ນົກແອ່ນ ສັດປະຈຳຖິ່ນແຂວງ​ຊຽງ​ຂວາງ​ເປັນ​ສັດ​ນຳ​ໂຊກ​ໃນ​ງານ​ກິ​ລາ​ແຫ່ງ​ຊາດ

SA Game

ອິນ​ໄຊ​ລາວ

ນົກແອ່ນ ເຈົ້າ​ຖິນ ຫລື ສັດປະຈຳຖິ່ນ ທີ່ຖືກເລືອກໃຫ້ເປັນສັດນໍາໂຊກໃນງານກິລາແຫ່ງຊາດຄັ້ງ​ທີ 11

ສັດນໍາໂຊກ ນົກແອ່ນ ເປັນສັດປະເພດໜຶ່ງທີ່ມີຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ເຊິ່ງກາຍເປັນສັນຍາລັກປະຈຳແຂວງ ຊຽງຂວາງ, ຖ້າເຮົາໄປແຂວງ ແຊວງຂວາງ ກໍຈະເຫັນຊາວບ້ານເຂດນັ້ນ ເອົານົກແອ່ນໄປເປັນສັນຍາລັກຕົກແຕ່ງເອ້ບ້ານ, ເອ້ເມືອງ ເພາະມັນເປັນສັດທີ່ສວຍງາມ ຈົນກາຍເປັນສັດຄູ່ບ້ານ ແລະ ຄູ່ເມືອງ ທັງມີຄ່ານິຍົມທີ່ຊາວຊຽງຂວາງ ນໍາເອົານົກນາງແອ່ນໄປເຮັດເປັນອາຫານ ຫຼື ທີ່ເຮົາພາກັນເອີ້ນວ່າ ນົກແອນຕຸ້ງ.

ນົກ​ແອນ​ຕຸ້ງ ກໍ​ຖື​ວ່າ​ເປັນ​ອາ​ຫານ​ຊັ້ນ​ເລີດ ແລະ ຂື້ນ​ຊື່ ​ຂອງ​ຊາວ​ຊຽງ​ຂວາງ ທັງເປັນ​ທີ່​ນິ​ຍົມ​ກັນ​ຮັບ​ປະ​ທານ​ທັງ​ໃນ​ຊຽງ​ຂວາງ ແລະ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ

ຊຽງຂວາງ ໄດ້ມີການວາງແຜນຈະນໍາໃຊ້ ກາຕູນນົກແອ່ນ ເປັນສັດນໍາໂຊກ ມາຕັ້ງແຕ່ປີ 2020 ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ແຕ່ກໍຖືກເລື່ອນຍ້ອນໂຄວິດ-19 ແລະ ມານໍາໃຊ້ໃນປີ 2022 ທີ່ຈະເປິດສາກຢ່າງເປັນທາງການໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ລະຫວ່າງວັນທີ 13-22 ທັນວາ 2022 ນີ້.

SA Game
ອິນ​ໄຊ​ລາວ

ກາຕຸນນົກແອ່ນ ແມ່ນມີໃບໜ້າຍິ້ມແຍ້ມແຈ່ມໃສ ຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ, ແວວຕາສົດໃສຊື່ນຊົມ, ມີມາລະຍາດອ່ອນນ້ອມ, ທັດສະນະທ່າທີເຂັ້ມແຮງ, ອາດຫານ, ກ້າແກ່ນ ມືຂວາຖືິທວນໄຟສີນໍ້າເງິນ ທີ່ມີແປວໄຟສວຍງາມ ສະງ່າຜ່າເຜີຍ.

ສວມໃສ່ເສື້ອສີແດງກໍ່າ ໝາຍເຖິງຄວາມພິລະອາດຫານ, ຄວາມອົງອາດກ້າແກ່ນ ໃນສະໝໍລະພູມ, ຍອມເສຍສະຫຼະເລືອດເນື້ອເພື່ອຊາດ ເພື່ອປະປະຊາຊົນຂອງແຂວງ ຊຽງຂວາງ.

SA Game
ອິນ​ໄຊ​ລາວ

ໂສ້ງແພນໍ້ານິນສີນໍ້າຫ້ອມ ໝາຍເຖິງເອກະລັກຂອງຊາວແຂວງ ຊຽງຂວາງ ທີ່ມີຄວາມດຸໝັ້ນໃນການຜະລິດແຜ່ນແພ ແລະ ຍ້ອມດ້ວຍສີທໍາມະຊາດ ເພື່ອນໍາມາເປັນເຄື່ອງນຸ່ງຫົ່ມ ແລະ ປາຍຕີນນົກຢືນຢູ່ໃນທ່າກຽມພ້ອມສູ່ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ