ການ​ທ່ອງ​ທ່ຽວ​ວັງ​ວຽງ​ກັບ​ມາ​ຄື​ກ​ຄື້ນ​ອີກ​ຄັ້ງຫຼັງ​ມາດ​ຕະ​ການ​ຜ່ອນ​ຜັນ

SA Game

​ກັບ​ມາ​ຄືກ​ຄື້ນ​ອີກ! ວັງ​ວຽງ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຢ່າງ​ຫລາຍ​ຫລາຍ

ນັກ​ທ່ອງ​ທ່ຽວ​ໄດ້​ເພີ່ມ​ຂື້ນ​ຢ່າງ​ໄວ​ວາ​ຫລັງ​ຈາກ​ລ​ັດ​ຖະ​ບານ​ໄດ້​ອອກ​ມາດ​ຕາ​ການ​ຜ່ອນ​ຜັນ​ໂຄວິດ-19, ສະເລ່ຍອາທິດໜຶ່ງມີຜູ້ໄປທ່ອງທ່ຽວ ປະມານ 3.000 ຄົນ ໂດຍມີທາງດ່ວນເປັນຕົວຂັບເຂື່ອນສໍາຄັນທີ່ເຮັດໃຫ້ການທ່ອງທ່ຽວເພີ່ມຂຶ້ນ. ແຕ່ຂະນະດຽວກັນ ການຄວບຄຸມນັກທ່ອງທ່ຽວໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຍັງພົບຄວາມຫຍຸ້ງຍາກສົມຄວນ.

​ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 7 ກຸມພາ 2022 ວ່າ: ປັດຈຸບັນ, ນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວເມືອງວັງວຽງ ນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະທ້າຍອາທິດ, ເຊີ່ງເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ເດີນທາງຜ່ານທາງດ່ວນນະຄອນຫລວງວຽງຈັນ ຫາ ວັງວຽງ, ສ່ວນການເດີນທາງຜານລົດໄຟລາວ-ຈີນ ບໍ່ທັນມີເທື່ອ, ສະເລ່ຍອາທິດໜຶ່ງປະມານ 3.000 ຄົນ ທີ່ສ່ວນຫລາຍເດີນທາງໄປຕອນເຊົ້າ ແລະ ກັບຕອນຄໍ່າ, ສ່ວນຜູ້ທີ່ພັກຄ້າງຄືນມີບໍ່ຫລາຍຄືກ່ອນໜ້າມີທາງດ່ວນ. ສໍາລັບສະຖານທີ່ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນຢູ່ຝາກນໍ້າຊອງເບື້ອງຕາເວັນຕົກ ເນື່ອງຈາກມີບໍ່ນໍ້າ ແລະ ບັນດາສວນທີ່ມີກິດຈະກໍາບໍລິການນັກທ່ອງທ່ຽວເປັນຈໍານວນຫລາຍ. ນອກຈາກນີ້ ແມ່ນຢູ່ເຂດຜາຮອມທີ່ມີອາກາດເຢັນສະບາຍ ແລະ ເໝາະສົມໃນການພັກຜ່ອນ.

SA Game
laoyouth-radio.com
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມຢ່າງໃກ້ສິດ ເພື່ອໃຫ້ບັນດາຫົວໜ່ວຍການບໍລິການທ່ອງທ່ຽວ ເອົາໃຈໃສ່ປະຕິບັດບັນດາທຸກມາດຕະ ການທີ່ວາງອອກ, ແຕ່ໃນທາງປະຕິບັດຕົວຈິງ ຍັງປະກົດເຫັນສະພາບການເປີດເພັງເຕັ້ນຊຸມແຊວຢູ່ບາງຫົວຫນ່ວຍບໍລິ ການຢູ່ຕາມລຽບນໍ້າຊອງ ເຮັດໃຫ້ຫລາຍຄົນເປັນຫ່ວງ, ທັ້ງນີ້ ຍ້ອນຫລາຍສາເຫດ ເປັນຕົ້ນ: ຜູ້ໄປທ່ຽວເອົາເຄື່ອງສຽງໄປເອງ, ເຈົ້າຂອງຮ້ານເກງໃຈແຂກ ເພາະຢ້ານແຂກຫນີໄປຮ້ານອື່ນ ຫລື ບາງຮ້ານເຫັນຮ້ານອື່ນເຮັດກໍເຮັດນໍາ ເພື່ອເອົາໃຈແຂກ ແລະ ອື່ນໆ. ສ່ວນເບື້ອງເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ກ້າເຂັ້ມງວດເກີນໄປ ເພາະຢູ່ໃນໄລຍະເລີ່ມຕົ້ນເປີດການທ່ອງ ທ່ຽວຄືນໃຫມ່ ຍ້ອນເຫັນໃຈຜູ້ປະກອບການທີ່ບໍ່ມີລາຍຮັບມາດົນ ເຮັດໃຫ້ການແກ້ໄຂບັນຫານີ້ຍັງພົບຄວາມຫຍຸ້ງຍາກສົມຄວນ.
SA Game
ພາບ​: laoedaily.com.la

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເຖີງວ່າວັງວຽງ ແມ່ນໜຶ່ງໃນຫລາຍສະຖານທີ່ທີ່ລັດຖະບານກໍານົດໃຫ້ເປັນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີນັກທ່ອງທ່ຽວຕ່າງປະເທທດຕາມໂຄງການຂອງລັດຖະບານໄປທ່ອງທ່ຽວເທື່ອ. ດັ່ງນັ້ນ ທາງເມືອງແມ່ນສຸມໃສ່ຊຸກຍູ້ສົ່ງເສີມລາວທ່ຽວລາວເປັນຕົ້ນຕໍໃນໄລຍະນີ້ ແລະ ຮຽກຮ້ອງມາຍັງຫົວໜ່ວຍບໍລິການທ່ອງທ່ຽວພາຍໃນເມືອງ ກໍຄື ນັກທ່ອງທ່ຽວທຸກຄົນທີ່ຈະເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດກວ່າເກົ່າ ເພື່ອເຮັດໃຫ້ຜູ້ປະກອບການມີລາຍໄດ້, ນັກທ່ອງທ່ຽວໄດ້ທັງຄວາມສຸກ-ຄວາມເບີກບານມ່ວນຊື່ນ ແລະ ຫ່າງໄກຈາກພະຍາດໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Lao Youth Radio