ປະທານປະເທດຢ້ຽມ​ຢາມສາມຫຼ່ຽມປີ້ງໄກ່ເຊໂນ ​ອີກ​ໜຶ່ງ​ຈຸດສັນ​ຍາ​ລັກ

SA Game

ປີ້ງໄກ່ນາປົ່ງ

ຕ້ອນຮັບປະທານປະເທດ ທີ່ສາມຫຼ່ຽມປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

ທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ ພ້ອມດ້ວຍບັນດາທ່ານການນໍາຂອງເມືອງ ໄດ້ໃຫ້ການຕ້ອນຮັບປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພະນະທ່ານ ທອງລຸນ ສີສຸລິດ ຢູ່ທີ່ ບໍລິເວນສາມຫຼ່ຽມປີ້ງໄກ່ເຊໂນ ໃນຕອນເຊົ້າວັນທີ 23 ມີນາ 2023 ໂດຍການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ.

ທ່ານ ນາງ ຄໍາສີ ບົວລົມ ຮອງຫົວໜ້າພະແນກໂຍທາທິການ-ຂົນສົ່ງແຂວງ ກ່າວລາຍງານໂດຍຫຍໍ້ ກ່ຽວກັບແຜນຜັງລວມໂຄງການອອກແບບກໍ່ສ້າງສາມຫຼຽ່ມປິ້ງໄກ່ເຊໂນວ່າ: ເຂດດັ່ງກ່າວປະກອບມີ 13 ຈຸດຄື: ຮ້ານປິ້ງໄກ່,ຮ້ານຄ້າໃຫ້ເຊົ່າ,ອາຄານທີ່ມີຢູ່ແລ້ວ,ໂຮງແຮມ,ໂຊນປໍ້ານໍ້າມັນ,ປະຕິມະກໍາຕິບເຂົ້າໃຫຍ່, ລານອາເນກປະສົງ,ປະຕິມະກໍາເຂັມທິດ,ສູນບໍລິການກວດເຊັກລົດ, ອ່າງບໍາບັດນໍ້າເສຍດີວິດ,ຈຸດພັກລົດທ່ອງທ່ຽວ,ຈຸດພັກລົດໂດຍສານ ແລະ ຈຸດພັກລົດຂົນສົ່ງ,ເຊິ່ງມີມູນຄ່າການລົງທຶນ 2 ແສນກວ່າໂດລາ

SA Game
Media Laos

ໂດຍແມ່ນ ກຸ່ມບໍລິສັດ ຈະເລີນໄຊ ກໍ່ສ້າງສ້ອມແປງຊົນລະປະທານຂົວທາງ ແລະ ເຄຫະສະຖານ ຈໍາກັດຜູ້ດຽວ,ຂະນະດຽວກັນ ທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ ກໍ່ກ່າວລາຍງານໂດຍຫຍໍ້ວ່າ: ຕາມແຜນຂອງແຂວງ,ກໍ່ຄືຂອງເມືອງແລ້ວຈຸດສາມຫຼຽ່ມປິ້ງໄກ່ເຊໂນ ຈະເລັ່ງໃສ່ໃຫ້ເປັນຈຸດບໍລິການທີ່ຄົບວົງຈອນ,ສະດວກສະບາຍຂອງແຂກທີ່ມາພັກຜ່ອນ ຫຼື ທຽວໄປທຽວມາ

ນອກຈາກນີ້ຈຸດດັ່ງກ່າວຍັງເປັນເອກະລັກທີ່ມີຊື່ສຽງໂດງດັງໃນທົ່ວພາກພື້ນ ແລະ ສາກົນ ເປັນຕົ້ນກໍ່ແມ່ນປິ້ງໄກ່ເຊໂນ ( ປິ້ງໄກ່ລາດ ),ຕາມແຜນທາງເມືອງແມ່ນຈະໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນເມືອງລ້ຽງໄກ່ລາດເປັນຟາມຢ່າງຢັ້ງຢືນ ແລະ ຄົງຕົວ ເພື່ອຕອບສະໜອງໃຫ້ສາມຫຼຽ່ມປິ້ງໄກ່ພຽງພໍໃນແຕ່ລະວັນໃຫ້ແຂກທີ່ທຽວໄປທຽວມາໄດ້ຮັບປະທານອາຫານແບບປິ້ງໄກ່ລາດຢ່າງພຽງພໍ

SA Game
ປີ້ງໄກ່ນາປົ່ງ

ໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ເນັ້ນວ່າ: ເມືອງອຸທຸມພອນ ກໍ່ເປັນອີກເມືອງໜຶ່ງທີ່ມີການພັດທະນາໄວຂອງແຂວງສະຫວັນນະເຂດ,ຖັດຈາກນະຄອນໄກສອນ ພົມວິຫານ,ເຮັດແນວໃດເພື່ອດຶງດູດເອົານັກທ່ອງທ່ຽວໃຫ້ມາແວ່ພັກເຊົາຢູ່ທີ່ນີ້ໃຫ້ຫຼາຍຂື້ນພວກເຮົາຕ້ອງຊອກຫາທຸກວິທີທາງ,ສິ່ງໃດທີ່ເປັນເອກະລັກຂອງເຊໂນແລ້ວກໍ່ຕ້ອງໃຫ້ຮັກສາໄວ້ ເປັນຕົ້ນກໍ່ແມ່ນຊື່ສຽງປິ້ງໄກ່ລາດ ກໍ່ຂໍໃຫ້ເປັນໄກ່ລາດ,ຢ່າສູ່ໃຫ້ເປັນໄກ່ພັນມາປະປົນອັນຈະເຮັດໃຫ້ຊື່ສຽງປິ້ງໄກ່ເຊໂນເຊື່ອມເສຍ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos