ສວນ​ຊາ​ຈາກຈຳ​ປາ​ສັກ​ຄວ້າ​ລາງວ​ັນ​ທີ່​ໜຶ່ງ​ໃນ​ງານ​ປະ​ກວດ​ຊາ​ ລາວ

SA Game

Lao National Radio

ງານປະກວດຊາລາວສູ່ສາກົນ ຜູ້ປະກອບການຜະລິດຕະພັນ ຊາລາວ ໃນທົ່ວປະເທດຮ່ວມ​ປະ​ກວດ

ໄດ້​ມີການຈັດງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World) ຂຶ້ນທີ່ ເຮືອນຈັນ, ມໍລະດົກ ຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດ ໃນລະຫວ່າງ ວັນທີ່ 17-19 ມີນາ 2023 ກະຊວງອຸດສາຫະກໍາ ແລະ ການຄ້າ  ແລະ ໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຜູ້ປະກອບການຜະລິດຕະພັນ ຊາລາວ ໃນທົ່ວປະເທດ ທີ່ມີທ່າແຮງເຂົ້າຮ່ວມງານ ລວມທັງໝົດ 42 ຫ້ອງ, ໃນນັ້ນ, ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າຮ່ວມວາງສະແດງ ຈຳນວນທັງໝົດ 16 ຫ້ອງ ຈາກ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຈຳປາສັກ ແລະຫຼວງພະບາງ.

ພາຍໃນງານວາງສະແດງ ໄດ້ມີການຈັດກິດຈະກຳປະກວດຊາລາວສູ່ສາກົນ ໂດຍການນຳສະເໜີຜະລິດຕະພັນຊາ ແລະວິທີປຸງແຕ່ງຊາຕົນເອງໃນຮູບແບບ ທີ່ເປັນເອກະລັກໂດດເດັ່ນ ເພື່ອຍາດຊີງລາງວັນຈາກຄະນະກຳມະການ, ເຊີ່ງຜະລິດຕະພັນຊາທີ່ຊະນະເລີດ 3 ບໍລິສັດ ຈະໄດ້ນຳໄປວາງສະແດງ ແລະໂຄສະນາ ໃນຫ້ອງວາງສະແດງແຫ່ງຊາດລາວ ທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ, ລວມທັງງານວາງສະແດງພາກພື້ນ ແລະອື່ນໆ.

SA Game
Lao National Radio

ຜ່ານການປະກວດຜົນປະກົດວ່າ ອັນດັບທີ່ 1 ໄດ້ແກ່ ບໍລິສັດ ສວນຊາ 36 ແຂວງຈຳປາສັກ, ອັນດັບທີ່ 2 ແມ່ນ ບໍລິສັດ ນາງ ດວງມາລາທໍ່ ຜະລິດ ແລະປຸງແຕງຊາພູສັນ ແຂວງຊຽງຂວາງ ແລະອັນດັບ 3 ແມ່ນບໍລິສັດຄິງຊາຫຼວງ ຈາກແຂວງຫຼວງນໍ້າທາ, ນອກນັ້ນ ໄດ້ມີລາງວັນຊົມເຊີຍອີກ 5 ລາງວັນ ຕື່ມອີກ. ທ່ານ ຢຽນຢົງ ຮອງປະທານບໍລິສັດສວນຊາ 36 ໄດ້ໃຫ້ສຳພາດວ່າ:ບໍລິສັດສວນຊາ 36 ໄດ້ສ້າງຕັ້ງຂື້ນໃນປີ 2017 ຜ່ານມາບໍລິສັດໄດ້ຕັ້ງໃຈພັດທະນາຜະລິດຕະພັນຊາ ຢູ່ພູພຽງບໍລິເວນແຂວງຈຳປາສັກ ໃຫ້ເປັນສີນຄ້າທີ່ຜ່ານການຍອມຮັບຂອງຜູ້ບໍລິໂພກທັງພາກພື້ນ ແລະສາກົນ ປັດຈຸບັນໄດ້ມີຫຼາກຫຼາຍຜະລິດຕະພັນ ທີ່ຂາຍໄປປະເທດຈີນ, ຍີ່ປຸ່ນ ແລະປະເທດເຂດເອີຣົບ, ເຊີ່ງປີ 2021-2022 ບໍລິສັດໄດ້ຮັບລາງວັນທີ່ 1 ໃນການປະກວດຊາຂາວ ແລະຊາແດງ ຈາກສະຫະລັດອາເມລິກາ

ປັດຈຸບັນບໍລິສັດມີສາຂາຈຳໜ່າຍຜະລິດຕະພັນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະແຂວງຫຼວງນ້ຳທາ, ສຳລັບແຜນການຕໍ່ໜ້າ ບໍລິສັດຈະເອົາໃຈໃສ່ໃນການໂຄສະນາ ວາງສະແດງ ແລະຂາຍຜະລິດຕະພັນ ຢູ່ຕະຫຼາດທັງພາຍໃນ ແລະຕ່າງປະເທດໃຫ້ຫຼາຍຂື້ນ.

SA Game
Lao National Radio

ຕະຫຼອດໄລຍະຂອງການຈັດງານໃນ 3 ວັນ ໄດ້ມີການການວາງສະແດງກ່ຽວກັບຜະລິດຕະພັນຊາ ຈາກຜູ້ປະກອບການທົ່ວປະເທດມາວາງສະແດງ ເພື່ອຜູ້ເຂົ້າຊົມຈະໄດ້ເຫັນເຖິງຄວາມອຸດົມສົມບູນ, ຄວາມຫຼາກຫຼາຍ ແລະສີສັນຂອງຊາລາວ ລວມໄປເຖິງຊາບູຮານ ແລະຊາສະໄໝໃໝ່, ພ້ອມທັງຈັດງານສຳມະນາ ຊາລາວສູ່ຊາໂລກ ແລະກອງປະຊຸມພົບປະທຸລະກິດ ທີ່ມີການນໍາສະເໜີກ່ຽວກັບຍຸດທະສາດ ການພັດທະນາຊາລາວສູ່ຕະຫຼາດ, ແບ່ງປັນ ປະສົບການຕົວຈິງຂອງຫົວໜ່ວຍທຸລະກິດ ທີ່ປະສົບຜົນສຳເລັດໃນການສົ່ງອອກຊາລາວໄປສູ່ຕະຫຼາດພາຍໃນ ແລະຕ່ງປະເທດ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio