ທ່ານຮູ້ບໍ?ເມືອງປາກເຊ ປະກາດເປັນ “ນະຄອນປາກເຊ”ໃນ​ຊ່ວງ​ໃດ

SA Game

ໜັງສືພິມຈຳປາໃໝ່

ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຮັບ​ການ​ຮັບ​ຮອງ ແລະ ຄົບ​ຕາມ​ເງືອນ​ໄຂ​ທີ​ວາງ​ໄວ້.

ພິທີປະກາດສ້າງຕັ້ງເມືອງປາກເຊ ແຂວງຈໍາປາສັກ ເປັນນະຄອນປາກເຊ ນັ້ນ ຈັດຂຶ້ນໃນວັນທີ 31 ພຶດສະພາ 2018 ເຊິ່ງໃນງານໄດ້ມີຫຼາຍໆກິດຈະກໍາ ແລະ ມີ​ລາຍລະອຽດຕ່າງໆທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆປາກເຊ ຮອງປະທານ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລວມ ໃນການ ປະກາດເມືອງປາກເຊ ເປັນນະຄອນ ​ໄດ້​ໃຫ້​ຮູ້​ວ່າ ໃນງານປະກາດເມືອງປາກເຊ ເປັນນະຄອນ ມີຫຼາຍໆກິດຈະກໍາໃຫຍ່ ຄື:

ວັນທີ 29 ພຶດສະພາ 2018 ຄະນະຮັບຜິດຊອບ ໄດ້ຫ້າງຫາກະກຽມຕັ້ງກອງບຸນຂຶ້ນ 3 ກອງ, ຕອນແລງກໍ່ມີພິທີສູດມຸງຄຸນ, ເຊົ້າວັນທີ 30 ພຶດສະພາ ກໍ່ມີພິທີທໍາບຸນໃສ່ບາດ, ຖວາຍທານແດ່ພະສົງ ຕາມຮີດຄອງປະເພນີອັນດີງາມຂອງຄົນລາວຊາວພຸດ ທີ່ເຄີຍຈັດຕັ້ງປະຕິບັດສືບທອດກັນມາແຕ່ບູຮານນະການ

ເພື່ອອຸທິດບຸນກຸສົນໃຫ້ແກ່ບັນພະບູລຸດ ກໍ່ຄືອະດີດການນໍາເມືອງປາກເຊ ແຕ່ລະໄລຍະ ຜູ້ທີ່ລ່ວງລັບໄປແລ້ວນັ້ນ ທັງເປັນການຄອບບອກເຈົ້າຖິ່ນເຈົ້າຖານທັງຫຼາຍ ໃຫ້ຮັບຮູ້ເຖິງການປະກາດສ້າງຕັ້ງເມືອງປາກເຊ ເປັນນະຄອນ ເພື່ອສ້າງສາພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຕໍ່ໄປພາຍໜ້າ.

SA Game
ໜັງສືພິມຈຳປາໃໝ່

ທ່ານ ສຸລິວັນ ສະຫວັດທະສິນ ກ່າວຕໍ່ອີກວ່າ: ຕອນເຊົ້າວັນທີ 31 ພຶດສະພາ 2018 ກໍ່ຈະມີກິດຈະກໍາຂະບວນການອອກແຮງງານອະນາໄມລວມຄັ້ງໃຫຍ່ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກົມກອງ, ສໍານັກງານ, ຄຸ້ມບ້ານຕ່າງໆທີ່ນອນໃນຂອບເຂດເມືອງປາກເຊ ເຮັດອະນາໄມຕາມຖະໜົນຫົນທາງສາຍສໍາຄັນ ພ້ອມທັງຕິດທຸງຊາດ, ທຸງທິວ, ປະດັບປະດາຕາມສໍານັກງານ, ອົງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ

ໂດຍສະເພາະແມ່ນຂອບເຂດຂອງເມືອງປາກເຊ ນັບແຕ່ຫຼັກ 9 ເໜືອ – ຫຼັກ 9 ໃຕ້, ຕໍ່ມາ ກໍ່ຈະມີກິດຈະກໍາແຫ່ອ້ອມເມືອງ ເຊິ່ງແຫ່ດ້ວຍລົດຕາງໜ້າຂອງຂະແໜງການກົມກອງ, ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ ແລະ ໂຮງແຮມຕ່າງໆ ບໍ່ຫຼຸດ 20 ຂະບວນ ທັງປະດັບປະດາ, ຜູກໂບ ແລະ ຕິດປ້າຍປະກາດ ເມືອງປາກເຊ ເປັນນະຄອນ ໂດຍໃຊ້ເວລາໃນການແຫ່ປະມານ 2-3 ຊົ່ວໂມງ. ຕອນແລງ ກໍ່ຈະມີພິທີປະກາດເມືອງປາກເຊ ເປັນນະຄອນ ຢ່າງເປັນທາງການ ຢູ່ສະໜາມກີລາຫຼັກ 2.

ເມື່ອກ້ອນກໍາລັງຕ່າງໆເຂົ້າສູ່ສະໜາມຮຽບຮ້ອຍແລ້ວ ກໍ່ມີການສະແດງສິລະປະ, ການສະແດງບົດຟ້ອນສຽງແຄນລາວເປັນມໍລະດົກໂລກ, ບົດຟ້ອນຢ້ອນຍຸກ ຫຼື ບົດຟ້ອນລາວຮ່ວມສະໄໝ, ລໍາສີພັນດອນ.

ພິເສດ ຄະນະຮັບຜິດຊອບຈັດງານພວກເຮົາ ໄດ້ເຊີນເອົາ ນາງ ແຜັດ ເພັດດາວອນ ຄໍາມະນີວົງ ນັກຮ້ອງ ແຊັມ 21 ສະໄໝ ຈາກລາຍການ ເສິກວັນດວນເພງ ທີ່ຫຼາຍໆຄົນຮູ້ຈັກ ມາຮ້ອງເພງໃຫ້ພໍ່ແມ່ພີ່ນ້ອງຟັງ ແລະ ມີການສະແດງສວນສະໜາມຂອງກອງຕຸລິຍາງຈາກກອງທັບປະຊາຊົນລາວຕື່ມອີກ.

ຈາກນັ້ນ ກໍ່ເຂົ້າສູ່ພິທີປະກາດເມືອງປາກເຊ ເປັນນະຄອນຢ່າງເປັນທາງການ ເຊິ່ງຈະມີການຜ່ານປະຫວັດຄວາມເປັນມາຂອງເມືອງປາກເຊ ໂດຍຫຍໍ້ ແລະ ຜ່ານບົດລາຍງານການກະກຽມສ້າງເມືອງປາກເຊ ເປັນນະຄອນ, ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງນະຄອນປາກເຊ.

ຕໍ່ມາ ກໍ່ແມ່ນຕາງໜ້າມວນຊົນຊາວເມືອງປາກເຊ ຂຶ້ນຜ່ານບົດສະແດງຄວາມດີໃຈ ທີ່ເມືອງປາກເຊ ຖືກປະກາດເປັນນະຄອນ. ຈາກນັ້ນ ກໍ່ເຊີນຄະນະປະທານຂຶ້ນລັ່ນຄ້ອງໃຫຍ່ 9 ບາດ, ປ່ອຍນົກສັນຕິພາບ, ປ່ອຍປຸ່ມເປົ້າ ແລະ ຕັດແຖບຜ້າ ເປີດປ້າຍຈໍາລອງນະຄອນປາກເຊ ແລະ ໃນເວລານີ້ ກໍ່ຈະມີການຈູດດອກໄມ້ໄຟ, ຕີກອງ 9 ຄູ່ ພ້ອມທັງເຊີນຊວນມວນຊົນທີ່ເຂົ້າຮ່ວມພາກັນຕົບມືສະແດງຄວາມດີໃຈ 5 ນາທີ ເພື່ອເຮັດໃຫ້ງານມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມຈຳປາໃໝ່