ຜົນ​ງານ15ປີ ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສ​ດ​ສາມຫຼ່ຽມ​ຄຳ​

SA Game

ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໄລຍະ 15ປີ ແຫ່ງ​ການ​ສ້າງຕັ້ງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈົນເຖິງປະຈຸບັນ

​ດັ່ງ​ທີ່​ຫລາຍ​ຄົນ​ຮູ້​ກັນ​ດີ ໄລ​ຍະ​ຜ່ານ​ມາ​ນີ້ ສ​ປ​ປ ລາວ​ໄດ້​ໃຫ້​ສຳ​ປະ​ທານ​ເຂດ​ເມືອງ​ຕົ້ນ​ເຜີ້ງ​ແຂວງ​ບໍ່​ແກ້ວ​ເພື່ອ​ພັດ​ທະ​ນາ ສ​ປ​ປ ລາວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລວມເຖິງພະນັກງານທຸກໆຄົນ ໄດ້ທຸມເທແຮງກາຍແຮງໃຈ ເສຍສະຫຼະເຮື່ອແຮງຂອງຕົນເຕົ້າໂຮມຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວກັນ ເຂົ້າໃນການພັດທະນາ ສ້າງສາສິ່ງຕ່າງໆຂຶ້ນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ.

ທ່ານໄດ້ນໍາພາສ້າງສາພັດທະນາລະບົບໂຄງລ່າງພື້ນຖານ ບໍວ່າຈະເປັນການສ້າງຖະໜົນຫົນທາງ, ທີ່ພັກອາໃສ, ຮ້ານອາຫານ, ສະຖານບັນເທີງ, ລະບົບໄຟຟ້າ, ນ້ຳປະປາ, ລະບົບໂທລະຄົມມະນາຄົມ, ລະບົບອິນເຕີເນັດ, ລະບົບຄົມມະນາຄົມຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ ເປັນຕົ້ນ ແລະ ນອກເໜືອຈາກສິ່ງທີ່ໄດ້ກ່າວມານັ້ນ ຍັງມີອີກຫຼາຍໆຢ່າງທີ່ຖືກສ້າງຂຶ້ນ, ເມື່ອມີໂຄງລ່າງພື້ນຖານທີ່ແໜ້ນໜາ ຈຶ່ງເຮັດໃຫ້ເຂດແຫ່ງນີ້ກາຍເປັນຕົວເມືອງຂຶ້ນມາເລື້ອຍໆ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ ແລະ ຕ່າງປະເທດອີກດ້ວຍ.

SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ແນ່ນອນວ່າເມື່ອພັດທະນາໃຫ້ເປັນຕົວເມືອງແລ້ວ ແລະ ມີຜູ້ຢູ່ອາໃສຢ່າງຫຼວງຫຼາຍ ທາງເຂດຂອງພວກເຮົາກໍໄດ້ສຸມໃສ່ພັດທະນາທາງດ້ານສະບຽງອາຫານເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກເຊັ່ນວ່າ: ສ້າງຟາມຜັກເຮືອນຮົ່ມ, ຟາມລ້ຽງງົວ, ຟາມລ້ຽງໝູ, ເປັດ, ໄກ່ ແລະ ຫ່ານ ເປັນຕົ້ນ ເພື່ອລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຍັງໄດ້ກິນອາຫານທີ່ສົດໃໝ່ທຸກມື້ ແລະ ມີຄວາມປອດໄພ ເພາະທາງເຂດພວກເຮົາເນັ້ນພັດທະນາອາຫານການກິນໃນເຊີງປອດສານພິດ ແລະ ເປັນມິດກັບທຳມະຊາດ.

SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ນອກນີ້, ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍັງໄດ້ພັດທະນາແຫຼ່ງທ່ອງທ່ຽວຕ່າງໆຂຶ້ນມາອີກຫຼາຍໆແຫ່ງເຊັ່ນວ່າ: ປ່ອງຢ້ຽມສາມຫຼ່ຽມຄຳ, ຕະຫຼາດວັດທະນະທຳນາໆຊາດ (ຕະຫຼາດນ້ຳ), ສະໜາມກັອບ ແລະ ອື່ນໆ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ແລະ ມາລົງທຶນຢູ່ໃນ ສປປ ລາວ ກໍ່ຄືເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ການສຶກສາເປັນສິ່ງທີ່ສຳຄັນ ທີ່ເຂດຂອງພວກເຮົາກໍໄດ້ເນັ້ນເອົາໃຈໃສ່ເຊັ້ນກັນ ໄດ້ສ້າງໂຮງຮຽນນາໆຊາດຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ຢູ່ພາຍໃນເຂດ ແລະ ນອກເຂດໄດ້ເຂົ້າເຖິງການສຶກສາທີ່ດີ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ທັງໝົດນີ້ ຫາກບໍ່ໄດ້ຮັບການຊີ້ນຳ ນຳພາອັນສະຫຼາດສ່ອງໃສຂອງພັກ-ລັດ ກໍບໍອາດບັນລຸຜົນສຳເລັດໄດ້ຢ່າງເຕັມທີ່ ຂໍຂອບໃຈນຳການນຳພັກ-ລັດ ທີ່ໃຫ້ການເບິ່ງແຍງ ແລະ ຊຸກຍູ້ສົ່ງເສີມເຂດເສດຖະກິດພິເສດ ສາມຫຼ່ຽມຄຳຕະຫຼອດມາ ປີໃໝ່ໃກ້ຈະມາຮອດແລ້ວ ຂໍອວຍພອນໄຊອັນປະເສີດມາຍັງທ່ານທັງຫຼາຍຈົ່ງມີສຸຂະພາບເຂັມແຂງ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ລຳລວຍເງິນທອງກັນທຸກຖ້ວນໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ