ຖໍ້ານໍ້າອອກ ບ້ານຫາງລ້ອງ ເມືອງວຽງໄຊ ຖໍ້າທີ່ມີຄວາມງົດງາມຫຼາຍ

SA Game

Media Laos

ຖໍ້ານໍ້າອອກ ບ້ານຫາງລ້ອງ ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຂອງເມືອງວຽງໄຊ

ຖໍ້ານໍ້າອອກ ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມ ຕັ້ງຢູ່ຂອບເຂດ ບ້ານຫາງລ້ອງ, ບ້ານນາປຸ່ງ ແລະ ບ້ານເມືອງລຽດ ຫ່າງຈາກເທດສະບານ ເມືອງວຽງໄຊ 11 ກິໂລແມັດ ແລະ ຫ່າງຈາກສຳນັກງານແຂວງຫົວພັນ 17 ກິໂລແມັດ ເປັນຖໍ້າຫີນປູນທຳມະຊາດທີ່ມີສາຍນໍ້ານ້ອຍໄຫຼຜ່ານໃນຖໍ້າຕະຫຼອດປີ.

ແຂວງຫົວພັນ ເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວຢ່າງຫຼວງຫຼາຍ ທີ່ມີເອກະລັກໂດດເດັ່ນ ບໍ່ວ່າຈະເປັນ ແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ; ແຕ່ແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ເປີດການບໍລິການແລ້ວພັດຍັງມີໜ້ອຍ ຄືດັ່ງ ຖໍ້ານໍ້າອອກ ບ້ານຫາງລ້ອງ ເມືອງວຽງໄຊ ເປັນຖໍ້າທີ່ມີຄວາມງົດງາມຫຼາຍຢູ່ໃນແຂວງຫົວພັນ ຊຶ່ງໄດ້ຮັບການສຳຫຼວດ ແລະ ກຳລັງວາງແຜນພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຂອງເມືອງວຽງໄຊ.

SA Game
Media Laos

 ການເດີນສຳຫຼວດຖໍ້ານໍ້າອອກ ໄດ້ເລີ່ມຈາກຈຸດປາກຖໍ້າບ້ານຫາງລ້ອງ ຂຶ້ນໄປຕາມສາຍນໍ້າ ແລ້ວໄປປ່ອງໃສ່ປາກຖໍ້າ ເບື້ອງໜອງປາໃຫຍ່ ເຂດບ້ານເມືອງລຽດ ໃຊ້ເວລາຍ່າງ ແລະ ເພີດເພີນກັບຄວາມງາມຂອງຖໍ້າ 2 ຊົ່ວໂມງກວ່າ ຊຶ່ງພາຍໃນຖໍ້າມີຄວາມຍາວ 1 ກິໂລແມັດກວ່າ, ບ່ອນກວ້າງສຸດ 20-25 ແມັດ, ບ່ອນແຄບສຸດ 5-10 ແມັດ ບ່ອນສູງສຸດປະມານ 40-50 ແມັດ ແລະ ບ່ອນຕໍ່າສຸດກໍ່ຄືເຂດປາກຖໍ້າ ເບື້ອງທີ່ຕິດກັບບ້ານເມືອງລຽດ ສູງປະມານ 1 ແມັດ

SA Game
Media Laos

ຄວາມງົດງາມແຕ່ລະບ່ອນແຕກຕ່າງກັນ ມີຫີນຍ້ອຍ-ຫີນງອກ ທີ່ຄ້າຍຄືຮູບປັ້ນຄົນ, ງວງຊ້າງ, ຕັ່ງນັ່ງນາງຟ້າ, ພະລືສີ, ດອກເຫັດ ແລະ ຮູບອື່ນໆ ເຫຼືອມມະຍິບມະຍັບ ດັ່ງເພັດພອຍທີ່ມີລາຄາແພງ ມີຫຼາຍຮູບ ຫຼາຍແບບ ມີສີສັນທີ່ໂດດເດັ່ນ ເຫັນແລ້ວຫນ້າປະທັບໃຈຫຼາຍ ນອກນີ້ຍັງໄດ້ສໍາພັດກັບອາກາດທີ່ເຢັນສະບາຍຢູ່ພາຍໃນຖໍ້າອີກດ້ວຍ.

SA Game
Media Laos

ຖໍ້ານໍ້າອອກ ໃນເມື່ອກ່ອນເຄີຍເປັນບ່ອນລີ້ຊ່ອນຂອງພະນັກງານ ແລະ ປະຊາຊົນ ຈາກສົງຄາມບຸກໂຈມຕີ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ປີ 1975 ບັນດາສຳນັກງານຕ່າງໆ ໄດ້ຍົກຍ້າຍອອກຈາກບໍລິເວນຖໍ້າ ໄປຕັ້ງສຳນັກງານຢູ່ເມືອງຊໍາເໜືອ ແລະ ບ່ອນອື່ນໆ ເຫຼືອໄວ້ພຽງຄວາມຊົງຈຳ ປັດຈຸບັນ ການທ່ອງທ່ຽວໄດ້ເຂົ້າມາມີບົດບາດໃນການພັດທະນາເສດຖະກິດ-ສັງຄົມ ຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງຫົວພັນ ຈິ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເມືອງວຽງໄຊ ແລະ ອຳນາດການປົກຄອງບ້ານຫາງລ້ອງ-ບ້ານເມືອງລຽດ ລົງສຳຫຼວດ, ເກັບກຳຂໍ້ມູນ, ກຳນົດພື້ນທີ່ ແລະ ຂຽນແຜນພັດທະນາ ເພື່ອສ້າງເງື່ອນໄຂໃຫ້ພາກທຸລະກິດ ທີ່ມີຈຸດປະສົງຢາກພັດທະນາເປັນແຫຼ່ງທ່ອງທ່ຽວໃນອະນາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos