ໂຮງຮຽນປະຖົມກະແຫລງພູ ເມືອງນອງ ຈະ​ໄດ້​ໂຮງ​ຮຽນ​ໃໝ່​ໄວໆ​ນີ້

SA Game

ຂປລ

ອາຄານຮຽນ ໂຮງຮຽນປະຖົມກະແຫລງພູ ເມືອງນອງ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ປະ​ເທດ​ອິນ​ເດຍ.

ໃນວັນທີ 5 ມັງກອນ 2023 ຜ່ານມາໄດ້​ມີ​ການ​ຈັດພິທີວາງສີລາລຶກໂຄງການກໍ່ສ້າງອາຄານ ໂຮງຮຽນປະຖົມກະແຫລງພູ ເມືອງນອງ ແຂວງສະຫວັນນະເຂດ, ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈຳນວນ 50.000 ໂດລາສະຫະລັດ ພາຍໃຕ້ໂຄງການເຫັນຜົນໄວ ຂອງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ປະເທດອິນເດຍ

ໂດຍມີ ທ່ານ ດິນກາ ອັສທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີຜູ້ຕາງໜ້າຈາກອົງການປົກຄອງແຂວງສະຫວັນນະເຂດ ເຂົ້າຮ່ວມ ໃນພິທີ.

ທ່ານ ດິນກາ ອັສທານາ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ປະກອບດ້ວຍການກໍ່ສ້າງອາຄານໃໝ່ ມີ 3 ຫ້ອງຮຽນ ແລະ ຫ້ອງນ້ຳ, ເມື່ອກໍ່ສ້າງສຳເລັດ ຈະອຳນວຍຄວາມສະດວກໃຫ້ແກ່ການສຶກສາຂັ້ນປະຖົມຢູ່ໃນບ້ານເຂດພູດອຍ ຫ່າງໄກສອກຫລີກ ຂອງຊຸມຊົນຊົນເຜົ່າບຣູ ແລະ ສ້າງສະພາບແວດລ້ອມການຮ່ຳຮຽນໃຫ້ດີຂຶ້ນກວ່າເກົ່າ.

SA Game
ຂປລ

ໂຄງການເຫັນຜົນໄວ ແມ່ນໂຄງການທີ່ສໍາເລັດໃນໄລຍະທີ່ສັ້ນ ໃຫ້ຜົນປະໂຫຍດໂດຍກົງກັບຊຸມຊົນທ້ອງຖິ່ນ, ເຫັນຜົນໄວ ແລະ ຊັດເຈນ ໄດ້ປະກອບສ່ວນຢ່າງຫລວງຫລາຍຕໍ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ການປັບປຸງສະຫວັດດີການມະຫາຊົນ, ທັງເປັນການເພີ່ມທະວີແກ່ການພົວພັນສອງຝ່າຍອັນດີລະຫວ່າງ ອິນເດຍ ແລະ ສປປ ລາວ.

ໃນໄລຍະຜ່ານມາ, ການຊ່ວຍເຫລືອດ້ານການພັດທະນາຂອງອິນເດຍ ໃຫ້ແກ່ ສປປ ລາວ ກວມເອົາຫລາຍຂົງເຂດເຊັ່ນ: ການສ້າງຄວາມອາດສາມາດຜ່ານໂຄງການດ້ານວິຊາການ ແລະ ເສດຖະ ກິດອິນເດຍ (ITEC), ທຶນການສຶກສາໄລຍະສັ້ນ ແລະ ໄລຍະຍາວສໍາລັບການສຶກສາຊັ້ນສູງ, ໂຄງການພາຍ ໃຕ້ວົງເງິນສິນເຊື່ອ ຫລື ເງິນກູ້ດອກເບ້ຍຕ່ຳ, ການສ້າງສູນຝຶກອົບຮົມທາງດ້ານພາສາອັງກິດ ລາວ-ອິນເດຍ, ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ໂຄງການອະນຸລັກມໍລະດົກ, ການບູລະນະສະຖານທີ່ມໍລະດົກ ຮັບຮອງໂດຍອົງການ ອຸຍເນັສໂກ ເປັນຕົ້ນ ວັດພູຈຳປາສັກ ໂດຍຊ່ຽວຊານສຳຫລວດບູຮານຄະດີ ຂອງປະເທດອິນເດຍ ພາຍໃຕ້ໂຄງການ ITEC.

SA Game
ຂປລ

ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຍັງໄດ້ມອບປຶ້ມໃຫ້ນັກຮຽນ ໂຮງຮຽນດັ່ງກ່າວ ເພື່ອການສຶກສາຄົ້ນຄວ້າຮໍ່າຮຽນ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.