ປະເພນີຂໍ​ຝົນທີ່ຄົນລາວເຄີຍເຮັດກັນມາແຕ່ສະໄໝບູຮານ.

SA Game

ພາບ: ອິນ​ໄຊ​ລາວ.

ຮີດ​ຄອງ​ລາວປະເພນີຂໍ​ຝົນທີ່ຄົນລາວປະ​ຕິ​ບັດ​ສືບ​ທອດ​ກັນ​ມາແຕ່ສະໄໝບູຮານ.

ຖ້າ​ຈະ​ເວົ້າ​ເຖິງ​ປ​ະ​ເພ​ນີ​ບູນ​ຮານ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ປະ​ຕິ​ບັດ​ກັນ​ມາ​ກໍ​ມີ​ຫລາຍໆ​ພິ​ທີ່​ທັງ​ແປກໆ ໜ້າ​ຄົ້ນ​ຫາ ແລະ ບາງ​ປະ​ເພ​ນີ​ກໍ​ຄ້າຍ​ຄື​ກັບ​ວ່າ​ໄດ້​ຜົນ​ແທ້​ຈິງ, ແລະ ຖ້າ​ຈະ​ເວົ້າ​ເຖິງ​ປະ​ເພ​ນີ​ຂໍ​ຟ້າ​ຂໍ​ຝົນ​ກໍ​ແມ່ນ​ອີກ​ປະ​ເພ​ນີ​ໜຶ່ງ​ທີ່​ສຶ​ບ​ຕໍ່​ກັນ​ມາ​ເຊິງ​ຈະ​ເຮັດ​ໃນ​ຍາມ​ທີ່​ແຫ້ງ​ແລ້ງ​ຝົນ​ຟ້າ​ບໍ່​ຕົກ​ຂາດ​ນ້ຳ​ໃນ​ການ​ເຮັດ​ໄຮ່​ເຮັດ​ນາ​ຈິ່ງ​ມີ​ພິ​ທີ​ຂໍ​ຝົນ​ນີ້.

ໃນປັດຈຸບັນນີ້, ຄົນລາວຮຸ້ນໜຸ່ມ ບໍ່ຄ່ອຍສົນໃຈພໍປານໃດກັບພິທີກຳບູຮານທີ່ຜູ້ເຖົ້າຜູ້ແກ່ລາວເຄີຍປະຕິບັດກັນມາ ເພາະວ່າ ໃນປັດຈຸບັນນີ້ ມີວິທະຍາສາດເຕັກນິກ ຄົນສາມາດຮູ້ທີ່ມາຂອງຟ້າຝົນ ແລະສາມາດສ້າງມັນຂຶ້ນມາເອງໄດ້ (ຝົນທຽມ) ເລີຍບໍ່ຈຳເປັນຕ້ອງເຊື່ອຖືຄວາມເຊື່ອເຫຼົ່ານັ້ນ.

SA Game
ພາບ: ອິນ​ໄຊ​ລາວ.

ໃນ​ນີ້ໄດ້ນຳເອົາພິທີກຳການສວດຄາຖາຂໍຝົນຂອງຄົນລາວເຮົາໃນສະໄໝບູຮານມານຳສະເໜີ ເຊິ່ງເປັນຄວາມໃໝ່, ແປກໆ ແດ່ກໍວ່າໄດ້.

ມີທີ່ມາດັ່ງນີ້:

ມີຕຳນານກ່າວໄວ້ວ່າ: ໃນອະດີດຕະການນັ້ນ, ພຣະໂພທິສັດໄດ້ສະເຫວີຍພະຊາດເປັນປາຄໍ່ ແຕ່ພຣະອົງບໍ່ເຄີຍກິນປາເລັກປານ້ອຍ,ສັດນ້ອຍ ເຄີຍກິນແຕ່ໄຄນ້ຳ ແລະເທົາ ຢ່າງອື່ນແທນ. ຄັນຝົນແລ້ງ ນ້ຳເຫືອດແຫ້ງ ປາໂຕອື່ນກຳລັງຈະຕາຍ ພຣະໂພທິສັດຈຶ່ງໂຜ່ຂຶ້ນມາຈາກຂີ້ຕົມ ແຫງນໜ້າຂຶ້ນຟ້າ ແລ້ວຕັ້ງສັດຈະວາຈາວ່າ: “ເບິ່ງກ່ອນ ເມກຝົນ ເຖິງວ່າຂ້າພະເຈົ້າເປັນປາ ຂ້າພະເຈົ້າກໍບໍ່ໄດ້ກິນປາ ແລະບັງບຽດປາ ມາຕອນນີ້,ເພື່ອນຮ່ວມຊາດ ແລະຕົວຂ້າພະເຈົ້າກຳລັງທຸກຫຼາຍ ແລະກຳລັງຊິຕາຍເພາະວ່າຂາດນ້ຳ. ດ້ວຍອານຸພາບແຫ່ງສິນບາລະມີ ແລະສັດຈະບາລະມີ ຂໍໃຫ້ຝົນຕົກຈົ່ງລົງມາ ໃຫ້ຊີວິດຊີວາແກ່ເຮົາດ້ວຍເຖີດ.” ຄັນຄົບສັດຈະວາຈາຂອງໂພທິສັດ ຝົນກໍຕົກລົງມາຢ່າງງົດງາມ ບໍ່ມີຟ້າຮ້ອງ, ຟ້າແມບ ແລະຟ້າຜ່າເລີຍ.

ພິທີກຳ: ໃຫ້ແຕ່ຄືກັບແຕ່ງໃນງານມຸງຄຸນທົ່ວໆໄປ ນິມົນພຣະພິກຂຸ ຈຳນວນຄີກ ຄື 5 ອົງ, 7 ຫຼື 9 ອົງ ມາສູດຄາຖາຂໍຝົນ. ໃຫ້ສວດ7 ຄືນ ເປັນຄາຖາຂໍຝົນ ຄືນລະ 3 ຮອບກໍພໍ ເພື່ອໃຫ້ໄດ້ຜົນ ໃຫ້ຍາດໂຍມທີ່ມາຮ່ວມພິທີຮັບສິນທຸກເທື່ອ ສະເພາະຄົນທີ່ເຖົ້າ ໃຫ້ຈຳສິນເຂົ້າພິທີທັງ 7 ມື້ຈົນຈົບ, ສຳລັບພຣະສວດມື້ແຮກ ໃຫ້ຕັ້ງສວດພຣະພຸດທະມົນກ່ອນ ແລ້ວສວດຄາຖາຂໍຝົນສຸດທ້າຍ ອີກ 6 ມື້ຫຼັງ ໃຫ້ສວດ ນະໂມ ໆລໆ ແລ້ວສວດພຽງຄາຖາຂໍຝົນເລີຍ ມື້ລະ 3ຈົບ ແລ້ວຝົນຈະຕົກດີ, ຕົກຢ່າງງາມ ບໍ່ມີຟ້າຜ່າ, ຟ້າຮ້ອງ ເຮັດໃຫ້ຢ້ານນັ້ນແລ.
(ສ່ວນຄາຖານັ້ນ ເປັນພາສາບາລີ ຜູ້ຂຽນເລີຍບໍ່ເອົາມາໃສ່).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.