ເມືອງເມິງ ເປີດແຫລ່ງ​ທ່ອງ​ທ່ຽວ​ບໍ່​ນ້ຳ​ຮ້ອນ​​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

​ເປີດ​ແຫລ່ງ​ທ່ອງ​ທ່ຽວ​ໃໝ່ບໍ່ນໍ້າຮ້ອນປຸ່ງເລາະ ເມືອງເມິງ ໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ

ປະ​ຕິ​ບັດຕາມແຜນການເປີດການທ່ອງທ່ຽວ ຕາມເສັ້ນທາງທ່ອງທ່ຽວສີຂຽວ ຂອງແຂວງວາງອອກ ອົງການປົກຄອງບ້ານປຸ່ງເລາະ, ເມືອງເມິງ, ແຂວງບໍ່ແກ້ວ ໄດ້ເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມບໍ່ນໍ້າຮ້ອນປຸ່ງເລາະ ພາຍຫຼັງທີ່ພະຍາດໂຄວິດ -19 ໄດ້ຜ່ອນຄາຍລົງ ໃນລະຫວ່າງວັນທີ 12-13 ມີນາ 2022 ນີ້,  ເຊິ່ງຈະໄດ້ເປີດຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນເດືອນເມສາ 2022 ຈະມາເຖິງນີ້.

ໂດຍອີງໃສ່ແຜນການຟື້ນຟູການທ່ອງທ່ຽວ ຂອງ ສປປ ລາວ, ຕາມແຜນການເປີດປະເທດ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດ ຕິດພັນກັບແຜນການຕ່າງໆ ຂອງໂຄງການລາວເຊບ ບົນພື້ນຖານຮູບແບບການທ່ອງທ່ຽວເຂດສີຂຽວ.

ດັ່ງນັ້ນ, ອົງການປົກຄອງບ້ານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ພ້ອມກັນປັບປຸງສະຖານທີ່ແຫຼ່ງທ່ອງທ່ຽວບໍ່ນໍ້າຮ້ອນຫ້ວຍປຸ່ງເລາະ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວຊົມບໍ່ນໍ້າຮ້ອນປຸ່ງເລາະ ໃນຊ່ວງບຸນປີໃໝ່ລາວທີ່ຈະມາເຖິງນີ້.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ເປັນຕົ້ນແມ່ນໄດ້ປັບປຸງຕູບນັ່ງພັກເຊົາ, ປັບປຸງຫ້ອງນໍ້າ ແລະ ການບໍລິການອາ ຫານ, ເຄື່ອງດື່ມປະເພດຕ່າງໆໄວ້ຄອຍບໍລິການ ໃຫ້ແກ່ນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວແຂວງບໍ່ແກ້ວ ກໍ່ຄືເມືອງເມິງໃຫ້ມີຄຸນນະພາບດີຂຶ້ນ ທັງນີ້ກໍ່ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວບໍ່ນໍ້າຮ້ອນ ກໍ່ຄືສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມປະທັບໃຈ ແລະ ແຫຼ່ງທ່ອງທ່ຽວບໍ່ນໍ້າຮ້ອນປຸ່ງເລາະ ຈະເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນທຸກໆມື້ ຈົນຮອດບຸນປີໃໝ່ລາວ ພສ 2565 ທີ່ຈະມາເຖິງນີ້.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ທັງນີ້ ກໍ່ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການຮອງຮັບນັກທ່ອງທ່ຽວ ຕາມເສັ້ນທາງທ່ອງທ່ຽວສີຂຽວ ໄລຍະທີ 2 ຕາມແຜນ ຂອງກະຊວງ ກໍ່ຄືພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງບໍ່ແກ້ວວາງອອກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການວາງອອກ ຕິດພັນກັບການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ -19 ທີ່ທາງຄະນະສະເພາະກິດຂອງແຂວງ ກໍ່ຄືຂອງເມືອງວາງອອກຢ່າງເຂັ້ມງວດ.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມບໍ່ແກ້ວ Bokeo Newspaper