ການທ່ອງທ່ຽວ ໃນ​ແຂວງ​ຈຳ​ປາ​ສັກ​ເປີດ​ຫາ​ລື​ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທ​ໍ້

SA Game ການທ່ອງທ່ຽວ

ຂປລ.

ຖວທ ຈຳປາສັກ ຫາລືແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານ ​ການທ່ອງທ່ຽວ ຂອງ​ແຂວງ​ຈຳ​ປ​າ​ສັກ

ການທ່ອງທ່ຽວ ຂອງແຂວງຈຳປາສັກ ​ມີ​ຄວາມ​ຕັ້ງ​ໃຈ​ແທ້​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍ​ໍ້​ທໍ້​ຕ່າງໆ ໂດຍໃນວັນທີ 23 ມິຖຸນາ 2023 ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຈັດກອງປະຊຸມປຶກສາຫາລືລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານ ການທ່ອງທ່ຽວ

ໂດຍການເປັນປະທານຂອງ ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກ ຖວທ ແຂວງຈຳປາສັກ ພ້ອມດ້ວຍຜູ້ປະກອບການທຸລະກິດທ່ອງທ່ຽວ, ຕຳຫລວດທ່ອງທ່ຽວ, ຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແສງສຸວັນ ຊຸຍພະສິດ ໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ, ພະແນກ ຖວທ ແຂວງຈຳປາສັກ ໄດ້ສຸມໃສ່ການຟື້ນຟູວຽກງານທ່ອງທ່ຽວ ເປັນຕົ້ນແມ່ນ ປັບປຸງບັນດາພື້ນຖານໂຄງລ່າງທີ່ຮັບໃຊ້ແກ່ການທ່ອງທ່ຽວ ແລະ ໂຄສະນາແຫລ່ງທ່ອງທ່ຽວໃຫ້ມີຄວາມໜ້າສົນໃຈ ແລະ ໜ້າທ່ຽວຊົມ, ລົງເຄື່ອນໄຫວຊູກຍູ້ ປັບປຸງແຫລ່ງທ່ອງທ່ຽວທີ່ເປັນທ່າແຮງສຳຄັນຂອງແຂວງ

SA Game
ຂປລ.

ໄດ້ສືບຕໍ່ຊຸກຍຸ້ການລົງທຶນສ້າງສິ່ງຮອງຮັບດ້ານທີ່ພັກ, ດ້ານການສະໜອງອາຫານ, ເຄື່ອງທີ່ລະນຶກ, ການທ່ອງທ່ຽວກະສິກຳ ແລະ ນຳໃຊ້ລົດໄຟຟ້າໃນເຂດດອນເດດ-ດອນຄອນ, ຊຸກຍູ້ຫົວໜ່ວຍທຸລະກິດດຳເນີນບໍລິການຫັນໄປສູ່ຄຸນນະພາບສາກົນຕາມ 7 ມາດຕະຖານອາຊຽນ ພ້ອມທັງໄດ້ລົງປະເມີນຄືນມາດຕະຖານໂຮງແຮມອາຊຽນ ທີ່ໄດ້ຮັບລາງວັນຜ່ານມາຈຳນວນ 11 ຫົວໜ່ວຍ.

ໃນຕົ້ນປີນີ້ແຂວງຈຳປາສັກ ໄດ້ຮັບລາງວັນມາດຕະ ຖານການທ່ອງທ່ຽວ 6 ລາງວັນ ໃນນີ້, ມີມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ 2 ລາງວັນ (ບ້ານດອນແດງ ແລະ ບ້ານດອນໂຄ), ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 2 ລາງວັນ ຄື: ແຫລ່ງທ່ອງທ່ຽວຕາດເຍືອງ ແລະ ບ້ານໜອງຫລວງ, ມາດຕະຖານຫ້ອງນ້ຳສາທາລະນະອາຊຽນ 2 ລາງວັນ ຢູ່ແຫລ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ແລະ ແຫລ່ງທ່ອງທ່ຽວນ້ຳຕົກຕາດຟານ.

ນອກຈາກນີ້, ຍັງໄດ້ຄຸ້ມຄອງຫົວໜ່ວຍທຸລະກິດນຳທ່ຽວ, ພະນັກງານນຳທ່ຽວ ແລະ ໄດ້ສຳເລັດການຝຶກອົບຮົມພະນັກງານນຳທ່ຽວລະດັບແຂວງ 1 ຄັ້ງ, ປະສານສົມທົມກັບຂະແໜງການກ່ຽວຂ້ອງໃນການລົງຕິດຕາມປະກົດການຫຍໍ້ທໍ້ໃນສະຖານທີ່ຮ້ານກິນດື່ມ-ບັນເທີງຢ່າງເປັນປົກະຕິ, ສ້າງທ່າແຮງດຶງດູດດ້ານການຕະ ຫລາດ, ການຈັດກິດຈະກຳ ເພື່ອສົ່ງເສີມວັດທະນະ ທຳ ແລະ ບຸນປະເພນີຕ່າງໆໃຫ້ເປັນຂະບວນການຂອງສັງຄົມຢ່າງກວ້າງຂວາງ, ຊຸກຍູ້ການໂຄສະນາ ປະຊາສຳພັນຈຸດເດັ່ນຂອງແຂວງ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຜ່ານສື່ສັງຄົມອອນລາຍ ໃຫ້ມີຫລາຍຮູບແບບ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳປາສັກ ໃຫ້ຫລາຍກວ່າເກົ່າ.

SA Game
ຂປລ.

ສຳລັບໄລຍະ 6 ເດືອນຕົ້ນປີຜ່ານມາ ແຂວງຈຳປາສັກມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ 143.689 ຄົນ ໃນນີ້, ແຂກພາຍໃນ 11.455 ຄົນ, ຊາຍແດນ 28.566 ຄົນ, ສາກົນ 103.668,ຄົນ ສາມາດສ້າງລາຍຮັບໄດ້ 28.717.040 ໂດລາສະຫະລັດ ທຽບໃສ່ແຜນປະຕິບັດໄດ້ 63% (ແຜນປີ 228,023 ຄົນ).

ທ່ານ ຫົວໜ້າພະແນກ ຖວທ ແຂວງ ກ່າວຕື່ມວ່າ: ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານທ່ອງທ່ຽວ ແລະ ວິທີການໃນການດຶງດູດນັກທ່ອງທ່ຽວ ຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາການທ່ອງທ່ຽວ ໃຫ້ສາມາດດຶງດູດນັກທ່ອງທ່ຽວນັບມື້ນັບຫລາຍຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.