ຮອດເດືອນຕຸລາ 2022 ​ຜູ້​ໂດຍ​ສານ​ໃຊ້​ລົດ​ໄຟ​ລາວ-ຈີນກວ່າ739ລ້ານ​ເທືອ​ຄົນ

SA Game

ຂ​ປ​ລ

ພາຍ​ໃນເດືອນຕຸລາ ມີຜູ້ໂດຍສານຂີ່ລົດໄຟ ລາວ-ຈີນ ຢ່າງ​ຫລວງ​ຫລາຍ ແລະ ຍັງ​ຈະເພີ່ມ​ຂື້ນ​ເລື້ອຍໆ

ຈາກ​ຂໍ້​ມູນ​ຂອງພະແນກຈັດການໂຄງການ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນໃຫ້​ຮູ້​ວ່າ:

ພາຍຫລັງໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ແມ່ນ 10 ເດືອນກວ່າແລ້ວ ທີ່ແລ່ນໃຫ້ບໍລິການລູກຄ້າ ແລະ ເຫັນໄດ້ຄວາມຕ້ອງການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ມາຮອດວັນທີ 3 ຕຸລາ ປີ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງໝົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ.

ມາຮອດວັນທີ 3 ຕຸລາ 2022 ນີ້, ລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງຫມົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມແດນ 154 ລ້ານໂຕນ.

ສະເພາະເດືອນກັນຍາ ຜ່ານມາ, ໄດ້ຂົນສົ່ງສີນຄ້າເຖິງ 125 ລ້ານໂຕນ, ໄດ້ສ້າງສະຖີຕິການຂົນສົ່ງສິນຄ້າຫລາຍທີ່ສຸດໃນເດືອນດຽວ ຕັ້ງແຕ່ເລີ່ມເປີດການຂົນສົ່ງສິນຄ້າ 100 ກວ່າປະເພດໃນຕົ້ນປີ ແລະ ເພີ່ມຂຶ້ນມາເປັນ 1.200 ປະເພດ ແລະ ມີມູນຄ່າຂອງສິນຄ້າທັງໝົດແມ່ນຫລາຍກວ່າ 100 ຕື້ຢວນ.

SA Game
ຂ​ປ​ລ

ທ່ານ ອາຊານ ພາສາແປ ຍັງໃຫ້ຮູ້ອີກວ່າ: ພາຍຫລັງເປີດເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງຜ່ານທາງລົດໄຟ ເຂົ້າມາທ່ຽວ ນະຄອນຫລວງພະບາງ ຢ່າງຫລວງຫລາຍ, ເຮັດໃຫ້ປະຊາຊົນມີລາຍຮັບຈາກການເລີ່ມເຮັດທຸລະກິດຂອງຕົນເອງ ເປັນຕົ້ນ ຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານ ເພື່ອບໍລິການຜູ້ໂດຍ ສານຢູ່ໃກ້ກັບສະຖານີ ແລະ ສາມາດສ້າງລາຍຮັບເພີ່ມຂຶ້ນຫລາຍກວ່າແຕ່ກອ່ນ.

ພາຍຫລັງເປີດເສັ້ນທາງລົດໄຟລາວ-ຈີນ, ພາກສວນທາງລົດໄຟ ໄດ້ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ວິເຄາະຮູບການເດີນທາງຂອງຜູ້ໂດຍສານ, ຈັດສັນການເດີນທາງໃຫ້ຖືກຕ້ອງ, ເພີ່ມທະວີການສະໝອງສິນຄ້າ, ຂົນສົ່ງຜູ້ໂດຍສານ, ຮັບປະກັນຄວາມປອດໄພການເດີນທາງຂອງຜູ້ ໂດຍສານ, ຕອບສະໝອງຄວາມຕ້ອງການໆເດີນທາງຂອງຊາຊົນ ແຕ່ລະເສັ້ນທາງໃຫ້ພຽງພໍ.

SA Game
ຂ​ປ​ລ

ພ້ອມກັນນັ້ນ, ຍັງໄດ້ຄົ້ນຄວ້າຮູບແບບໃໝ່, “ເສັ້ນທາງດວນລ້ານຊ້າງ”, ອີຄອມເມີດຂ້າມແດນ, “ທາງລົດໄຟລາວ-ຈີນ, ທາງລົດໄຟຈີນ-ເອີຣົບ” ການຂົນສົ່ງທາງລົດໄຟຮູບແບບໃໝ່ລະຫວ່າງປະເທດ, ເສີມຂະຫຍາຍການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ຜ່ານຊາຍແດນ, ເຮັດໃຫ້ຫລາຍວິສາຫະກິດ ໄດ້ຮັບກາລະໂອກາດ ແລະ ໄດ້ຮັບຜົນປະໂຫຍດຈາກການນຳໃຊ້ທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີບົດບາດຂະຫຍາຍຕົວໃນພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນອະນາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ