ບໍລິຈາກເລືອດ ຊ່ວຍເຫລືອສັງຄົມໃນ​ວັນບໍລິຈາກເລືອດໂລກ

SA Game

ຂ​ປ​ລ

ສະຫລອງວັນບໍລິຈາກເລືອດໂລກ ຫລາຍພາກສ່ວນ ເຂົ້າຮ່ວມ ບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

ບໍລິຈາກເລືອດ ເປັນ​ກິດ​ຈະ​ກຳ​ຂອງອົງການກາແດງແຫ່ງຊາດລາວ ​ໄດ້ຈັດກິຂື້ນ ເນື່ອງ​ໃນ​ໂອ​ກາດວັນຜູ້ ບໍລິຈາກເລືອດ ໂລກ ໃນວັນທີ 14 ມິຖຸນາ 2023 ໂດຍມີຄະນະນໍາບັນດາກະຊວງ, ພະນັກງານ-ລັດຖະກອນ, ພະນັກງານ-ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍ ເຫລືອສັງຄົມ ກໍຄື ຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ເປັນຕົ້ນ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າ ຕັດຊະນິດຕ່າງໆ, ຄາດວ່າ ການຮັບບໍລິຈາກເລືອດໃນຄັ້ງນີ້, ຈະໄດ້ຮັບເລືອດຫລາຍກວ່າ 500 ຖົງ.

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ປະເທດຕ່າງໆໃນທົ່ວໂລກ ກໍໄດ້ພ້ອມກັນຈັດຕັ້ງສະເຫລີມສະຫລອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເຊິ່ງເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ.

SA Game
ຂ​ປ​ລ

ໃນແຕ່ລະປີ ອົງການອານາໄມໂລກ, ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມດ້ວຍໜ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ໄດ້ມີການກໍານົດຄໍາຂວັນເພື່ອສະເຫລີມສະຫລອງວັນດັ່ງກ່າວ, ທີ່ແຕກຕ່າງກັນ ແນໃສ່ປຸກລະດົມການບໍລິຈາກເລືອດແບບສະຫໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຮັບປະກັນ ການຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພ ໃນທົ່ວໂລກ.

ສຳລັບຄໍາຂວັນປີ 2023 ນີ້ແມ່ນ “ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວີດ, ສືບຕໍ່ໃຫ້ເລື້ອຍໆ” ເຊິ່ງແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກ ໃນປີ 2023 ແມ່ນການປຸກລະດົມໃຫ້ມີການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ, ທັງເປັນການປູກຈິດສຳນຶກໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າປະກອບໃນການບໍລິຈາກເລືອດຫລາຍຂຶ້ນ ເພື່ອຫລຸດຜ່ອນອັດຕາການຕາຍ ທີ່ເກີດຈາກການຂາດເລືອດ.

ການສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ໃນຄັ້ງນີ້, ເພື່ອສ້າງຄວາມເປັນນໍ້າໜຶ່ງໃຈດຽວກັນໃນການບໍລິຈາກເລືອດ, ສ້າງຄຸນຄ່າຂອງການບໍລິຈາກເລືອດ ແລະ ໃຫ້ເລືອດດ້ວຍຄວາມບໍລິສຸດໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ທັງເປັນການປຸກລະດົມໃຫ້ປະຊາຊົນຫັນມາສົນໃຈຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ນັບມື້ຫລາຍຂຶ້ນເລື້ອຍໆ, ເພື່ອເປັນການປຸກລະດົມ ເຊີນຊວນໃຫ້ຜູ້ທີ່ບໍ່ເຄີຍບໍລິຈາກເລືອດ

ບໍລິຈາກເລືອດ
ຂ​ປ​ລ

ຜູ້ທີ່ເຄີຍບໍລິຈາກເລືອດມາແລ້ວ ຈົ່ງກັບຄືນມາບໍລິຈາກເລືອດຢ່າງສະໝໍ່າສະເໝີຕະຫລອດປີ ເພື່ອໃຫ້ມີເລືອດ ແລະ ສ່ວນປະກອບຂອງເລືອດ ລວມທັງສ່ວນປະກອບຂອງເລືອດທີ່ເປັນ ປະລັດສະມາ(ສານອາຫານ ແລະ ສານກັນກ້າມ) ໃຫ້ມີແຮໄວ້ຢ່າງພຽງພໍ ແລະ ເພື່ອເປັນການຂັບເຄື່ອນການສະໜັບສະໜູນໃນແຕ່ລະປະເທດ, ພູມີພາກ ແລະ ທົ່ວໂລກ ໂດຍສະເພາະ ສປປ ລາວ ໃຫ້ເກີດການພັດທະນາ ດ້ານການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢ່າງເຂັ້ມແຂງ ແລະ ຍືນຍົງ.

ທ່ານໃດ ທີ່ຕ້ອງການບໍລິຈາກເລືອດຊ່ວຍເຫລືອສັງຄົມ, ສາມາດມາບໍລິຈາກເລືອດໄດ້ທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ ເລີ່ມແຕ່ເວລາ 8:30-17:00 ໂມງ ທຸກໆມື້ ເປີດຮັບບໍລິຈາກປະຈຳ ບໍ່ເວັ້ນວັນພັກທາງລັດຖະການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.