ບ້ານຄໍ້ ເມືອງຈຳພອນຈັດງານສະເຫລີມສະຫລອງ ນຳໃຊ້ເສັ້ນທາງເບຕົງ

SA Game

ຂປລ

​ພິ​ທີ​ການເປີດນຳໃຊ້ເສັ້ນທາງເບຕົງທີ່ ບ້ານຄໍ້ ເມືອງຈຳພອນ ແຂວງ ສະ​ຫວັນ​ນະ​ເຂດ.

ຕາມ​ປະ​ເພ​ນີ ມື້​ງາ​ມ​ຍາມ​ດີບໍ່​ວ່າ​ຈະ​ເປັນ​ການ​ຂື້ນ​ເຮືອນ​ໃໝ່ ຫຼື ການ​ເປີດ​ບໍ່​ລິ​ສັດ​ໃໝ່ ແລະ ອື່ນ​ໆ ໃນ​ປະ​ເພ​ນີ​ຂອງ​ລາວ​ເຮົາ​ຈະ​ຕ້ອງ​ໄດ້​ມີ​ພິ​ທີ​ທາງ​ສາດ​ສະ​ໜາ ບວກ​ກັບ​ເລີກ​ງາມ​ຍາມ​ດີ​ໃນ​ການ​ທີ່​ຈະ​ຈັດ​ພິ​ທີ​ເປີດ​ພິ​ທີ່​ຕ່າງໆ.

ອິງ​ຕາມແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໄດ້​ລາຍ​ງານໃຫ້ຮູ້ວ່າ: ໃນ 8 ມັງກອນ 2023 ນີ້ ຢູ່ບ້ານຄໍ້ ເມືອງຈຳພອນ ຈັດງານສະເຫລີມສະຫລອງ ແລະ ເປີດນຳໃຊ້ເສັ້ນທາງເບຕົງຂອງບ້ານ ໂດຍມີ ຍາທ່ານ ປານ ສຸພັນໂທ ປະທານ ອພສ ແຂວງ,

ພະອາຈານ ແກ້ວອຸດອນ ໂຊຕິທັມໂມ ປະທານ ອພສ ເມືອງ, ພະ ອາຈານ ກັນຫາ ຕິກຂະຍາໂນ ທີ່ປຶກສາ ອພສ ເມືອງ, ມີ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ

SA Game
ຂປລ

ໃນງານດັ່ງກ່າວ, ທ່ານ ເຕະ ແສງສຸລິຈັນ ນາຍບ້ານບ້ານຄໍ້ ໄດ້ໃຫ້ຮູ້ວ່າ: ບ້ານຄໍ້ ມີ 178 ຫລັງຄາເຮືອນ, ມີ 236 ຄອບຄົວ, ມີຜົນລະເມືອງ 1,014 ຄົນ,ຍິງ 516 ຄົນ, ຜ່ານມາ ທາງອຳນາດການປົກ ຄອງບ້ານ ໄດ້ເອົາໃຈໃສ່ໃນການຊອກຫາແຫລ່ງລາຍຮັບ ແລະ ປຸກລະດົມພໍ່ແມ່ປະຊາຊົນປະກອບ ສ່ວນໃນການພັດທະນາບ້ານ ໂດຍສະເພາະ ສ້າງພື້ນຖານໂຄງລ່າງ ຂອງບ້ານເຊັ່ນ:

ເລີ່ມໃນປີ 2019-2020 ໄດ້ສ້າງຫ້ອງການຫລັງໃໝ່ ທີ່ມີມູນຄ່າ 123 ລ້ານກີບ ແລະ ໃນປີ 2020 ພະອາຈານ ກັນຫາ ຕິກຂະຍາໂນ ໄດ້ມີແນວຄິດລິເລີ່ມ ແລະ ປືກສາຫາລື ກັບອຳນາດການປົກຄອງພາຍໃນບ້ານ ເພື່ອຢາກສ້າງເສັ້ນທາງເບຕົງ ແລະ ທາງຊອຍອ້ອມບ້ານ

ໃນໄລຍະທີ 1 ມີຄວາມຍາວ 1.500 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ, ມີມູນຄ່າທັງໝົດ 500 ລ້ານກີບ ແລະ ໃນໄລຍະທີ 2 ເລີ່ມ ແຕ່ວັນທີ 10 ທັນວາ 2022 ຫາ 3 ມັງກອນ 2023 ໃນໄລຍະທາງ 700 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ, ມີມູນຄ່າທັງໝົດ 325 ລ້ານກີບ.

SA Game
ຂປລ

ພາຍຫລັງ ກໍ່ສ້າງສຳເລັກແລ້ວ, ທຸກພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍພໍ່ແມ່ປະຊາຊົນຈ ຈຶ່ງຕົກລົງຈັດຕັ້ງສະເຫລີມສະຫລອງ ແລະ ເປີດນຳໃຊ້ເສັ້ນທາງເບຕົງ ຂອງບ້ານຂື້ນ ພ້ອມທັງມອບໃຫ້ປະຊາຊົນເປັນຜູ້ນຳໃຊ້ ແລະ ປົກປັກຮັກສາ ຕໍ່ໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.