ປະທານປະເທດ ລາວ ຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ

SA Game

ກົມການຂ່າວ, ກະຊວງການຕ່າງປະເທດ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ

 ໃນວັນທີ 24-26 ຕຸລາ 2022, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ພິທີຕ້ອນຮັບ, ທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 25 ຕຸລາ 2022, ທີ່ ພະລາດຊະວັງ Istana NurulIman

ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມດ້ວຍພະຣາຊິນີ, ພະບໍລົມ ວົງສານຸວົງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ບຣູໄນ ດາຣູຊາລາມ.

ຈາກນັ້ນກໍໄດ້ມີການພົບປະສອງຝ່າຍ ເຊິ່ງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຢ້ຽມຢາມ ບຣູໄນ ໃນຄັ້ງນີ້.

SA Game
ກົມການຂ່າວ, ກະຊວງການຕ່າງປະເທດ

ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ບຣູໄນ ໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ

ທັງຍັງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງປະຊາຊົນລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆໃນຫລາຍຂົງເຂດ ເປັນຕົ້ນ ແມ່ນທາງດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.

ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືຕໍ່ໜ້າໃນດ້ານຕ່າງໆ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍກວ້າງຂວາງຍິ່ງໆຂຶ້ນ

SA Game
ກົມການຂ່າວ, ກະຊວງການຕ່າງປະເທດ

ພິເສດໃນປີ 2023 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ (27 ກໍລະກົດ 1993-27 ກໍລະກົດ 2023) ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສໍາຄັນ, ເຊິ່ງທ່ານປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນໂອກາດດັ່ງກ່າວ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຕໍ່ສະພາການຄ້າ ແລະ ອຸດສາຫາກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ ທີ່ໄດ້ຮ່ວມກັນຈັດກອງປະຊຸມພົບປະທຸລະກິດຂຶ້ນ ໃນໂອກາດຢ້ຽມຢາມຄັ້ງນີ້

ເພື່ອເປັນການເປີດໂອກາດໃຫ້ມີການປຶກສາຫາລືຮ່ວມກັນ ໃນການຮ່ວມມື ແລະ ຈັບຄູ່ທຸລະກິດທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງ ໂດຍສະເພາະແມ່ນສຸມໃສ່ການຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ

ເຊິ່ງທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີຕໍ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແລະ ເຊີນຊວນນັກທຸລະກິດ ບຣູໄນ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ພະລັງງານ ແລະ ທ່ອງທ່ຽວ ຫລື ຂະແໜງການອື່ນທີ່ຝ່າຍບຣູໄນ ມີຄວາມສົນໃຈ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບສະ ພາບການພາຍໃນປະເທດຂອງຕົນ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

SA Game
ກົມການຂ່າວ, ກະຊວງການຕ່າງປະເທດ

ພ້ອມດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບ ບຣູໄນ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍສະເພາະການເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ

ເຫັນວ່າ ຂໍ້ລິເລີ່ມ ສ້າງຕັ້ງສູນອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (ASEAN Center for Climate Change) ຢູ່ ບຣູໄນ ດາຣູຊາລາມ ຈະມີບົດບາດສໍາຄັນໃນຖານະເປັນແຫລ່ງຂໍ້ມູນ ແລະ ເປັນບ່ອນແລກປ່ຽນບົດຮຽນທີ່ດີ ລະຫວ່າງປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືຕ່າງໆ

ເພື່ອສົ່ງເສີມຄວາມເຂັ້ມແຂງ ໃຫ້ແກ່ປະເທດສະມາຊິກ ກໍຄື ພາກພື້ນ ໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ໄພພິບັດທາງທໍາມາຊາດໃນຕໍ່ໜ້າ, ພ້ອມກັນນີ້, ກໍໄດ້ສະແດງຄວາມຂອບ ໃຈຕໍ່ ບຣູໄນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນຂອບວຽກອາຊຽນ ໃນໄລຍະຜ່ານມາ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ 2 ສະບັບ ຄື:

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກໍາ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ແລະ ກະຊວງຊັບພະຍາກອນ ແລະ ການທ່ອງທ່ຽວ ຂອງບຣູໄນ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ແລະ ກົມພະລັງງານ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂອງບຣູໄນ.

SA Game
ກົມການຂ່າວ, ກະຊວງການຕ່າງປະເທດ

ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ, ອົບອຸ່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ ບ່ອນຂຸດເຈາະນໍ້າມັນ ແລະ ອາຍແກັດ ຂອງ ບຣູໄນ (Brunei Shell Petroleum and Brunei Liquefied Natural Gas) ຕື່ມອີກ, ເຊິ່ງເປັນກຽດຕ້ອນຮັບໂດຍ ທ່ານ Dato Dr Amin Abdullah, ລັດຖະມົນປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ-ເສດຖະກິດ II.

ໃນຕອນຄໍ່າຂອງວັນດຽວກັນ, ໄດ້ມີງານລ້ຽງຮັບຮອງເປັນກຽດຈັດໂດຍ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ພ້ອມດ້ວຍພະຣາຊິນີ ເພື່ອເປັນກຽດໃຫ້ແກ່ ທ່ານປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ