ປະທານສະພາແຫ່ງຊາດ ທ່ຽວ​ຫຼວງ​ພະ​ບາ​ງ​ຊົມ​ແຫຼ່ງ​ທ່ອງ​ທ່ຽວ​ຕາດກວາງ​ຊີ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ຽວຊົມແຫລ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ເດີນມາເຄື່ອນໄຫວວຽກງານຢູ້ແຂວງຫລວງພະບາງ ແລະ ໄດ້ເດີນທາງໄປຢ້ຽມຊົມ ແຫລ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ ແຂວງຫລວງພະບາງ

ໂອກາດນີ້ ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄດ້ລາຍງານການກະກຽມ ແລະ ການຮອງຮັບນັກທ່ອງທ່ຽວ ເຂົ້າຊົມບັນດາແຫລ່ງທ່ອງທ່ຽວຢູ່ພາຍໃນແຂວງ ລວມທັງສະພາບການຄຸ້ມຄອງ ແຫລ່ງທ່ອງທ່ຽວ ຕາດກວາງຊີ ວ່າ:

ແຂວງຫລວງພະບາງ ໄດ້ຖືກບັນຈຸເຂົ້າໃນແຜນເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ເຊິ່ງໄລຍະທີ່ 1 ເລີ່ມແຕ່ວັນທີ 1 ມັງກອນ 2022 ຫາ ວັນທີ 30 ມີນາ 2022 ອົງການປົກຄອງແຂວງຫລວງພະບາງ ໄດ້ເປັນເອກະພາບກຳນົດເອົາ ນະຄອນຫລວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະ ເມືອງງອຍ ເປັນເຂດການທ່ອງທ່ຽວສີຂຽວຂອງແຂວງ, ຄຽງຄູ່ກັບການສຸມໃສ່ປະຕິບັດ ມາດຕະຖານການທ່ອງທ່ຽວປອດໄພ ຫລື Lao safe ເພື່ອຊຸກຍູ້ໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ ປະຕິບັດຕາມມາດຕະຖານ ເພື່ອຕ້ອນຮັບນັກທ່ອງທ່ຽວແບບປອດໄພ.

SA Game
ຂປລ.

ສໍາລັບ ການພັດທະນາແຫລ່ງທ່ອງທ່ຽວ ນ້ຳຕົກຕາດກວາງຊີ ໄດ້ປັບປຸງທາງຍ່າງ, ບໍລິເວນບ່ອນອາບນ້ຳ, ສ້າງຫ້ອງນໍ້າສາທາລະນະ ຕາມາດຕະຖານອາຊຽນ ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກສະມາຄົມຫ້ອງນ້ຳໂລກ ແລະ ທຶນຂອງໂຄງການພັດທະນາໂຄງລ່າງພື້ນ ຖານ ເພື່ອສົ່ງເສີມການທ່ອງທ່ຽວ, ຕິດຕັ້ງປ້າຍຊີ້ບອກ, ຕູບນັ່ງຜັກຜ່ອນ, ຂົວ, ຮາວກັນຕົກ ແລະ ອື່ນໆ ເພື່ອພັດທະນາແຫລ່ງທ່ອງທ່ຽວ ໃຫ້ເປັນຕົວແບບ ແລະ ການພັດທະນາຢ່າງມີຈຸດສູມ.

ພິເສດໃນປີ 2022 ນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ໄດ້ຮັບການຮັບ ຮອງໃຫ້ເປັນແຫລ່ງທ່ອງທ່ຽວ ທີ່ຍືນຍົງຂອງອາຊຽນ.

ໃນແຕ່ລະປີ, ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຢ່າງຫລວງຫລາຍ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມຫລຸດລົງ ໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ, ແຕ່ປັດຈຸບັນ ອົງການປົກຄອງແຂວງ ກໍຄື ຄະນະຮັບຜິດຊອບຂອງພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ກະກຽມຄວາມພ້ອມ ເພື່ອອຳນວຍຄວາມສະດວກ ໃນການຕ້ອນຮັບນັກທ່ອງທ່ຽວ ພາຍຫລັງລັດຖະບານ ມີການຜ່ອນຜັນ ແລະ ເປີດການທ່ອງທ່ຽວ ເຫັນວ່າ ນັກທ່ອງທ່ຽວ ເດີນທາງມາທ່ອງທ່ຽວນ້ຳຕົກຕາດກວາງຊີ ຫລາຍຂຶ້ນ ໂດຍສະເພາະ ວັນເສົາ ແລະ ວັນອາທິດ.

SA Game
ຂປລ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ຄົ້ນຄວ້າການຈັດວາງສະແດງວັດທະນະທໍາຂອງບັນດາເຜົ່າ, ການຄຸ້ມຄອງ ແລະ ເສີມຂະຫຍາຍຕົ້ນໄມ້-ປ່າໄມ້, ຄຽງຄູ່ກັບການອະນຸລັກຊີວະນາໆພັນ ເພື່ອໃຫ້ສັດປ່ານາໆຊະນິດມີຄວາມອຸດົມສົມບູນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂປລ.