ຕິດຕາມຄວາມຄືບໜ້າ ໂຄງການສ້າງພະທາດ ເກດແກ້ວຈຸນລະມະນີ

SA Game

ຂປລ.

ໂຄງການກໍ່ສ້າງພະທາດ ເກດແກ້ວຈຸນລະມະນີ ສາມັກຄີສິດອນໄຊມີ​ຄວາມ​ຄືບ​ໜ້າ​ຫລາຍ

 ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແລະ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງພະທາດ ເກດແກ້ວຈຸນລະມະນີ ສາມັກຄີສິດອນໄຊ ເມືອງສຸຂຸມາ ແຂວງຈໍາປາສັກ ວັນທີ 23 ມີນາ 2023 ນີ້.

ໂດຍການຕ້ອນຮັບ ແລະ ຮ່ວມຕິດຕາມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ມີພະແນກການ-ກົມກອງອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ໃຫ້ການຕ້ອນຮັບ.

ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈໍາປາສັກ ໃນນາມຕ່າງໜ້າຄະນະຊີ້ນຳດ້ານເຕັກນິກຂັ້ນແຂວງ ຂອງໂຄງການດັ່ງກ່າວ ໄດ້ລາຍງານກ່ຽວກັບຄວາມ ຄືບໜ້າໃນການຈັດ ຕັ້ງປະຕິບັດໂຄງການ, ທີ່ຕັ້ງຢູ່ບ້ານຄຸ້ມໃຫຍ່(ດອນໄຊ) ເມືອງສຸຂຸມາ

SA Game
ຂປລ.

ເຊິ່ງຢູ່ກາງດອນແມ່ນໍ້າຂອງ ຫ່າງຈາກເທສະບານແຂວງຈຳປາສັກ ລົງໄປທາງທິດໃຕ້ 80 ກິໂລແມັດ ແລະ ຫ່າງຈາກເທສະບານເມືອງສຸຂຸມາ ໄປທາງທິດຕາເວັນອອກສ່ຽງໃຕ້ 17 ກິໂລແມັດໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຮ່ວງເງິນລະດົມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍແມ່ນຫ້ອງວ່າການແຂວງຈຳປາສັກ ເປັນເຈົ້າຂອງໂຄງການ, ພະແນກ ຍທຂ ແຂວງ ເປັນຜູ້ຕິດຕາມດ້ານເຕັກນິກ ແລະ ຮັບເໝົາໂດຍ ບໍລິສັດທະວີຊັບກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ໄດ້ເຊັນສັນຍາໃນວັນທີ 25 ຕຸລາ 2022 ໄລຍະເວລາ ການກໍ່ສ້າງ 1 ປີ, ລວມມູນຄ່າກໍ່ສ້າງທັງໝົດ 6,5 ຕື້ກວ່າກີບ ປະກອບດ້ວຍ 2 ໜ້າວຽກຫລັກ ຄື ການກໍ່ສ້າງພະທາດ ເກດແກ້ວຈຸນລະມະນີ ສາມັກຄີສິດອນໄຊ, ກວ້າງ 30×30 ແມັດ, ສູງ 33 ແມັດ, ມີ 5 ຊັ້ນ ແລະ ອ້ອມຮອບດ້ວຍກົມມະລຽນ ຂະໜາດກ້ວາງ 61×61 ແມັດ, ຮູບຊົງລາວ ແລະ ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່ (ດອນໄຊ) ຫາພະທາດ, ການຈັດຕັ້ງປະຕິບັດໂຄງການມີ 2 ໄລຍະ. ສຳລັບ ຄວາມຄືບໜ້າໂດຍລວມຂອງໂຄງການ ມາຮອດປັດຈຸບັນ ປະຕິບັດໄດ້ 48,7%. ໃນນັ້ນ, ສຳເລັດວຽກການກໍ່ສ້າງພະທາດເກດແກ້ວ, ໂຄງສ້າງຕົວຂອງພຣທາດ, ຕໍ່ເຕີມໂຄງສ້າງຖ້ານ ແລະ ສຳເລັດ ການກໍ່ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່, ດອນໄຊ ຫາ ພະທາດ ຍາວ 1.500 ແມັດ, ກວ້າງ 5 ແມັດ. ສ່ວນວຽກທີ່ຕ້ອງສືບຕໍ່ຍັງມີ ການກໍ່ສ້າງກໍາແພງ, ປະຕູໂຂງ ປະຕິບັດໄດ້ 70-80% ແລະ ເດີ່ນດ້ານໃນພະທາດ ແມ່ນໄດ້ສໍາເລັດການຖົມດິນປັບລະດັບເດີ່ນ ແລະ ກະກຽມເທເບຕົງ.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະ ຕິບັດເຫັນວ່າມີຄືບໜ້າຫລາຍສົມຄວນ, ໂຄງການນີ້ເປັນການ ສົມທົບແຫລ່ງທຶນ ໃນການພັດທະນາເສດຖະກິດ ຈາກຜູ້ປະກອບການ ພາກທຸລະກິດຫລາຍພາກສ່ວນ ເພື່ອສ້າງປະຫວັດສາດອັນໃໝ່, ປະກອບສ່ວນສ້າງມໍລະດົກ ອັນສັກສິດ ໃຫ້ຄົນຮຸ່ນຫລັງ ໄດ້ສັກກາລະບູຊາ.

SA Game
ຂປລ.

ພ້ອມນັ້ນ, ທ່ານຍັງໄດ້ສະເໜີມອບ ໃຫ້ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ແລະ ທ່ານເຈົ້າແຂວງຈຳປາສັກ ເປັນຜູ້ສືບຕໍ່ຊີ້ນຳໂຄງການ ແລະ ພະແນກການກ່ຽວຂ້ອງ ຕ້ອງສືບຕໍ່ດຳເນີນການຈັດຕັ້ງປະຕິບັດວຽກງານພາກສະໜາມ ໂດຍສະເພາະ 5 ວຽກໃຫຍ່ ຂອງໂຄງການດັ່ງກ່າວ ເພື່ອໃຫ້ສຳເລັດຕາມແຜນທີ່ກຳນົດໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ