ຊຽງ​ຂວາງ ປະຕິສັງຂອນ ແຫຼ່ງທ່ອງທ່ຽວທາງປະຫວັດສາດ ຫຼາຍແຫ່ງ.

SA Game

ພາບ: ປະຊາຊົນ

ແຫຼ່ງທ່ອງທ່ຽວຊຽງ​ຂວາງຫຼາຍແຫ່ງໄດ້​ຮັບ​ການ​ປະ​ຕິ​ສັງ​ຂອນ​ໃໝ່.

ຈາກຜົນ​ກະ​ທົບ​ຂອງ​ໂຄວິດ-19 ແຂວງຊຽງຂວາງພວມເລັ່ງການຟື້ນຟູແຫຼ່ງທ່ອງທ່ຽວທາງດ້ານການປະຕິສັງຂອນວັດວາອາຮາມທີ່ເກົ່າແກ່ທີ່ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະຫວັດສາດເມືອງເກົ່າອັນຍາວນານຂອງອະດີດຣາຊະທານີເມືອງພວນເພື່ອ​ຟື້ນ​ຟູ​ການ​ທ່ອງ​ທ່ຽວພາຍໃຕ້ໂຄງການລາວທ່ຽວລາວ.

ເມືອງຄູນໃນປະຫວັດສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳເອົາພະພຸດທະສາດສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້.

SA Game
ພາບ: ປະຊາຊົນ

ໃນປີ 1990 ພະນະທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບຂອງຊາວຊຽງຊວາງ ເວົ້າສະເພາະ ເວົ້າລວມກໍຄືຊາວລາວທັງມວນພ້ອມດ້ວຍພະອາຈານຈາລຸຸນກຳມະການໃນຄະນະອົງການພຸດທະສາດສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນ ກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່.

ໃນຮູບພະທາດຫຼວງນີ້ ກໍເໝືອນດັ່ງທາດຫຼວງຢູ່ນະຄອນຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນລອນ, ສ່ວນທັງສີ່ດດ້ານກໍ່ມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.ປັດຈຸບັນນີ້, ທາງຄະນະຟື້ນຟູ ແລະ ປະຕິສັງຂອນວັດວາສາດສະໜາເມືອງຄູນຍັງສືບຕໍ່ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາ ເພື່ອສົມທົບແຫຼ່ງທຶນທີ່ມີແລ້ວເພື່ອປະຕິສັງຂອນພະທາດຫຼວງ (ພະທາດແປດຫຼຽມ) ແລະ ພັດທະສິມມາຢູ່ວັດທາດຫຼວງບ້ານນາໄຊ ທີ່ກຳລັງກໍ່ສ້າງຢູ່, ພະທາດຈອມເພັດຢູ່ເທິງພູຈອມເພັດເທດສະບານເມືອງຄູນ ແຂວງຊຽງຂວາງ ໂດຍມີເຈົ້າມູນລະສັດທາຄືທ່ານ ສູນທອນ ພົມມະຈັກ ພ້ອມດ້ວຍຄອບຄົວ, ເຈົ້າມູນລະສັດທາແນ່ທາງດ້ານທຶນຮອນເພື່ອປະຕິສັງຂອນ ແລະ ສືບຕໍ່ສ້າງໃໝ່ນີ້ ມາຖິງປັດຈຸບັນ ກໍເຫັນວ່າຍັງບໍ່ທັນພຽງພໍເທື່ອຖ້າຜູ້ໃດຫາກມີຈິດໃຈໃສສັດທາອັນເຫຼື້ອມໃສໃນພະພຸດທະສາດສະໜາທີ່ຢາກປະກອບສ່ວນເຮັດບຸນສິນຮ່ວມເຈົ້າມູນລະສັດທາໃນຄັ້ງນີ້, ທາງຄະນະກໍມີຄວາມຍິນດີເປັນຢ່າງຍິ່ງ.

SA Game
ພາບ: ປະຊາຊົນ

ຄາດວ່າ ພະທາດຫຼວງແປດຫຼຽມເມືອງຄູນ ຈະສ້າງໃຫ້ສຳເລັດໃນໄວໆນີ້ ຕາມລະດັບຄາດໝາຍ. ເຖິງຢ່າງໃດກໍດີ, ການຟື້ນຟູ ແລະ ປະຕິສັງຂອນວັດວາສາດສະໜາຢູ່ເມືອງຄູນຄື: ພັດທະສິມມາຢູ່ວັດທາດຫຼວງ ບ້ານນາໄຊ, ພະທາດຈອມເພັດຢູ່ເທິງພູຈອມເພັດທີ່ສູງສະຫງ່າແຫ່ງເທດສະບານເມືອງຄູນແຂວງຊຽງຂວາງໃນຄັ້ງນີ້ ບໍ່ພຽງແຕ່ຈະເປັນມໍລະດົກຕົກທອດທາງດ້ານວັດຖຸບູຮານພຸດທະສາດສະໜາໃຫ້ລູກຫຼານຊາວພວນໃນອະນາຄົດອັນຍາວນານເທົ່ານັ້ນ ແຕ່ຫາກຍັງເປັນສິ່ງປະດັບເອ້ສັນຍາລັກທີ່ມີຄວາມໝາຍບົ່ງບອກເຖິງຈິດໃຈອ່ອນນ້ອມໂອຍເອື້ອອາລີ ແລະ ຮັກແພງສາມັກຄີຢ່າງກວ້າງຂວາງຂອງຊາວພວນທີ່ເຄີຍມີມາແຕ່ດຶກດຳບັນໃນການຕ້ອນຮັບແຂກທາງໄກ ໄທທາງອື່ນທີ່ມາຢ້ຽມຢາມພີ່ນ້ອງເມືອງພວນຂອງເມືອງຄູນແຂວງຊຽງຂວາງຢ່າງເພື່ອນມິດສະຫາຍອ້າຍເອື້ອຍນ້ອງຢ່າງບໍ່ມີວັນຈືດຈາງໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: ປະຊາຊົນ