ມໍລະດົກໂລກ ລາວ-ຫວຽດ​ນາມ ວາງ​ສະ​ແດງສູນວັດທະນະທໍາ

SA Game ມໍລະດົກໂລກ

ຂປລ.

ຫວຽດນາມ ແລະ ລາວ ເປີດວາງສະແດງຮູບພາບ ມໍລະດົກໂລກ ທີ່ສູນວັດທະນະທໍາຫວຽດນາມປະຈໍາລາວ

ມໍລະດົກໂລກ ຂອງ​ຫວຽດ​ນາມ-ລາວ ຈະ​ສາ​ມາດ​ເຫັນ​ໄດ້ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໃນວັນທີ 23-29 ມິຖຸນາ 2023 ທີ່ສູນວັດທະນະທໍາຫວຽດນາມປະຈໍາລາວ, ສະຖາບັນວິຈິດສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ສປປ ລາວ ຮ່ວມກັບກົມວິຈິດສິນ, ຮູບຖ່າຍ ແລະ ວາງສະແດງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຈັດງານວາງສະແດງຮູບພາບ “ບັນດາມໍລະດົກໂລກຂອງຫວຽດນາມ ແລະ ລາວ”

ໂດຍມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງ ຖວທ, ຜູ້ຕ່າງໜ້າຈາກສະຖານທູດບັນດາປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ ໂດຍຮູບພາບທີ່ນໍາມາວາງສະແດງຄັ້ງນີ້, ປະກອບມີ 180 ພາບ.

ທ່ານ ສີສຸກ ແກ້ວວົງຊາຍ ຜູ້ອໍານວຍການສະຖາບັນວິຈິດສິນ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ເປັນການວາງສະແດງຮູບພາບກ່ຽວກັບມໍລະດົກໂລກດ້ານວັດທະນະທຳ, ທຳມະຊາດຂອງຫວຽດນາມ ທີ່ວາງສະ ແດງ

SA Game
ຂປລ.

ໂດຍນັກຖ່າຍຮູບທີ່ມີຊື່ສຽງຂອງລາວ ແລະ ຫວຽດນາມຫລາຍທ່ານ ໄດ້ບັນທຶກຄວາມງາມ, ຄຸນຄ່າ ແລະ ຄວາມໝາຍອັນໃຫຍ່ຫລວງຂອງມໍລະດົກໃນຍຸກປັດຈຸບັນ, ຮູບພາບ ທີ່ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີຊີວິດຊີວາ, ຄວາມສວຍສົດງົດງາມຂອງທິວທັດທຳມະຊາດ, ທຳມະຊາດທີ່ກ່ຽວພັນກັບບົດກາວີ, ຜົນງານອັນດີເລີດຂອງຜູ້ສ້າງ ຫລື ຜົນງານສະຖາປັດຕະຍະກຳບູຮານ, ບັນທຶກເລື່ອງລາວທາງປະຫວັດສາດ, ວັດທະນະທຳ, ແນວຄິດຈິດໃຈ, ຄວາມຮູ້, ຮີດຄອງປະເພນີ, ຄວາມເຊື່ອຖື, ຄວາມສວຍງາມຂອງ ລາວ ແລະ ຫວຽດນາມ.

ພ້ອມກັນນີ້, ການຈັດງານດັ່ງກ່າວ ຍັງເປັນການເພີ່ມທະວີການແລກປ່ຽນ, ການຮ່ວມມືທາງດ້ານສິລະປະ-ວັດທະນະທຳລະ ຫວ່າງ 2 ປະເທດ ກໍຄື ຂອງສອງກະຊວງ.

ທ່ານ ໂງ໋ຕວນຟອງ ຮອງຫົວໜ້າກົມ ວິຈິດສິນການຖ່າຍຮູບ ແລະ ວາງສະແດງ ກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທໍາອິດ ທີ່ງານວາງສະແດງຮູບພາບ ແນະນຳມໍລະດົກໂລກດ້ານວັດທະນະທຳ, ທຳມະຊາດ ຂອງຫວຽດນາມ ລວມມີ 26 ແຫ່ງ ແລະ ມໍລະດົກໂລກດ້ານວັດທະນະທໍາ ຂອງລາວມີ 3 ແຫ່ງ ໄດ້ຈັດຂຶ້ນຢູ່ລາວ, ຮູບຖ່າຍ 180 ແຜ່ນ ທີ່ໄດ້ນຳມາໃຫ້ປະຊາຊົນທົ່ວໄປ ໄດ້ຊົມຮູບພາບທີ່ມີຊີວິດຊີວາ.

SA Game
ຂປລ.

ພ້ອມນີ້, ທ່ານຍັງໄດ້ແດງຄວາມຂອບໃຈມາຍັງບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ລາວ ທີ່ໄດ້ປະສານສົມທົບ, ທີ່ໄດ້ເອື້ອອຳນວຍຄວາມສະດວກ ແລະ ບັນດານັກສິລະປິນຮູບພາບໄດ້ສົມທົບກັນສະໜອງອຸປະກອນໃຫ້ງານວາງສະແດງຮູບພາບ “ບັນດາມໍລະດົກໂລກ ຂອງ ຫວຽດນາມ ແລະ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.