ບໍ່​ແກ້ວ​ປະ​ກາດ ບ້ານ​ຈຽງ​ຕອງ​ເປັນ​ບ້ານ​ວັດ​ທະ​ນະ​ທຳ​ໃໝ່.

SA Game

ພາບ​: laoedaily.com.la

ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຮັບນາມມະຍົດເປັນບ້ານ ວັດທະນະທຳ ແລະ ສາມັກຄີປອງດອງ.

ໃນວັນທີ 18 ທັນວາຜ່ານມາ ທີ່ເດີນໂຮງຮຽນ ມຕ ຈຽງຕອງ ໄດ້​ປະ​ກາດເອົາ ບ້ານ ຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ ເປັນບ້ານ ວັດທະນະທຳໃໝ່, ບ້ານສາມັກຄີປອງດອງ, ບ້ານແບບຢ່າງປະຕິບັດກົດໝາຍ ແລະ ບ້ານຍຸດຕິການຖ່າຍຊະຊາຍ ໂດຍການເປັນປະທານ ຂອງທ່ານ ໄຊຍີ່ີ ປໍຊົງ ນາຍບ້ານຈຽງຕອງ ແລະ ບັນ​ດາ​ຄະ​ນະ​ກຳ​ມະ​ການ​ພັກ​ແຂວງ, ເຈົ້າ​ເມືອງ ແລະ ປະ​ຊາ​ຊົນ​ພາຍ​ໃນ​ບ້ານ ແລະ ບ້ານ​ໃກ້​ຄຽງເປັນກຽດເຂົ້າຮ່ວມ.

ບ້ານຈຽງຕອງ ມີຜົນລະເມືອງທັງໝົດ 2.075 ຄົນ,ຍິງ 1.017 ຄົນ, ມີ 268 ຄົວເຮືອນ ມີ 286 ຄອບຄົວ, ປະກອບມີ 2 ເຜົ່າຄື່ ເຜົ່າມົ້ງກວມ 95%, ເຜົ່າລາວກວມ 5%, ປະຊາຊົນພາຍໃນບ້ານຍຶດຖືອາຊີບປູກຝັງ-ລຽ້ງສັດເປັນອາຊີບຕົ້ນຕໍ ແລະ ຄ້າຂາຍເປັນອາຊີບສຳຮອງ ໃນ 1 ປີຜ່ານມາ ບ້ານຈຽງຕອງສາມາດສ້າງລາຍຮັບໄດ້ທັງໝົດ 12 ຕື້ 450 ລ້ານກີບ ສະເລ່ຍລາຍຮັບໃສ່ຫົວຄົນຜູ້ໜຶ່ງໄດ້ 6 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 652 ໂດລາ/ຄົນ/ປີ ຜ່ານມາບ້ານຈຽງຕອງສາມາດປະຕິບັດມາດຖານເງື່ນໄຂຂອງສ້າງຄອບຄົວວັດທະນະທຳໄດ້ທັງໝົດ 245 ຄອບຄົວ ເທົາກັບ 91,24%, ຄອບຄົວສາມັກຄີປອງດອງສ້າງໄດ້ 246 ຄອບຄົວ.

SA Game
ພາບ​: laoedaily.com.la

ສາມາດປະກາດເປັນບ້ານ ຍຸດຕິການຖ່າຍຊະຊາຍໄດ້ 100% ແລະ ສ້າງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ທັງໝົດ 275 ຄົວຮືອນ ເຊິງສາມາດຮັບຮອງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ.

ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງປາກທາ ວ່າດ້ວຍການຮັບຮອງເອົາຄອບຄົວ ສາມັກຄີປອງດອງ, ຄອບຄົວວັດທະນະທຳ, ບ້ານຍຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ພ້ອມທັງມອບໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານແບບຢ່າງດັ່ງກ່າວ

ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງເອົາບ້ານຈຽງຕອງ ເປັນບ້ານສາມັກຄີປອງດອງ ແລະ ບ້ານວັດທະນະທຳໃໝ່ ພິທີໃນຄັ້ງນີ້ຍັງໄດ້ຮັງຮອງເອົາບ້ານຫ້ວຍໂຄດ, ບ້ານຫົວນ້ຳ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ປະກາດຮັບຮອງບ້ານດົງ, ບ້ານຫ້ວຍໄມ້ຊາງ ເປັນບ້ານຍຸດຕິການຖ່າຍຊະຊາຍຂອງຂະແໜງສາທາະລະນະສຸກ.

SA Game
ພາບ​: laoedaily.com.la

ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ເນັ້ນໜັກໃຫ້ອົງການປົກຄອງບ້ານ ຕ້ອງໄດ້ກຳແໜ້ນແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດໃຫ້ເຂັ້ມງວດ ເອົາໃຈໃສ່ອານຸລັກປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ເຄົານົບທຳນຽມວັດທະນະທຳອັນດີງາມຂອງຊາດກໍ່ຄື່ຂອງບັນດາເຜົ່າ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນໃຫ້ເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນປົກປັກຮັກສາມູນເຊື້ອບ້ານແບບຢ່າງນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປ

ແລະ ກໍ່ໄດ້ຮວມກັນຕັດແຖບຜ້າ ເປີດປ້າຍ ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກຂອງການປະກາດບ້ານ ວັດທະນະທຳໃໝ່, ບ້ານສາມັກຄີປອງດອງ, ບ້ານແບບຢ່າງປະຕິບັດກົດໝາຍ ແລະ ບ້ານຍຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ

ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ຕັ້ງຈຸດຄັດກອງຈຳກັດຜູ້ຄົນເຂົ້າຮ່ວມວັດແທກອຸ່ນຫະພູມ, ໃຊ້ຜ້າອັດປາກ ແລະ ລ້າງມືດ້ວຍເຈວຂ້າເຊື້ອ ເມື່ອມີການປະຊຸມ ຫຼື ວຽກງານຂອງບ້ານ ແນໃສ່ເຮັດໃສ່ບ້ານປາສະຈາກພະຍາດດັ່ງກ່າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la