ປະກາດ ຮັບຮອງເອົາ “ພະເຈົ້າອົງຕື້” ເປັນມໍລະດົກທ້ອງຖິ່ນແຂວງຫົວ​ພັນ

SA Game

ອິນ​ໄຊ​ລາວ

​ແຂວງ ຫົວພັນ ປະກາດ ຮັບຮອງເອົາ “ພະເຈົ້າອົງຕື້” ເປັນມໍລະດົກທ້ອງຖິ່ນ.

ພະເຈົ້າອົງຕື້ ເປັນພະພຸດທະຮູບປາງມາລະວິໄຊ ມີນ້ຳໜັກ 3.850 ກິໂລກະລາມ, ເປັນພະພຸດທະຮູບທອງສຳລິດ ມີລັກຊະນະຮູບຊົງສວຍສົດງົດງາມ. ຫຼໍ່ຂື້ນທີ່ບ້ານເມືອງໂສຍແຂວງຫົວພັນໃນປີ ພສ 2108 ກົງກັບ ຄສ 1565 ເດືອນຍີ່ລາວຂື້ນ 5 ຄ່ຳ, ໂດຍແມ່ນເຈົ້າພະຍາສີສຸລີນທຳ ມະລາດເປັນຜູ້ນຳພາຫຼໍ່, ປະຈຸບັນໄດ້ປະດິດສະຖານໄວ້ຢູ່ທີ່ວັດອົງຕື້ສີບຸນເຮືອງໄຊຍະຣາມເທດສະບານເມືອງຊຳເໜືອແຂວງຫົວພັນ.

ເພື່ອປະຕິບັດຕາມກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ (ສະບັບປັບປຸງ)ເລກທີ44/ສພຊ; ລົງວັນທີ 24 ທັນວາ ປີ2013; ມາດຕາ 19 ວ່າດ້ວຍ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ກົດໝາຍປົກຄອງທ້ອງຖິ່ນແຫ່ງ ສປປ ລາວ ສະບັບເລກທີ 68/ສພຊ; ລົງວັນທີ 14 ທັນວາ ປີ 2015 ໝວດທີ IV ວ່າດ້ວຍສິດ ແລະ ໜ້າທີຂອງເຈົ້າແຂວງ ພ້ອມທັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ, ຄວາມສຳຄັນ ແລະ ຊື່ສຽງຂອງພະເຈົ້າອົງຕື້ເຊີ່ງເປັນພະພຸດທະຮູບທີ່ເກົ່າແກ່, ສັກສິດໃຫ້ເປັນມີ່ງຂັວນເຄົາລົບຊັກກາລະບູຊາຂອງປວງຊົນລາວບັນດາເຜົ່າເວົ້າສະເພາະຊາວແຂວງ ຫົວພັນ ຕະຫຼອດໄປ.

SA Game
ອິນ​ໄຊ​ລາວ

ດັ່ງນັ້ນ, ໃນວັນທີ 15 ກຸມພາ ກົງກັບເດືອນ 3 ລາວຂື້ນ 14 ຄ່ຳນີ້ ພະສົງພ້ອມດ້ວຍການນຳ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງຊຳເໜືອແຂວງຫົວພັນ ໄດ້ຈັດພິທີທາງສາດສະໜາຂື້ນຢູ່ວັດອົງຕື້ສີບຸນເຮືອງໄຊຍະຣາມ ເພື່ອປະກາດຮັບຮອງເອົາພະອົງຕື້ເປັນມໍລະດົກຂັ້ນທ້ອງຖີ່ນຂອງຕົນຕາມຂໍ້ຕົກຂອງທ່ານເຈົ້າແຂວງສະບັບເລກທີ146/ຈຂ ຫພ ລົງວັນທີ 14 ກຸມພາ ປີ 2022 ວ່າດ້ວຍການຮັບຮອງເອົາພະອົງຕື້ເປັນມໍລະດົກທາງດ້ານວັດທະນາທຳລະດັບທອງຖີ່ນແຂວງຫົວພັນ.

SA Game
ອິນ​ໄຊ​ລາວ

ຜູ້ມອບໂດຍແມ່ນ ທ່ານ ພຸດພັນ ແກ້ວວົງ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດ ວັດທະນາທຳ-ສັງຄົມ ຂັ້ນແຂວງ ຜູ້ຮັບໂດຍແມ່ນ ນາງ ໝັ້ນ ເພັງຂະຕິຍະ, ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແຂວງ ໂດຍມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ ພ້ອມດ້ວຍການນຳຂອງເມືອງຊຳເໜືອ, ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ມວນຊົນພາຍໃນເທດສະບານເມືອງຊຳເໜືອເຂົ້າຮ່ວມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: insidelaos.com