ບ້ານວັດທະນະທໍາ ບ້ານຫ້ວຍສຽດເປັນແຫ່ງທີ 19ຂອງເມືອງລ້ອງຊານ

SA Game ບ້ານວັດທະນະທໍາ

ຂປລ.

ແຂວງໄຊສົມບູນ ປະກາດບ້ານຫ້ວຍສຽດເປັນ ບ້ານວັດທະນະທໍາ ແຫ່ງທີ 19 ຂອງເມືອງລ້ອງຊານ

ບ້ານວັດທະນະທໍາ ໄດ້​ມີ​ຫລາຍ​ບ້ານ​ທີ່​ຖືກ​ປະ​ກາດ​ເປັນ​ບ້ານ​ວັດ​ທະ​ນະ​ທຳ ແລະ ອີກ​ແຫ່ງ​ໜຶ່ງ​ທີ່ ເມືອງລ້ອງຊານ ແຂວງໄຊສົມບູນ ​ຫາ​ກໍ​ຈັດ​ຕັ້ງປະກາດຮັບຮອງ​ເອົ​າ​ກໍ​ຄື ບ້ານຫ້ວຍສຽດ ເປັນບ້ານວັດທະນະທໍາ ແຫ່ງທີ 19 ຂອງເມືອງ ແລະ ແຫ່ງທີ 69 ຂອງແຂວງ ໃນວັນທີ 23 ມິຖຸນາ 2023

ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ປະທານຄະນະກວດກາພັກ, ອົງການກວດກາລັດ ແຂວງໄຊສົມບູນ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າເມືອງລ້ອງຊານ ແລະ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມດ້ວຍອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ທ່ານ ຊູ້ຢູທໍ່ ຫວັງມາຢ່າງ ຮອງຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງລ້ອງຊານ ລາຍງານວ່າ:

SA Game
ຂປລ.

ບ້ານຫ້ວຍສຽດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1997 ຫ່າງຈາກເທສະບານເມືອງປະມານ 37 ກິໂລແມັດ, ມີ 98 ຫລັງຄາເຮືອນ, ມີພົນລະເມືອງທັງໝົດ 671 ຄົນ ຍິງ 320 ຄົນ, ປະຊາຊົນສ່ວນຫລາຍແມ່ນຢຶດຖືອາຊີບເຮັດໄຮ່, ປູກຢາງພາລາເປັນຕົ້ນຕໍ ແລະ ລ້ຽງສັດເປັນອາຊີບສໍາຮອງ ສະເລ່ຍລາຍຮັບຈາກການຂາຍສັດລ້ຽງ, ຂາຍເຂົ້າ, ຂາຍນໍ້າຢາງພາລາ ແລະ ຂາຍພືດຜັກຕ່າງໆ ສາມາດສ້າງລາຍຮັບເຂົ້າພາຍໃນບ້ານເກືອບ 5 ຕື້ກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໄດ້ປະມານ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ເຮັດໃຫ້ປະຊາຊົນສາມາດກຸ້ມຢູ່ກຸ້ມກິນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ເທື່ອລະກ້າວ.

ຜ່ານຈາກການລົງປະເມີນຕົວຈິງຕາມ 3 ມາດຕະຖານ ຂອງການສ້າງຄອບຄົວວັດທະນະທໍາ ແລະ 4 ມາດຕະຖານ, 26 ຕົວຊີ້ວັດ ຂອງການສ້າງບ້ານວັດທະນະທໍາ ຕິດພັນກັບຫລາຍຂະແໜງການ ເປັນຕົ້ນແມ່ນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ, ບ້ານແບບຢ່າງດ້ານສາທາລະນະສຸກ, ບ້ານປະຕິບັດກົດໝາຍ, ບ້ານສາມັກຄີປອງດອງ ແລະ ອື່ນໆ ສາມາດປະເມີນຄອບຄົວວັດທະນະທໍາໄດ້ 98% ໃນຈໍານວນ 109 ຄອບຄົວ ແລະ ປະເມີນບ້ານວັດທະນະທໍາໄດ້ 89% ຊຶ່ງຖືກຕ້ອງຕາມມາດຖານເງື່ອນໄຂ ທີ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກຳນົດໄວ້. ສະນັ້ນ ການນໍາແຂວງຈຶ່ງໄດ້ອອກຂໍ້ຕົກລົງ ຮັບຮອງເອົາບ້ານຫ້ວຍສຽດ ເປັນບ້ານວັດທະນະທໍາແຫ່ງໃໝ່ ໃຫ້ເມືອງລ້ອງຊານ.

SA Game
ຂປລ.

ໂອກາດນີ້, ທ່ານ ນາງເພັດສະໄໝ ໂພໄຊຍະວົງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນ ຂອງການສ້າງບ້ານວັດທະນະທໍາ ໂດຍຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງບ້ານ ຄຽງຄູ່ກັບຫລາຍຂະແໜງການ, ຫລາຍມາດຖານເງື່ອນໄຂ ສະນັ້ນ ພິທີໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ທີ່ທຸກພາກສ່ວນໄດ້ພ້ອມກັນເອົາໃຈໃສ່ບຸກບືນ ແລະ ຜ່ານຜ່າອຸປະສັກຕ່າງໆ ຈົນສາມາດປະກາດຮັບຮອງເປັນບ້ານວັດທະນະທໍາ.

ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາເອກະສານສໍາຄັນຂອງພັກ-ລັດ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈ ໃສ່ປັບປຸງການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ປົກປັກຮັກສານາມມະຍົດບ້ານວັດທະນະທໍາ ໃຫ້ຢູ່ຄຽງຄູ່ກັບບ້ານຫ້ວຍສຽດຕະຫລອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.