ວັດ​ທະ​ນະ​ທຳ​ບູ​ຮານໄທ-ລາວ ສອງ​ຝັ່ງ​ຂອງ 15ຄ່ຳ ເດືອນ 10.

SA Game

Lao Youth Radio

ບຸນ​ໃຫຍ່​ໄທ-ລ​າວ ບຸນ 15 ຄ່ຳເດືອນ 10 ວັດທະນຳທຳບູຮານຮ່ວມກັນ ລາວ-ໄທ.

ຫລາຍ​ໆ​ປະ​ເພ​ນີ ທີ່​ປະ​ເທດ​ລາວ ແລະ ປະ​ເທດ​ໄທ​ມີ​ວັດ​ທະ​ນາ​ທຳ ແລະ ປະ​ເພ​ນີ​ຄ້າຍ​ຄື​ກັນ ໂດຍ​ສະ​ເພາະ​ແມ່ນ​ພາກ​ອີ​ສານ​ຂອງ​ຝັ່ງ​ໄທ​ມີ​ປະ​ເພ​ນີ​ເກືອບ​ທ​ຸກ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ ຫລື ເວົ້າ​ໄດ້​ວ່າ​ເປັນ​ອັນ​ດຽວ​ກັນ​ເລີຍ​ກໍ​ວ່າ​ໄດ້​ ແລະ ໃນ​ແຕ່​ລະ​ປີ​ກໍ​ຈະ​ມີ​ງານ​ບຸນ​ແບບ​ດຽວ​ກັນ​ໃກ້ໆ​ກັນ​ບາງ​ປະ​ເພ​ນີ​ກໍ​ເປັນ​ວັນ​ດຽວ​ກັນ​ເລີຍ.

ວັນຈັນ ວັນທີ່ 24 ກັນຍາ ພ.ສ 2561 ແມ່ນກົງກັບວັນເພັງ 15 ຄ່ຳ ເດືອນ 10 ເຊິ່ງຕອນເຊ້າ ຫລາຍຄົນທີ່ໄປເຮັດບຸນຫໍ່ເຂົ້າສະຫລາກບໍ່ມີແຕ່ປະຊາຊົນຄົນລາວພຽງ ເທົ່ານັ້ນ ປະຊາຊົນໄທ ກໍຖືເອົາມື້ນີ້ ເຮັດເປັນບຸນໃຫຍ່ຄືກັນ.

ວັນບຸນຫໍ່ເຂົ້າສະຫຼາກ ຖືເປັນຮີດຄອງປະເພນີ ທີ່ພໍ່ແມ່ປະຊາຊົນລາວ-ໄທຊາວພຸດ ພວກເຮົາເຄີຍປະພຶດປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້.

SA Game
Lao Youth Radio

ບຸນເຂົ້າສະຫຼາກນີ້, ທັງພີ່ນ້ອງລາວ-ໄທ ຈະມີຄວາມຄ້າຍຄືກັນຫຼາຍ ໂດຍຍາມເຊົ້າ ປະຊາຊົນສອງປະເທດຈະພາກັນໄປຕັກບາດ, ຖະຫວາຍພັດຕາຫານ ແລະກວາຍເຂົ້າສະຫຼາກ ໃນກວາຍເຂົ້າສະຫຼາກນັ້ນ ມີສ່ວນປະກອບຄື ຂ່າ, ຂີງ, ຫົວສີໄຄ, ອ້ອຍ, ຫມາກບົກ, ຖົ່ວດິນ, ປາ, ຊີ້ນແຫ້ງ, ຫມາກນ້ຳ, ເຜືອກ, ຫມາກອຶ, ມັນດ້າງ, ເຄື່ອງຄຳຫມາກ, ເຂົ້າເປືອກ, ເຂົ້າຕອກແຕກ,ຫມາກກ້ວຍ, ຫົວກອຍ, ຫມາກເຄັງ, ຫມາກສີດາ, ຫມາກສົ້ມມໍ, ຫມາກຂ້າມປ້ອມ, ຫມາກຈັບ ແລະອື່ນໆ.

ໃນກວາຍເຂົ້າສະຫຼາກນັ້ນ, ຈະມີການຂຽນຊື່ຜູ້ຕາຍໃສ່ນ້ຳດ້ວຍ, ພ້ອມດ້ວຍຈົກສະຫຼາກວ່າອົງໃດຈະໄດ້ຮັບກວາຍໃດ?.

ເມື່ອຕອນທີ່ພຣະສົງສຳມະເນນຂຶ້ນໄຫວ້ພຣະສູດມົນແລ້ວ ຈະມີການອຸທິດບຸກຸສົນໄປຫາຜູ້ທີ່ລ່ວງລັບໄປແລ້ວ ຕາມລາຍຊື່ທີ່ຕິດມາກັບກວາຍສະຫຼາກນັ້ນໆ ທີ່ຕົນໄດ້ຮັບ.

ສຳຫລັບທາງພາກອິສານຂອງໄທ ຈະຕ່າງໄປຫນ້ອຍນຶ່ງ ຄື ພາຍຫຼັງທີ່ຕັກບາດຢາດນ້ຳແລ້ວ ຈະມີການຟັງເທດຟັງນິທານໃນວັນນະຄະດີ ເຊັ່ນ: ທ້າວກາລະເກດ, ທ້າວກາດຳ, ທ້າວນົກກະຈອກ, ທ້າວເຕົ່າດຳ, ນາງແຕງອ່ອນ ໆລໆ ໂດຍທາງບ້ານແລະວັດຈະແບ່ງກັນເທດ 2-3 ກັນ ເພື່ອແບ່ງໃຫ້ພຣະສົງພາຍໃນວັດເທດສະໜາ. ຈະບໍ່ມີຕົ້ນເງິນຕົ້ນຄຳນຳກັນເທດ ໂດຍທີ່ອອກຕົນຍາດໂຍມຈະບູຊາເອົາກັນເທດນັ້ນເລີຍ.

ສຳຫລັບທາງພາກເໜືອຂອງໄທ ໃນຈັງຫວັດລຳພູນນັ້ນ, ກໍມີບຸນເຂົ້າສະຫຼາກ ເຊິ່ງບໍ່ພຽງຈະເອີ້ນຍາວກວ່າວ່າ ບຸນສະຫຼາກພັດ, ສະຫຼາກຍ້ອມ ແລ້ວ ຍັງແຕກຕ່າງຈາກຂອງລາວເຮົາຫລາຍ ໂດຍໃຫ້ຜູ້ຍິງເປັນເຈົ້າພາບໄດ້ເທົ່ານັ້ນ, ສິ່ງສຳຄັນສຸດຄື ສະຫຼາກຕ້ອງມີຄວາມສວຍງາມ ໃຊ້ຈະຕຸປັດໃຈໃນການກະກຽມງານຂ້ອນຂ້າງຫຼາຍ ໃຜຊິເຮັດບຸນນີ້ໄດ້ ຕ້ອງມີຄວາມອົດທົນຢ່າງສູງ ເປັນວ່າເປັນການເຮັດບຸນທີ່ຍິ່ງໃຫຍ່ທີ່ສຸດເທື່ອໜຶ່ງໃນຊີວິດຂອງຜູ້ຍິງ ເພື່ອເປັນການສັ່ງສົມບາລະມີໃນພາຍພົບໜ້າ ເຊິ່ງທຽບເທົ່າກັບການບວດຂອງຜູ້ຊາຍກໍວ່າໄດ້. ນອກນີ້, ພາຍໃນງານບຸນຍັງມີ ຂະບວນແຫ່ຕົ້ນສະຫຼາກຍ້ອມ ແລະການສະແດງແສງ, ສີ, ສຽງ ທາງວັດທະນະທຳ ການປະກວດການຮຳກະໂລງ ແລະການເຮັດບຸນຖະຫວາຍທານ, ການອ່ານເສັ້ນ, ສະຫຼາກ ຕາມປະເພນີລ້ານນາ ທີ່ມີມາແຕ່ກີ້ແຕ່ກ່ອນ.

ແນວໃດກໍດີ ທັງລາວແລະໄທຕ່າງກໍເຮັດບຸນ 15 ຄ່ຳ ເດືອນ 10 ເພື່ອ ອະນຸລັກຮັກສາ ແລະ ສືບທອດມູນເຊື້ອວັດທະນະທຳອັນດີງາມ ເຊິ່ງພວກເຮົາຄົນລຸ່ນໃໝ່ ຄວນຕ້ອງເສີມຂະຫຍາຍມູນເຊື້ອວັດທະນະທຳດັ່ງກ່າວນີ້ສືບຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:ອິນ​ໄຊ​ລາວ.