ມາ​ຮູ້​ຈັກ​ກັບປະຫວັດ ພຣະນາກສະວາດີເຮືອນແກ້ວ

SA Game

ຫໍສະຫມຸດພິກຸນສິລະປະຄານ

ປະ​ຫວັດ​ຄວາມ​ເປັນ​ມາ​ຂອງພຣະນາກສະວາດີເຮືອນແກ້ວ

ພຣະຣັດຕະນະປະຕິມາຈຳລອງ ແກະສະຫລັກຈາກຫຍົກສີຂຽວ ບໍ່ຮູ້ປະຫວັດການສ້າງ ສິລປະສະໄຫມພຸທທະສັດຕະວັດທີ່ 21 ຖືວ່າເປັນພຣະແກ້ວປະຈຳຣັຊການທີ່ 3 ຂອງສະຫຍາມ ທີ່ນຳມາຈາກການເຮັດສົງຄາມກັບອານາຈັກລາວລ້ານຊ້າງອີກອົງຫນຶ່ງ

ປະຫວັດຈາກການບອກເລົ່າວ່າ ເຈົ້າພະຍາບໍດິນທອນເດຊາ (ສິງ) ເອົາໄປຈາກເມືອງວຽງຈັນ ຫລັງຈາກໄປຕີເມືອງສຳເຣັດແລ້ວ ແລະນຳໄປມອບຖວາຍໃຫ້ ເຈົ້າມະຫາຊີວິດ ຣ.3 ແຫ່ງກຣຸງສະຫຍາມ ໃນຄັ້ງນັ້ນ

ສັນນິຖານວ່າ ສົມເດັຈພຣະບໍວໍຣະຣາຊເຈົ້າ ມະຫາສັກດີພົນເສບ ຊົງໄດ້ມາຈາກການເຮັດສົງຄາມທີ່ເມືອງວຽງຈັນ ໃນໄລຍະປີ ຄສ 1826 – 1828 ແລ້ວນຳມາຖວາຍຣັຊການທີ່ 3 ຊົງສ້າງພຣະສົກ ພຣະຣັດສະໝີ ພ້ອມສາກຫລັງເຮືອນແກ້ວ ເຮືອນຄຳ ລົງສີ ປະດັບດ້ວຍແກ້ວມະນີຖວາຍ ເມື່ອປີ ຄສ. 1830 ດັ່ງປາກົດ ໃນຫມາຍຮັບສັ່ງ ອັນເປັນທີ່ມາຂອງພຣະນາມວ່າ ພຣະນາຄສະວາດເຮືອນຄຳ ຫລືພຣະແກ້ວເຮືອນຄຳ ( ພຣະນາກສະວາດເຮືອນທອງ ຫລືພຣະແກ້ວເຮືອນທອງ )

SA Game
ຫໍສະຫມຸດພິກຸນສິລະປະຄານ

ແນວໃດກໍ່ຕາມ ໃນເລື້ອງພຣະພຸທທະບຸດຍະຣັດ ທີ່ຣັຊການທີ່ 4 ໂປຣດເກົ້າໃຫ້ຮີບໂຮມຂຶ້ນເມືອ ຄສ.1861 ໄດ້ກ່າວເຖິງ ພຣະພຸທທະຮູບສີລາຂຽວ ຫລືພຣະແກ້ວສະວາດ ເຊິ່ງສົມເດັດພຣະບໍວໍຣະຣາຊເຈົ້າມະຫາສັກດິພົນເສບ ໄດ້ນຳເອົາມາຈາກເມືອງວຽງຈັນ ແລ້ວທູນຖວາຍຣັຊການທີ່ 3 ເມື່ອປີ ຄສ. 1826 ພ້ອມກັບພຣະບາງ ພຣະແຊກຄຳ ແລະພຣະສັນໝາກສົມມໍ ກົງກັບເອກະສານຣາຊການທັບເມືອງວຽງຈັນ ສະບັບທີ່ 14 ພະຈິກ 1827 ໄດ້ເວົ້າເຖິງພຣະນາຄສະວາດ 2 ອົງ ຄື : ພຣະນາຄສະວາດ ຫນ້າຕັກ 10 ນິ້ວ ພຣະອົງຫນຶ່ງນ້ຳຫນັກ 17 ຊັ່ງ ພຣະນາຄສະວາດ ຫນ້າຕັກ 8 ນິ້ວ ພຣະອົງຫນຶ່ງ ຫນັກ 3 ຊັ່ງສິບຕຳລຶງ ເຊິ່ງຍັງປາກົດໃນບັນຊີພຣະພຸທທະຮູບຣັຊການທີ່ 3 ທົງສ້າງເມືອ ຄສ. 1827

ຮັຊການທີ່ 3 ທົງພຣະຣາຊດຳຣິວ່າ ການທີ່ຊົງໄດ້ ພຣະແກ້ວນາຄສະວາດອົງນີ້ມາ ໃນປີທີ່ 3 ຂອງຣັຊການນັ້ນ ນັບເປັນບາຣະມີ ຄືກັບສົມເດັຈພຣະບໍຣົມຊະນົກນາຖ ຣັຊການທີ່ 2 ຊົງໄດ້ ພຣະພຸທທະບູສຍະຣັຕຈັກກະພັດ ພິມົນມະນີມັຍ ( ສະໄຫມນັ້ນເອິ້ນວ່າພຣະແກ້ວຜະລຶກ ຫລືພຣະແກ້ວຂາວ ທີ່ໄດ້ມາຈາກເມືອງຈຳປາສັກ ) ໃນປີທີ່ 3 ຂອງຣັຊການເຊິ່ງກັນໂປຣດເກົ້າ ໃຫ້ຈັດຂະບວນເຮືອຂຶ້ນໄປຮັບທີ່ຕຳບົນຕະຫລາດແກ້ວ ແລະມີມະຫະກັມມະການສະຫລອງຄ້າຍກັບຄັ້ງທີ່ຮັບພຣະພຸທທະບຸສຍະຣັດ ( ພຣະແກ້ວຂາວ ຣ. 2 ໄດ້ມາ ) ເມື່ອນຳມາປະດິດສະຖານໃນພຣະບໍຣົມມະຫາຣາຊວັງແລ້ວຈິ່ງໂປຣດເກົ້າຯ

SA Game
ຫໍສະຫມຸດພິກຸນສິລະປະຄານ

ນັບແຕ່ນັ້ນມາຣັຊການທີ່ 3 ກໍ່ໄດ້ຊົງເຊີນພຣະພຸທທະຮູບສີລາຂຽວ ຫລືພຣະນາຄສະວາດ ໄປໃນການພຣະຣາຊພິທີສຳຄັນທຸກຄັ້ງ ໃນເວລາສົງການ ກໍ່ມີການອັນເຊີນໄປສົງນ້ຳຄູ່ກັບພຣະພຸທທະບຸສຍະຣັຕ ດ້ວຍ ຊົງສຳຄັນວ່າເປັນຂອງຄູ່ພຣະບາຣະມີດຽວກັນ.

ຫລັງຈາກຫມົດຣາຊການທີ່ 3 ແລ້ວ ພຣະແກ້ວນາຄສະວາດ ຈາກວຽງຈັນອົງນີ້ ກໍໍ່ເກືອບຈະຫມົດຄວາມຫມາຍຫາຍໄປຈາກຄວາມຊົງຈຳ

ຂອງຣັຊສຳນັກ ທັງທີ່ຣັຊການທີ່ 3 ຊົງຍົກຍ້ອງເປັນພຣະພຸທທະຮູບແກ້ວສຳຄັນຄູ່ພຣະບາຣະມີ ຂໍ້ຄວາມຈາກເລື້ອງພຣະພຸທທະບຸສຍະຣັຕ ສະແດງຣາຊດຳຣິໃນຣັຊການທີ່ 4 ວ່າທີ່ສົມເດັຈພຣະບໍຣົມຊະນົກນາຖ ຮັຊການທີ່ 2 ທົງເຊີນພຣະພຸທທະຮູບຄຳ ນາຄ ເງິນ ເມກພັດ ແລະພຣະແກ້ວບຸສຍະຣັຕ ກໍ່ດີຫລືການທີ່ສົມເດັຈພຣະບໍຣົມມະເສຖາທິຣາຊ ຣັຊການທີ່ 3 ຊົງເຊີນພຣະແກ້ວນາຄສະວາດ ມາປະດິດສະຖານສົງນ້ຳດ້ວຍກັນກັບພຣະບຸສຍະຣັຕ ກໍດີ ເບິ່ງຈະບໍ່ສົມຄວນ ເພາະວ່າແກ້ວຜະລຶກອັນມີນ້ຳເນື້ອງົດງາມເຊັ່ນທີ່ໃຊ້ເຮັດພຣະພຸທທະບຸສຍະຣັຕ ເປັນສິ່ງສິເສດຫາຍາກ

SA Game
ຫໍສະຫມຸດພິກຸນສິລະປະຄານ

ໃນຂະນະທີ່ທອງ ນາຄ ເງິນ ເມກພັດ ເປັນສິ່ງທີ່ຫາໄດ້ງ່າຍດາຍ ແມ່ນວ່ານາຄສະວາດ ກໍ່ຫາໄດ້ທົ່ວໆໄປ ໃນແມ່ນ້ຳຂອງ ຈະສ້າງຈັກຫລາຍຮ້ອຍອົງກໍ່ເຮັດໄດ້ ບໍ່ຄວນນຳມາປຽບທຽບວ່າເປັນສິ່ງສະເໜືອນດຽວກັນ ຈະເປັນໄດ້ກໍ່ພຽງບໍລິວານຂອງພຣະພຸທທະບຸສຍະຣັດເທົ່ານັ້ນ ການພຣະຣາຊພິທີສຳຄັນຢ່າງພຣະຣາຊພິທີບໍຣົມຣາຊາພິເສກ ຕັ້ງແຕ່ຣັຊການທີ່ 4 ເປັນຕົ້ນມາ ກໍ່ບໍ່ໄດ້ເຊີນພຣະແກ້ວນາຄສະວາດຂຶ້ນປະດິດສະຖານບົນພຣະແທ່ນມົນທົນ ຫລືການພຣະຣາຊພິທີອື່ນໃດ ຄົງເຊີນແຕ່ພຣະພຸທທະບຸສຣະຣັຕຯ ຂຶ້ນປະດິດສະຖານນັ້ບແຕ່ນັ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄັງ-ສາງ kung-sang