ງານ​ແຂ່ງ​ຂັນ​ຜູ້​ສືບ​ທອດ​ສຽງ​ແຄນ​ລາວ​ຈັດ​ຂື້ນ​ທີ່​ຫໍ​ວັດ​ທະ​ນາ​ທຳ​ແຫ່ງ​ຊາດ

SA Game

ພາບ: ວສລ

ສືບຕໍ່ເສີມຂະຫຍາຍສຽງແຄນລາວ​ໃຫ້​ຢູ່​ໃນ​ສັງ​ຄົມ​ລາວ​ຕະ​ຫລອດ​ໄປ.

ເພື່ອ​ສືບ​ທອດ​ວັດ​ທະ​ນາ​ທຳ​ອັນ​ດີ​ງາມ​ຂອງ​ລາວ​ເຮົາ​ກໍ​ຄື​ສຽງ​ແຄນ​ທີ່​ຢູ່​ຄຽງ​ຄູ່​ກັບ​ຊາດ​ລາວ​ມາ​ຢ່າງ​ດົນ​ນານ ແລະ ໃນວັນທີ 22 ພະຈິກ 2020 ທີ່​ຜ່ານ​ມາໄດ້​ມີການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດ ຄັ້ງທີ 1 ທົ່ວນະຄອນ ຫລວງວຽງຈັນ ທີ່ຈັດຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ.

ໃນ​ການ​ແຂ່ງ​ຂັນ, ທ້າວ ວິສະນຸ ສະແຫວງຊົນ, ນາງ ສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນອາຍຸ 7 ຫາ 14 ປີ ແລະ ທ້າວ ສຸວັນ ໄຊພົງສີດາ ແລະ ນາງ ນູ່ນີ່ ຈັນທະວົງ ໄດ້ຮັບລາງ ວັນຊະນະເລີດໃນຮຸ່ນອາຍຸ 15 ຫາ 18 ປີ ໂດຍໄດ້ຮັບເງີນລາງວັນຜູ້ລະ 2 ລ້ານກີບ ພ້ອມຂອງຂວັນ ທີ່ລະນຶກຈໍານວນໜຶ່ງ ໂດຍໄດ້ຮັບການສະຫນັບສະໜູນຫຼັກ ຈາກບໍລິສັດ ປໍເຕໂຕໂກລາວ ປະກັນໄພ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານໃນສັງຄົມ.

SA Game
ພາບ: ວສລ

ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຕາງຫນ້າຄະນະຈັດງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວຖືກຮອງຮັບຈາກອົງການອຸຍເເນັດສໂກ ໃຫ້ເປັນມໍລະດົກໂລກ ທາງວັດທະນະທໍາ-ນາມມະທໍາ, ເປັນການປຸກລະດົມໃຫ້ຄົນຮຸ່ນໃຫມ່ຮູ້ຈັກປົກປັກຮັກສິລະປະວັດທະນະທໍາແຄນລາວໃຫ້ຄົງຢູ່ກັບຊາດລາວຄົນລາວ.

ພ້ອມທັງເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດຂອງພັກທີ່ຈະມາເຖິງເປັນຕົ້ນ: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັບຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ ແລະ ວັນສໍາຄັນ ອື່ນໆ.

ການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດຄັ້ງທີ 1 ທົ່ວນະຄອນຫຼວງວຽງຈັນ ແມ່ນດໍາເນີນການຄັດເລືອກເປັນ 3 ຮອບນັບແຕ່ເດືອນມີນາຜ່ານມາ ເພື່ອຄັດເອົາຜູ້ທີ່ມີຄະແນນດີທີ່ສຸດໃນແຕ່ລະຮອບເຂົ້າມາແຂ່ງຂັນໃນຮອບຊິງຊະນະເລີດ, ສະເພາະຮອບຊິງຊະນະເລີດມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໃນນີ້ແບ່ງອອກເປັນ 4 ປະເພດແຂ່ງຂັນຄື: ປະເພດອາຍຸ 7 ຫາ 14 ປີຍິງ-ຊາຍ ແລະ ປະເພດອາຍຸ 15 ຫາ 18 ປີ ຍິງ-ຊາຍ.

ຊຶ່ງກະຕິກາການແຂ່ງຂັນຜູ້ເຂົ້າຮ່ວມແຂ່ງຂັນຕ້ອງເປົ່າໃຫ້ຄົບຖ້ວນຕາມລາຍແຄນທີ່ທາງຄະນະກໍາມະການກໍານົດໃຫ້ເຊັ່ນ: ເປົ່າໃຫ້ຖືກລາຍເດີມ, ລາຍແຄນຕ້ອງຈະແຈ້ງ ແລະ ຊັດເຈນ, ມ່ວນ ແລະ ຖືກຈັງຫວະ.

ສໍາລັບການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດຄັ້ງທີ 1 ທົ່ວນະຄອນຫຼວງວຽງຈັນ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ, ທ່ານ ຄໍາພັນ ເໝືອນສິດທິດາ ປະທານສະມາຄົມແຄນລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: ວສລ