ກະຊວງການເງິນ ປະ​ຊຸມປະ​ເມີນການນໍາພາ-ຊີ້ນໍາວຽກງານຮອບດ້ານ

SA Game

ກະຊວງການເງິນ

ຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຫ້ອງການ ກະຊວງການເງິນ ກາງສະໄໝ

ກະຊວງການເງິນ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025) ໃນ ວັນທີ 12 ມິຖຸນາ 2023 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍ ລິຫານງານພັກ, ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງ ການເງິນ ແລະ ສະຫາຍ ສົມບູນ ອິນທະປັດຖາ ກໍາມະການ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກຮາກຖານຫ້ອງການກະຊວງ, ມີເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ເລຂາໜ່ວຍພັກກົມກວດກາ, ຄະນະໜ່ວຍພັກທີ່ຂຶ້ນກັບ, ພ້ອມດ້ວຍ ສະມາຊິກພັກສົມບູນ-ສໍາຮອງ ຂອງຄະນະພັກຮາກຖານຫ້ອງການກະຊວງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ສົມບູນ ອິນທະປັດຖາ ໄດ້ມີຄໍາເຫັນ ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍ ຄວາມສຳຄັນຫລາຍ ບໍ່ສະເພາະແຕ່ເປັນເຫດການປະຫວັດສາດທາງການເມືອງ ຂອງຄະນະພັກຮາກຖານຫ້ອງການ, ແຕ່ຍັງຈະໄດ້ພ້ອມກັນສະຫລຸບຕີລາຄາຄືນຜົນຂອງການນຳພາ-ຊີ້ນຳຂອງ ຄະນະພັກຮາກຖານຫ້ອງການ ໃນໄລຍະ ກາງສະໄໝຜ່ານມາ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ການເງິນ ເພື່ອເປັນການເສີມຂະຫຍາຍດ້ານດີ ແລະ ຖອນບົດຮຽນໃນໄລຍະຜ່ານມາ

SA Game
ກະຊວງການເງິນ

ແລະ ພ້ອມກັນຄົ້ນຄວ້າມາດຕະການ ແກ້ໄຂສະພາບຄວາມຫຍຸ້ງຍາກໃນປັດຈຸບັນ ເພື່ອກຳນົດທິດທາງ, ຄາດໝາຍ ແລະ ທິດທາງແຜນການທ້າຍສະໄໝ (2023-2025) ຕໍ່ໜ້າຢ່າງເປັນລະບົບ ໃຫ້ມີຄວາມຖືກຕ້ອງຕາມພາວະວິໄສ ແລະ ມີວິທະຍາສາດ.

ກອງປະຊຸມ, ໄດ້ຜ່ານບົດສະຫລຸບຕີລາຄາການນໍາພາ-ຊີ້ນໍາ ວຽກງານຮອບດ້ານໄລຍະກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025) ຂອງຄະນະພັກຮາກຖານຫ້ອງການ

ບົດ ສະຫລຸບ ຕີລາຄາການຈັດຕັ້ງປະຕິບັດແຜນດໍາເນີນງານກາງສະໄໝ ແຕ່ປີ (2021-2023) ແລະ ທິດທາງທ້າຍສະ ໄໝ ແຕ່ປີ (2023-2025) ຂອງຫ້ອງການ ແລະ ບົດສໍາຫລວດ ການນໍາພາລວມຂອງ ຄະນະພັກຮາກຖານຫ້ອງ ການກາງສະໄໝ (2021-2023), ພ້ອມທັງປ່ອນບັດຢັ່ງຫາງສຽງທາບທາມຄວາມໄວ້ວາງໃຈ ຕໍ່ບຸກຄົນໃນຄະນະພັກ ຮາກຖານຫ້ອງການ.

ໂອກາດນີ້, ສະຫາຍ ບຸນປອນ ວັນນະຈິດ ໄດ້ມີຄຳເຫັນໂອ້ລົມເພື່ອເປັນເຂັມຊີ້ທິດຊີ້ເຍືອງທາງ ແລະ ຂີດໝາຍສຳຄັນ ເພື່ອໃຫ້ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນຄະນະພັກຮາກຖານຫ້ອງການ ນຳໄປຈັດ ຕັ້ງຜັນຂະຫຍາຍເພື່ອກ້າວຂຶ້ນ ແລະ ເຮັດສຳເລັດໜ້າທີ່

ກະຊວງການເງິນ
ກະຊວງການເງິນ

ພ້ອມທັງເນັ້ນໃຫ້ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກ ແພງ, ຮັກລະບອບໃໝ່ຮ່ວມເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ, ເດັດ ດ່ຽວປະຕິບັດແນວນທາງນະໂຍບາຍຂອງພັກ ແລະ ລັດ ກໍຄື ແຜນການທີ່ຄະນະພັກຮາກຖານຫ້ອງການ ທີ່ໄດ້ວາງ ອອກໃຫ້ປະກົດຜົນເປັນຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງ ການເງິນ