ລາວ-ອາ​ເມ​ລິ​ກາ ຮ່ວມ​ມື ແລະ ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ມີ​ຜົນ​ສຳ​ເລັດ

SA Game

ຂ​ປ​ລ​

ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດຢ​້ຽມ​ຢາກ ແລະ ເຮັດ​ວຽກ​ຢູ່​ ສ​ປ​ປ ລາວ

ໃນວັນທີ 14 ຕຸລາ 2022 ຜ່ານມານີ້ ທ່ານ ດານຽວ ໂຈເຊບ ຄຣີສແຕມບຣິງ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ຮັບຜິດຊອບວຽກງານອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ຢູ່ທີ່ສູນ ອາເມລິກາທາດດໍາ, ນະຄອນຫລວງວຽງຈັນ ໃນໂອກາດມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ

ໂດຍທ່ານໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດເອເມລິກາທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີໝາກຜົນໃນໄລຍະຜ່ານມາ.

ທ່ານ ດານຽວ ໂຈເຊບ ຄຣີສແຕມບຣິງ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ການປະຕິບັດໜ້າທີ່ໃນກອບການຮ່ວມມືສອງຝ່າຍລາວ ແລະ ສະຫະລັດອາເມລິກາ ໄດ້ມີຄວາມຄືບໜ້າຕາມແຜນ ການ ເປັນຕົ້ນແມ່ນວຽກງານຊ່ວຍເຫລືອເກັບກູ້ລະເບີດ ບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ, ວຽກງານຕ້ານອາຊະຍາກໍາຂ້າມຊາດ, ວຽກງານຄວາມໝັ້ນຄົງ, ຕ້ານການຄ້າມະນຸດ, ການປ້ອງກັນການຊື້-ຂາຍ ວັດຖຸບູຮານ ແລະ ຊັບສິນທາງວັດທະນາທໍາ.

SA Game
ຂ​ປ​ລ​

ສະຫະລັດອາເມລິກາ ສະແດງຄວາມຊົມເຊີຍທີ່ ສປປ ລາວ ເອົາໃຈໃສ່ມາດຕະການຕອບໂຕ້ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢ່າງມີປະສິດທິຜົນ ຈົນສາມາດເປີດປະເທດ ເພື່ອຟື້ນຟູເສດຖະກິດໃຫ້ກັບສູ່ປົກະຕິໂດຍໄວ. ນອກນີ້, ການໄປ ມາຫາສູ່ຢ້ຽມຢາມລະຫວ່າງປະຊາຊົນສອງປະເທດ ກໍນັບມື້ເພີ່ມຂຶ້ນ ໂດຍສະເພາະການແລກປ່ຽນດ້ານສຶກສາ ແລະ ການທ່ອງທ່ຽວ.

ໃນໂອກາດນີ້, ທ່ານ ດານຽວ ໂຈເຊບ ຄຣີສແຕມບຣິງ ຍັງໄດ້ຍົກໃຫ້ເຫັນຜົນກອງປະຊຸມ ການປຶກ ສາຫາລືຮອບດ້ານ ລາວ-ອາເມລິກາ ຄັ້ງທີ 10 ຢູ່ນະຄອນຫລວງວຽງຈັນ ເຊິ່ງໄດ້ທົບທວນສະພາບການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ນັບແຕ່ກອງປະຊຸມ CBD ຄັ້ງທີ 9 ທີ່ຈັດຂຶ້ນຢູ່ວໍຊິງຕັນ ດີຊີ ໃນປີ 2019 ທີ່ຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ.

ສໍາລັບການພົວພັນຮ່ວມມືໃນຂອບສອງຝ່າຍ ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການຮ່ວມມື ແລະ ຊ່ວຍເຫລືອຕ່າງໆ ເປັນຕົ້ນ: ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ-ໂພຊະນາການ, ການຄ້າ, ການລົງທຶນ, ການປະຕິບັດກົດໝາຍ, ດ້ານພະລັງງານ, ການຊອກຄົ້ນຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ.

SA Game
ຂ​ປ​ລ​

ອັນພົ້ນເດັ່ນ ແມ່ນການຮ່ວມມືໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນ ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອດ້ານທຶນຮອນ, ອຸປະກອນການແພດ, ວັກຊີນ ແລະ ຢາ ແກ່ ສປປ ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.