ ຂອງຕົວ​ເມືອງ​ຜົ້ງ​ສາລີ, ເປັນພູທີ່ສວຍສົດງົດງາມ, ມີ​ຄວາມ​ສູງ​ຈາກ​ລະດັບ​ໜ້າ​ນ້ຳ​ທະ​ເລ 1.625 ​​ແມັດ, ມີ​ເນື້ອ​ທີ​ປ່າ​ທຳ​ມະ​ຊາດອ້ອມຕາມ​ສັນພູ​ຟ້າ 200 ​ເຮັກຕາ.

​​ເທິງ​ພູ​ຟ້າມີພຣະທາດ​ມິ່ງຂວັນ​ພູ​ຟ້າຕັ້ງ​ຢູ່​ຈອມ​ຈຸດ​ສູງ​ສຸດ​ຂອງ​ພູ​ ​ສຳ​ເລັດການກໍ່ສ້າງໃນ​ປີ 2006 ​ເປັນພຣະທາດທີ່​ຊາວ​ແຂວງ​ຜົ້ງ​ສາລີ​​ເຄົາລົບ ​ ​ແລະ ສັກກາ​ລະ​ບູຊາ, ​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ເທສະບານ​ເມືອງ​ຜົ້ງ​ສາລີ ​ກໍ​​ແນມ​ເບິ່​ງ​ເຫັນ​ພຣະທາດ​ມິ່ງຂວັນ​ພູ​ຟ້າ ຕັ້ງ​ຢ່າງ​ສະງ່າ​ຜ່າ​ເຜີຍ​ ປະດັບ​ໃຫ້​ແກ່​ຕົວ​ເມືອງ​ຜົ້ງ​ສາລີ ເໝືອນດັ່ງ​ຕົວ​ເມືອງ​ສະຫວັນ​ຊັ້ນ​ຟ້າ.

SA Game
ພາບ: kpl

ພູ​ຟ້າ​ຕາມ​ຊື່​ເດີມ​ ​ເອີ້ນ​ວ່າ: “​ປົວ​ພູບ” ​ເຫດຜົນ​ທີ່​ປ່ຽນ​ຊື່​ມາ​ເປັນ​ “ພູ​ຟ້າ” ນັ້ນ​ແມ່ນມາ​ຈາກ​ສຳນຽງການ​ເວົ້າ​ຂອງ​ຄົນ​ຝຣັ່ງ ທີ່​ຟັງ​ສຳນຽງ​ພາສາ​ຊົນ​ເຜົ່າ​ຜູ້​ນ້ອຍ​ບໍ່​ແຈ້ງ​ ຫລື​ ເວົ້າ​ບໍ່​ຂອດ ​ເລີຍ​ເຮັດ​ໃຫ້​ຄຳ​ວ່າ ​“ປົວ​ພູບ” ປ່ຽນ​ມາ​ເປັນ​ “ພູ​ຟ້າ” ​ແລ​ະ​ພູຕັ້ງຢູ່​ດິ​ນ​ແດນ​ເໜືອ​ສຸດ​ ຂອງ​ປະ​ເທດ​ລາວ ​ຕັ້ງ​ຢູ່​ພູ​ສູງ​ຄ້າຍ​ຄືກັບ​ພູ​ຂອງ​ສະຫວັນ​ຊັ້ນ​ຟ້າ.ພ້ອມມີດ​ອກ​ໄມ້​ນາໆຊະ​ນິດ​ເບ່ງ​ບານ​ຢ່າງ​ງົດ​ງາມ ​​ເຊັ່ນ ດອກ​ຄາຍປ່າ​ທີ່​ເບັ່ງ​ບານ​ແດງ​ສະພັງ​ຕາມ​ເປີ້ນພູ​ຟ້າ ​ເຊິ່ງ​ແຂກ​ຫລາຍ​ຄົນທີ່​ມາ​ເຫັນ​ກໍໃຫ້​ສາ​ຍາ​ນາມ​ວ່າ: “​ແດນ​ສະ​ກຸລະ” ນອກ​ນີ້​ຍັງ​ມີດອກ​ປີດ, ດອກ​ແຄ… ​ເຖິງຢ່າງ​ໃດ​ກໍຕາມ​ພູ​ຟ້າ​​ ແມ່ນ​ເປັນ​ສະຖານ​ທີ່​ສັກກາ​ລະ​ບູຊາ ​ແລະ ​ເປັນສະຖານ​ທີ່​ຊົມ​ວິວທີ່​ງົດ​ງາມ​ຂອງ​ຕົວ​ເມືອງ​ຜົ້ງ​ສາລີ ​ເຊິ່ງ​ນັກ​ທ່ອງ​ທ່ຽວ​ຫລາຍ​ທ່ານ​ທີ່​ຂຶ້ນ​ມາ ​ຊົມ​ວິ​ວ ​​ໄດ້ໃຫ້​ສາ​ຍາ​ນາມ​ວ່າ “​ເປັນ​​ເມືອງ​ແຫ່ງ​ສະຫວັນ”​ ​ແລະ ​ໃນ​ຍາມໜາວ​ຈະ​ເຫັນ​ສາຍ​ໝອກ ​ທີ່​ສວຍ​ງາມ​ປົກ​ຄຸມ​ຕາມ​ຮ່ອມ​ພູ ​ແລະ ຕົວ​ເມືອງ​ຜົ້ງ​ສາລີ ສົມ​ກັບ​ຄຳ​ວ່າ: “​ເມືອງ​ແຫ່ງ​ທະ​ເລ​ໝອກ”.

SA Game
ພາບ: kpl

ຖ້າ​ຈະ​ຂຶ້ນ​ຢ້ຽມຊົມ ຫລື ສຳ​ພັດບັນຍາກາດ​ທີ່​ຈອມ​ພູ​ຟ້າ ​ແມ່ນມີ 2 ເສັ້ນທາງ​ທີ່​ຈະ​ສາມາດ​ໄປ​ເຖິງຈຸດ​ດັ່ງ​ກ່າວຄື: ການຍ່າງ​ຈາກ​ຕົວ​ເມືອງ​​ແຕ່ຕີນ ​ພູຂຶ້ນ​ທາງ​ຂັ້ນ​ໄດ ​ເຊິ່ງ​ມີ​ຂັ້ນທັງ​ໝົດ 863 ຂັ້ນ ​ໃຊ້​ເວລາ​ປະມານ 40 ນາທີ​ກໍ່ໄປ​ເຖິງຈອມ​ພູ​ຟ້າ​ໄດ້ ​ແລະ ອີກ​ທາງ​ໜຶ່ງສຳລັບ​ທ່ານ ​ໃດ​ທີ່​ບໍ່​ຍາກ​ອອກ​ແຮງ​ຫລາຍ​​ແມ່ນ​ສາມາດ​ ຂີ່​ລົດ​ຂຶ້ນ​ໄປ​ຕາມ​ທາງ​ຄົດ​ໂຄ້ງ​ຄ້າຍຄື​ກົ້ນຫອຍ ອ້ອມຂຶ້ນ​ແຕ່​ຕີນ​ພູ​ເຖິງຈອມ ​ແຕ່​ດີ​ແທ້​ແມ່ນ​ຍ່າງຂຶ້ນ​ຈະ​​ດີກ​ວ່າ ​ເພາະ​ຈະ​ໄດ້​ສຳ​ຜັດ​ກັບ​ບັນຍາກາດ​ສົດໆ ​ຂອງ​ປ່າ​ໄມ້, ສັດ​ນາໆຊະນິດ ​ແລະ ບາງ​ຄັ້ງ​ກໍ​ອາດ​ຈະ​ພົບ​ເຫັນຟານ ຫລື ໝູ​ປ່າ ​ແລະ ສັດອື່ນໆ ສ່ວນຢູ່​ຕາມ​ທາງ​ຂຶ້ນ​ກໍ​ມີ​ຈຸດ​ຜັກ​ຜ່ອນ​ຊົມ​ວິວ ​ແລະ ຈຸດ​ໃຫ້​ບໍລິການ​ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ ​ແລະ ອາຫານ​, ເຄື່ອງ​ດື່ມ​ໄວ້​​ບໍລິການ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມ​ຊົມ. ​ເມື່ອ​ທ່ານ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ພູ​ຟ້າ ນັ້ນ​ກໍຄືຈຸດ​ທີ່​ຕັ້ງ​ຂອງ ພຣະທາດ​ມິ່ງຂວັນພູ​ຟ້າ ​ເຊິ່ງ​ທ່ານ​ສາມາດ​ ​ກາບ​ໄຫ້ວ​ພຣະທາດ​ດັ່ງກ່າວ ​ແລະ ຢູ່ຕໍ່ໜ້າ​ພຣະທາດ​ຈະ​ມີ​​ເດີ່ນ ​ທີ່​ເປັ​ນຈຸ​ດຊົມ​ວິວ​ເມືອງ​ຜົ້ງ​ສາລີ, ທະ​ເລ​ໝອກ​ທີ່​ສວຍ​ງາມ ​ແລະ ສຳ​ພັດສູບ​ເອົາ​ອາກາດ​ທີ່​ບໍລິສຸດ ​ພ້ອມ​ຄວາມ​ຊຸ່ມ​ເຢັນ​ນະ​ທີ່​ນີ້.

ປີ​ນີ້​ ​ເປັນ​ປີ​ທ່ອງ​ທ່ຽວ​ລາວ 2018 ​ທາງ​ຄະນະ​ຮັບຜິດຊອບ ​ແລະ ອານຸລັກ​ຮັກສາ​ພູ​ຟ້າ ໄດ້​ປັບປຸງ​​​ເຂດ​ທ່ອງ​ທ່ຽວ​ພູ​ຟ້າ​ ເພື່ອ​ຕ້ອນ​ຮັບ​ແຂກ​ຄົນທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດທີ່​ມາ​ຢ້ຽມ​ຊົມ, ​ພ້ອມເຊີນຊວນ​ບັນດາ​ທ່ານຍາດ​ເວລາ​ ມາ​ທ່ຽວ​ຊົມ​ພູ​ຟ້າ​ແດນ​ສະຫວັນ​ຜົ້ງ​ສາລີ ​ ເຊິ່ງ​ເປັນ​ອີກ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ​ສຳ​ຄັນ ​ແລະ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່ໜ້າ​ຄົ້ນ​ຫາ​ ຖ້າ​ມາ​ຜົ້ງ​ສາລີ​ແລ້ວ​ ບໍ່​ໄດ້​ຂຶ້ນ​ພູ​ຟ້າ ກໍ​ສ່ຳກັບ​ວ່າ​ມາ​ບໍ່ຮອດ​ຜົ້ງ​ສາລີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: KPL.