ປູກຈິດສໍານຶກຄວາມປອດໄພທາງຫລວງໃຫ້ຜູ້ຂັບຂີ່ລົດຈັກ

SA Game

ຂປລ.

ປູກຈິດສໍານຶກ ຄວາມສໍາຄັນຂອງການໃສ່ໝວກກັນກະທົບໃຫ້ຜູ້ຂັບຂີ່ລົດຈັກ

ກົມຕຳຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ແລະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຄື່ອນໄຫວໂຄສະນາເຜີຍແຜ່ ກ່ຽວກັບວຽກງານຄວາມປອດໄພທາງຫລວງ ແລະ ຈັດກິດຈະກໍາ ເພື່ອປູກຈິດສໍານຶກໃຫ້ແກ່ນັກຮຽນ, ຄູອາຈານ ຜູ້ທີ່ນໍາໃຊ້ລົດຈັກ ໃຫ້ໃສ່ໝວກກັນກະທົບ ແລະ ໃຫ້ເຂົາເຈົ້າເຫັນໄດ້ຄວາມສໍາຄັນຂອງການໃສ່ໝວກກັນກະທົບເວລາຂັບຂີ່ລົດຈັກ, ຄວາມອັນຕະລາຍຂອງຜູ້ຂັບຂີ່ທີ່ບໍ່ໃສ່ໝວກກັນກະທົບເວລາເກີດອຸບັດເຫດ, ຢູ່ຕາມໂຮງຮຽນສາມັນສຶກສາເເຫ່ງຕ່າງໆພາຍໃນແຂວງສະຫວັນນະເຂດໃນໄລຍະເດືອນທັນວາ 2022 ຜ່ານມາ.

ກ່ອນທີ່ຈະມີການລົງເຄື່ອນໄຫວໂຄສະນາ ແລະ ເຮັດກິດຈະກໍາໃນຄັ້ງນີ້, ພາກສ່ວນກ່ຽວຂ້ອງໄດ້ພ້ອມກັນຄົ້ນຄວ້າ ເເລະ ກໍານົດຮູບເເບບການເຮັດກິດຈະກໍາອອກເປັນ 2 ໄລຍະ, ຊຶ່ງໄລຍະທໍາອິດໄດ້ຄົ້ນຄວ້າ ແລະ ອອກແບບອຸປະກອນທີ່ໃຊ້ປະກອບກິດຈະກໍາລົງໂຄສະນາ ເຜີຍແຜ່ຢູ່ໂຮງຮຽນ ລວມມີ:

ແຜ່ນພັບ, ໂປສເຕີ, ສະຕິກເກີ, ປຶ້ມນິທານ, ໝວກກັນກະທົບ, ຄູ່ມືການນໍາໃຊ້ຖະໜົນເບື້ອງຕົ້ນ, ວິດີໂອ ແລະ ບົດນໍາສະເໜີ ເຊິ່ງທີມງານໄດ້ເລີ່ມເຮັດວຽກນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ໂດຍສົມທົບກັບຊ່ຽວຊານດ້ານການສື່ສານ, ພະນັກງານອາວຸໂສ, ນັກແຕ້ມຮູບນິທານ ແລະ ບໍລິສັດອອກແບບ ທີ່ມີປະສົບການມາເຮັດວຽກພັດທະນາອຸປະກອນ ຈົນເຖິງປັດຈຸບັນແມ່ນເຮັດສໍາເລັດແລ້ວ

SA Game
ຂປລ.

ໄລ ຍະທີ 2 ເເມ່ນການໂຄສະນາເຜີຍແຜ່ປູກຈິດສໍານຶກດ້ານຄວາມປອດໄພທາງຫລວງ ແລະ ເຮັດກິດຈະກໍາ ຢູ່ໂຮງຮຽນປະຖົມ ແລະ ມັດທະຍົມແຂວງສະຫວັນນະເຂດ ຊຶ່ງໄດ້ດໍາເນີນການຈັດຕັ້ງປະຕິບັດກິດຈະກໍາ ໂດຍການສົມທົບກັນລະຫວ່າງ ກົມຂົນສົ່ງ ກະຊວງໂຍທາທິການ ເເລະ ຂົນສົ່ງ, ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມ, ກະຊວງສຶກສາທິການແລະກິລາ, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ອາຈານ ວັນລາ ລາຊະຈັກ ຄູສຶກສານິເທດມັດທະຍົມແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດວ່າ: ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ໃຫ້ຄວາມຮູ້ກ່ຽວກັບການໃສ່ໝວກກັນກະທົບທີ່ຖືກຕ້ອງເວລາຂັບຂີ່ລົດຈັກ, ການຍ່າງ ແລະ ການໃຊ້ລົດໃຊ້ຖະໜົນ ທີ່ມີຄວາມປອດໄພ, ເຜີຍແຜ່ກົດລະບຽບຈະລາຈອນທາງບົກໃຫ້ນ້ອງນັກຮຽນທຸກຄົນໄດ້ຮັບຮູ້ຢ່າງທົ່ວເຖິງ.

ໃນໄລຍະຜ່ານມາ, ນັກຮຽນໃນແຂວງສະຫວັນນະເຂດ ຍັງຖືເບົາ, ບໍ່ໃສ່ໝວກກັນກະທົບ ແລະ ບໍ່ຮູ້ເຖິງຄຸນປະໂຫຍດຂອງໝວກກັນກະທົບ,ເວົ້າລວມແລ້ວ ຍັງບໍ່ໃຫ້ຄວາມສໍາຄັນກ່ຽວກັບ ກົດຈະລາຈອນເທື່ອ.

ການຈັດກິດຈະກໍານີ້, ຈຸດປະສົງ ກໍເພື່ອເພີ່ມຈໍານວນຜູ້ຂັບຂີ່ລົດຈັກໃຫ້ໃສ່ໝວກກັນກະທົບເວ ລາຂັບຂີ່ລົດຈັກ ແລະ ໃສ່ໃຫ້ຖືກວິທີ, ເພີ່ມຈໍານວນຜູ້ຂັບຂີ່ ໃຫ້ມີໃບຂັບຂີ່ຖືກຕ້ອງ ແລະ ເຮັດໃຫ້ເຂົາ ເຈົ້າມີສ່ວນຮ່ວມໃນການປະຕິບັດລະບຽບກົດໝາຍ, ພ້ອມທັງປູກຈິດສໍານຶກດ້ານຄວາມປອດໄພທາງຫລວງ ໃຫ້ນັກຮຽນຊັ້ນປະຖົມ ເຊິ່ງເປັນກຸ່ມຄົນທີ່ຈະກາຍເປັນຜູ້ຂັບຂີ່ໜ້າໃໝ່ໃນອະນາຄົດ. ກິດຈະກໍາດັ່ງກ່າວ ເລີ່ມຈັດຕັ້ງປະຕິບັດມາເເຕ່ວັນທີ 3 ທັນວາ 2022

ໂດຍເລີ່ມຈາກໂຮງຮຽນມັດທະຍົມຕອນຕົ້ນ ສົມສະອາດ, ໂຮງຮຽນມັດທະຍົມຕອນຕົ້ນ ດົງຄຳຫລວງ, ໂຮງຮຽນມັດທະຍົມຕອນຕົ້ນ ຢາງສູງ ແລະ ໂຮງຮຽນປະຖົມສົມບູນ ບ້ານຫ້ວຍ ນະຄອນ ໄກສອນ ພົມວິຫານ, ໂຮງຮຽນມັດທະຍົມສົມບູນ ບ້ານນາ, ໂຮງຮຽນມັດທະຍົມສົມບູນ ອຸທຸມພອນ, ໂຮງຮຽນມັດທະຍົມສົມບູນ ໄຊຍະເພັດ ເມືອງອຸທຸມພອນ, ໂຮງຮຽນມັດທະຍົມຕອນປາຍ ດົງເຫັນ ເມືອງອາດສະພັງທອງ, ໂຮງຮຽນມັດທະຍົມສົມບູນ ແກ້ງກອກ, ໂຮງຮຽນມັດທະຍົມສົມບູນ ບຶກທົ່ງ, ໂຮງຮຽນມັດທະຍົມສົມບູນ ຫລັກ 35 ເມືອງຈຳພອນ, ໂຮງຮຽນມັດທະຍົມສົມບູນ ປາກຊ່ອງ ເມືອງສອງຄອນ, ໂຮງຮຽນມັດທະຍົມສົມບູນ ບ້ານນາຄຳ, ໂຮງຮຽນມັດທະຍົມຕອນຕົ້ນ ໂພສີແກ້ວ ເມືອງໄຊພູທອງ, ໂຮງຮຽນມັດທະຍົມສົມບູນ ນາວເໜືອ, ໂຮງຮຽນມັດທະຍົມສົມບູນ ສາລະພູມ ເມືອງໄຊບູລີ, ຊຶ່ງມີຜູ້ເຂົ້າຮ່ວມຫລາຍກວ່າ 2.000ຄົນ.

ພາຍຫລັງສໍາເລັດກິດຈະກໍາ, ສັງເກດເຫັນໄດ້ວ່າ ບັນດານັກຮຽນສາມັນ ທີ່ເຂົ້າຮ່ວມກິດຈະກໍາໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບການໃສ່ໝວກກັນກະທົບຫລາຍຂຶ້ນ ຊຶ່ງສະແດງອອກໃນການຕອບຄໍາຖາມເອົາຂອງລາງວັນ ນັກຮຽນສ່ວນຫຫລາຍແມ່ນຕອບຖືກຕ້ອງຕາມບົດຮຽນທີ່ນໍາໄປເຜີຍແຜ່ ແລະ ກໍໃຫ້ຄຳໝັ້ນສັນຍາ ກັບຕົນເອງວ່າ ຈະໃສ່ໝວກກັນກະທົບທຸກຄັ້ງເວລາທີ່ຂັບຂີ່ລົດຈັກ ແລະ ເຄົາລົບກົດລະບຽບຈະລາຈອນຢ່າງເຄັ່ງຄັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.