ກຽມ​ພ້ອມຈັດພິທີສົມໂພດ ມອບ-ຮັບ ຫໍຫຼັກເມືອງໃຫ້​ແກ່ ແຂວງໄຊສົມບູນ

SA Game

ອິນ​ໄຊ​ລາວ

ພະແນກຖະແຫຼງຂ່າວກະ​ກຽມກອງ​ປະ​ຊຸມກຽມ​ເພື່ອຈັດພິທີສົມໂພດ ແລະ ມອບ-ຮັບ ຫໍຫຼັກເມືອງ ແຂວງໄຊສົມບູນ

ການກໍ່ສ້າງ ຫໍຫຼັກເມືອງໄດ້​ກິນ​ເວ​ລາ​ມາ​ດົນ​ເຕີບປະ​ມານ 6 ປີກວ່າ ຫໍຫຼັກເມືອງ ແຂວງ ໄຊສົມບູນ ທາງຄະນະຮັບຜິດຊອບ ຈຶ່ງໄດ້ມີການຈັດກອງປະຊຸມ ເພື່ອກະກຽມຄວາມພ້ອມໃນການ ຈັດພິທີສົມໂພດ ແລະ ພິທີ ມອບ-ຮັບ ຫໍຫຼັກເມືອງ ໃນວັນທີ 20 ເມສາ 2022 ຢູ່ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ, ໂດຍການເປັນປະທານ ຂອງທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.

ທ່ານ ກິ່ງເພັດ ເພັດມະຈັນ, ຮອງຫົວໜ້າ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ກ່າວວ່າ ໂຄງການກໍ່ສ້າງຫໍຫຼັກເມືອງ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 1 ມັງກອນ 2016 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ພັດທະນາພູເບ້ຍ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າຕາມສັນຍາເບື້ອງຕົ້ນ ຈຳນວນ 25,598,000,000 ກີບ ແລະ ໄດ້ວ່າຈ້າງບໍລິສັດ ພິເອັມ ສຳຫຼວດ-ອອກແບບ ແລະ ທີ່ປຶກສາ ເປັນທີ່ປຶກສາ.

SA Game
ອິນ​ໄຊ​ລາວ

ມາຮອດ ປັດຈຸບັນ ໂຄງການດັ່ງກ່າວ ໄດ້ສຳເລັດໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 6 ປີ ກັບ 3 ເດືອນ ຊຶ່ງຜ່ານການກວດກາຄວາມຄືບໜ້າ ຂອງຄະນະກຳມະການ ຄັ້ງສຸດທ້າຍ ໃນວັນທີ 3 ກຸມພາ 2022 ຄະນະກຳມະການໄດ້ຢັ້ງຢືນວ່າ ໂຄງການດັ່ງກ່າວ ໄດ້ສຳເລັດ 99% ບັນດາວຽກທີ່ຍັງບໍ່ທັນສຳເລັດ ແມ່ນເຮັດບົດບັນທຶກກັບ ບໍລິສັດຮັບເໝົາ ເພື່ອປັບປຸງບາງໜ້າວຽກ ທີ່ຍັງບໍ່ທັນສຳເລັດ

ຫຼັງຈາກນັ້ນມາ ບໍລິສັດ ຜູ້ຮັບເໝົາ ກໍໄດ້ຈັດຕັ້ງປະຕິບັດ ຈົນມາຮອດ ປັດຈຸບັນ ເຫັນວ່າໜ້າວຽກທີ່ຕ້ອງໄດ້ສືບຕໍ່ປັບປຸງນັ້ນ ໄດ້ຖືກຈັດຕັ້ງປະຕິບັດ ຈົນເກືອບ ສຳເລັດ 100%.

ຊຶ່ງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ສຸມທຸກສະຕິປັນຍາ ເຂົ້າໃນການປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດສູງ ທັງນີ້ ກໍເພື່ອຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດພິທີສົມໂພດ ກໍຄືການມອບ-ຮັບ ໃຫ້ມີຄວາມເປັນເອກະພາບ ທັງສາມາດນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດ ໃຫ້ທັນຕາມກຳນົດເວລາ ແລະ ປະກົດຜົນເປັນຈິງ

SA Game
ອິນ​ໄຊ​ລາວ

ເພື່ອເຮັດໃຫ້ຫໍຫຼັກເມືອງ ແຫ່ງນີ້ ກາຍເປັນສະຖານທີ່ສັກກາລະບູຊາ ຂອງຊາວແຂວງ ໄຊສົມບູນ ແລະ ຕ່າງແຂວງ ໃນອະນາຄົດ ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຈັດພິທີສົມໂພດ ຕາມຮີດຄອງປະເພນີ ຂອງຄົນລາວຊາວພຸດ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວ ກາຍເປັນສູນລວມຈິດໃຈ, ເປັນສະຖານທີ່ສັກສິດ ແລະ ເປັນເອກະລັກອັນຊົງຄຸນຄ່າ ຂອງປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຕາບນານຊົ່ວນານ.

ສ່ວນວັນ ແລະ ເວລາ ໃນການຈັດພິທີສົມໂພດ ແລະ ພິທີ ມອບ-ຮັບ ນັ້ນ ແມ່ນຈະໄດ້ແຈ້ງຕື່ມໃນພາຍຫຼັງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.