ປັບ​ປຸ​ງ​ການ​ປະ​ຕິ​ບັດ​ໂຄງ​ການ ແລະ ບົດ​ສະ​ເໜີ​ໂຄງ​ການ​ໃຫ້​ດີ​ຂື້ນ​ກວ່າ​ເກົ່າ

SA Game

ກຕທ

​ກອງ​ປະ​ຊຸມ ຍົກລະດັບ ການປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ (JAIF) ຄັ້ງທີ 1

ກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍງານບໍລິຫານກອງທຶນ JAIF (JMT) ແລະ ກອງເລຂາອາຊຽນ ຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິ ບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ (JAIF) ຄັ້ງທີ 1 ໃນວັນທີ 18 ຕຸລາ 2022 ນີ້

ແນໃສ່ຊ່ວຍເຫລືອບັນດາຜູ້ສະເໜີໂຄງການທີ່ມີທ່າແຮງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ JAIF ແລະ ຂັ້ນຕອນຕ່າງໆ.

ໃນກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ອາຊຽນ ແລະ ຍີ່ປຸ່ນ ໃນການສ້າງຄວາມໃກ້ຊິດລະຫວ່າງ JAIF ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍການຈັດສໍາມະນາ ໃນຮູບແບບການປຶກສາຫາລືຢູ່ພາຍໃນປະເທດ.

ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການ ໄດ້ມີໂອກາດຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ກອງທຶນ JAIF ກໍຄື ການຮຽນຮູ້ຕົວຈິງ ກ່ຽວກັບການສ້າງບົດສະເໜີໂຄງການ ທີ່ມີຄຸນນະພາບ ແລະ ການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິພາບ.

SA Game
ກຕທ

ໂອກາດດັ່ງກ່າວ, ທ່ານ ສິດສັງຄົມ ສີສະເກດ ຮອງຫົວໜ້າກົມອາຊຽນ ກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນອັນຕໍ່ເນື່ອງຂອງຍີ່ປຸ່ນ ຕໍ່ຄວາມພະຍາຍາມຂອງອາຊຽນ ໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງບັນດາປະເທດສະມາຊິກອາຊຽນ ຜ່ານການສ້າງຂີດຄວາມສາມາດ ໂດຍສະເພາະການຊ່ວຍເຫລືອແກ່ ສປປ ລາວ.

ພ້ອມນັ້ນ, ທ່ານຍັງໄດ້ເນັ້ນເຖິງບົດບາດອັນສໍາຄັນ ຂອງ JAIF ແລະ JMT ໃນການນໍາສົ່ງການຊ່ວຍ ເຫລືອຂອງປະຊາຊົນ ແລະ ລັດຖະບານຂອງ ຍີ່ປຸ່ນ ໃຫ້ແກ່ອາຊຽນ ລວມທັງການສົ່ງເສີມການຮ່ວມມື ລະຫວ່າງອາຊຽນ ແລະ ຍີ່ປຸ່ນ.

ທ່ານ Naoki Minamiguchi ຜູ້ບໍລິຫານ JMT ໄດ້ຊີ້ໃຫ້ເຫັນເຖິງບົດບາດອັນສໍາຄັນທີ່ເພີ່ມຂຶ້ນ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024, ພ້ອມທັງ ສະແດງໃຫ້ເຫັນວ່າການສ້າງໂຄງການພາຍໃຕ້ກອງທຶນ JAIF ຢ່າງຫ້າວຫັນ ຂອງ ສປປ ລາວ ຈະປະກອບສ່ວນເຂົ້າໃນການຮັດແຄບຄວາມແຕກໂຕນ ດ້ານການພັດທະນາໃນພາກພື້ນ ເພື່ອແນໃສ່ສົ່ງເສີມການເຊື່ອມໂຍງອາຊຽນ.

SA Game
ກຕທ

ໃນກອງປະຊຸມ ນອກຈາກຈະໄດ້ຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ JAIF ແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບໂຄງການຮ່ວມມື ເພື່ອການພັດທະນາຂອງອາຊຽນ ໂດຍ ການບັນຍາຍຂອງທ່ານ Jasper Balarmino ຈາກກອງເລຂາອາຊຽນ, ຕາມດ້ວຍ ທ່ານ ເພັດພູໄທ ວົງພູໄທ ຈາກສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ໄດ້ເນັ້ນກ່ຽວກັບບົດບາດ ແລະ ຄວາມຮັບຜິດ ຊອບຂອງສໍານັກງານ ໃນການປະເມີນບົດສະເໜີໂຄງການຮ່ວມມືພັດທະນາຂອງອາຊຽນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກຕທ