ກິດຈະກຳສົ່ງເສີມ ການທ່ອງທ່ຽວ ຂອງແຂວງ​ຈຳ​ປາ​ສັກ-ອ​ຸ​ບົນ​ຣາ​ຊະ​ທາ​ນີ

SA Game

ຂປລ

ຈັດກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະ​ຫວ່າງ ຈຳປາສັກ-ອຸບົນຣາຊະທານີ  ທີ່ວັດພູຈຳປາສັກ

ກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ໄດ້​ຈັດ​ຂື້ນໃນວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ.

ໂດຍເປັນປະທານກ່າວເປີດຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າລາດຊະການຈັງຫວັດອຸບົນຣາຊະທານີ, ມີທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈຳປາສັກ, ມີຄະນະນຳຜູ້ບໍລິຫານການສຶກສາ ມະຫາວິທະ ຍາໄລ ຣາຊະພັດ, ຄູອາຈານ, ນັກກິລາມະຫາວິທະຍາໄລ, ວິທະຍາໄລ, ນັກສະແດງສິລະວັດທະນະທຳ ຈຳປາສັກ-ອຸບົນ, ມີພະແນກການກ່ຽວຂ້ອງ, ການນຳເມືອງ ແລະ ມວນຊົນພາຍໃນແຂວງ ຈຳປາສັກ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ສົມບູນ ເຮືອງວົງສາ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳກິລາ ແລະ ການທ່ອງທ່ຽວ ໃນຄັ້ງນີ້ ມີຄວາມສຳຄັນ ແລະ ມີຫລາກຫລາຍກິດຈະກຳ ທີ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ພັດ ທະນາວຽກງານ ກິລາ-ກາຍຍະກຳ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງຂະບວນການຕ້ອນຮັບງານບຸນນະມັດສະການຜາສາດຫີນ ວັດພູ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 3-5 ກຸມພາ ນີ້.

SA Game
ຂປລ

ພ້ອມນີ້, ກໍເປັນການຫັນເອົາວຽກງານ ກິລາ-ກາຍະກຳ ລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນ ມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລານາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ ເປັນຕົ້ນ ແມ່ນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ກັບມາຫລິ້ນກິລາຢ່າງກ້ວາງຂວາງ ເພື່ອຫ່າງຈາກສິ່ງເສບຕິດ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ການຈັດງານດັ່ງກ່າວ ຈະເປັນພື້ນຖານໃຫ້ແກ່ງານ ກໍຄື ກິດຈະກໍາອື່ນໆໃນຕໍ່ໜ້າ ເພື່ອສ້າງຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດ ອຸບົນຣາຊະທານີ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.

SA Game
ຂປລ

ກິດຈະກຳທີ່ຈັດຮ່ວມກັນໃນຄັ້໋ງນີ້ປະກອບມີ: ຕ້ອນຮັບຂະບວນຄະລາວານລົດໃຫຍ່ ຈາກຈັງ ຫວັດອຸບົນຣາຊະທານີ ມາແຂວງຈຳປາສັກ ໄລຍະທາງ 45 ກິໂລແມັດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ເຂົ້າເຖິງນະຄອນປາກເຊ, ກິດຈະກຳແລ່ນໄລຍະທາງ 5 ກິໂລແມັດ, ແລ່ນມິນິມາລາທອນ ໄລຍະທາງ 10 ກິໂລ, ຂີ່ຖີບລົດ ໄລຍະທາງ 15 ກິໂລແມັດ ເລີ່ມແຕ່ຈຸດຕ່າງໆ ຂອງເມືອງຈຳປາສັກ ເຂົ້າມາເສັ້ນໄຊ ທີ່ວັດພູຈຳປາສັກ.

SA Game
ຂປລ

ນອກນີ້, ຍັງມີກິດຈະກຳ ແຂ່ງຂັນກິລາເປຕັງ, ກິລາບານເຕະ ທີມອາວຸໂສ 11 ຄົນ ອາຍຸ 40 ປີ ຂື້ນໄປ ລະຫວ່າງຈຳປາສັກ-ອຸບົນ ແລະ ກິດຈະກຳສະແດງສີລະປະ ເຜີຍແຜ່ວັດທະນະທຳຂອງມະຫາວິທະຍາໄລລາດຊະພັດ ແລະ ຄະນະສິລະປະກອນແຂວງຈຳປາສັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.