ຄະນະຊ່ຽວຊານສູນມໍລະດົກໂລກ ອຸຍແນັສໂກຢ້ຽມ​ຢາມ ສ​ປ​ປ ລາວ

SA Game

ຂ​ປ​ລ

ພິ​ທີ​ຕ້ອນ​ຮັບຄະນະຊ່ຽວຊານສູນມໍລະດົກໂລກ ອຸຍແນັສໂກລັດທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ໄດ້​ມີ​ການ​ຈັດ​ພິ​ທີ​ຕ້ອນ​ຮັບ​ການ​ເຂົ້າ​ມາ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຊ່ຽວ​ຊານ​ສູນ​ມໍ​ລະ​ດົກ​ໂລກໃນວັນທີ 9 ເມສາ 2022 ທີ່​ຜ່ານ​ມາ, ​ຢູ່ທີ່ນະຄອນຫລວງວຽງຈັນ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)

ໄດ້ຕ້ອນຮັບ ທ່ານ ນາງ ນາໂອະ ຮາຢາຊິ ຜູ້ຊ່ຽວຊານດ້ານວັດທະນະທຳພາກພື້ນອາຊີ-ປາຊີຟີກ, ສູນມໍລະດົກໂລກ ອົງການອຸຍແນັສໂກ ແລະ ທ່ານ ສຈ. ລໍເຣັນ ໂລ ຜູ້ຊ່ຽວ ຊານຈາກສະພາສາກົນເພື່ອອະນຸລັກມໍລະດົກໂລກສະຖານ ແລະ ອະນຸສອນສະຖານ ອີໂກໂມສ (ICOMOS) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນການລົງປະເມີນ ແລະ ຕິດຕາມສະພາບການປົກປັກຮັກສາເມືອງມໍລະດົກໂລກຫລວງພະບາງ ໃນລະຫວ່າງວັນທີ 4-8 ເມສາ 2022 ນີ້.

SA Game
ຂ​ປ​ລ

ໃນໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຢ່າງຈິງໃຈ ແລະ ຕີ ລາຄາສູງຕໍ່ ທ່ານ ນາງ ນາໂອະ ຮາຢາຊິ ພ້ອມດ້ວຍຄະນະ ທີ່ໄດ້ລົງປະເມີນ ແລະ ຕິດຕາມສະພາບການປັກປັກຮັກສາ ເມືອງມໍລະດົກຫລວງພະບາງ ໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມລະບຽບການມາດຖານເງື່ອນໄຂຂອງສົນທິສັນຍາມໍ ລະດົກໂລກ ແລະ ຕິດຕາມການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ຢູ່ໃນ ແລະ ໃກ້ຄຽງ ເມືອງມໍລະດົກໂລກຫລວງພະບາງ ເຊັ່ນ:

ໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມນ້ຳຄານ, ໂຄງການບູລະນະຂົວນ້ຳຄານເກົ່າ, ສະພາບຄວາມສົມບູນ ແລະ ຄວາມເປັນເອກະລັກດັ້ງເດີມຂອງເມືອງ, ການປົກປ້ອງ ແລະ ການບໍລິຫານພາຍໃນຕົວເມືອງ ແລະ ອື່ນໆ ຕາມມະຕິຂອງກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 44.

SA Game
ຂ​ປ​ລ

ທ່ານ ນາງ ນາໂອະ ຮາຢາຊິ ກໍໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານກ່ຽວກັບຜົນສຳເລັດການລົງປະເມີນ ແລະ ຕິດຕາມສະພາບການປົກປັກຮັກສາ ເມືອງມໍລະດົກຫລວງພະບາງ ໃຫ້ທ່ານ ລັດ ຖະມົນຕີໄດ້ຮັບຊາບນຳອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ