​ມາ​ຮູ້​ຈັກ​ເຜົ່າ​ໄຕ​ດຳ ກັບປະຫວັດຄວາມເປັນມາ​ທີ່​ໜ້າ​ສົນ​ໃຈ

SA Game

Luang Namtha Province, laos

ເຜົ່າ​ໄຕ​ດຳ ອີກວົງຄະນະຍາດໜຶ່ງຂອງລາວທີ່​ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ອັນ​ຍາວ​ຍຽດ

​ດັ່ງ​ທີ່​ຮູ້​ກັນຊົນ​ເຜົ່າ​ໃນ​ລາວ​ມີ​ຢ່າງ​ຫລວງ​ຫລາຍ ແລະ ຮີດ​ຄອງ​ປະ​ເພ​ນີ​ອັນ​ສວຍ​ງາມ ແລະ ມີ​ເອ​ກະ​ລັກ​ແຕກ​ຕ່າງ​ກັນ​ອອກ​ໄປ​ຕາມ​ແຕ່​ລະ​ເຜົ່າ​ແຕ່​ລະ​ຂົງ​ເຂດ, ເຜົ່າໄຕ(TAI) ມີປະຫວັດຄວາມເປັນມາຄ້າຍຄືເຜົ່າລາວ ເປັນໜຶ່ງເຜົ່າໃນວົງຄະນະຍາດຂອງລາວ ຄວາມໝາຍຂອງຄຳວ່າໄຕ ຫຼື ໄທ ຄືວ່າຄົນ ຫຼື ມະນຸດ ນັ້ນເອງ ໃນສະໄໝກ່ອນຈະເອີ້ນຊື່ກັນຕາມສີຂອງເສື້ອຜ້າທີ່ມັກໃສ່ ເຊັ່ນ: ໄຕດຳ, ໄຕແດງ, ໄຕຂາວ.

ເຊິ່ງບົດນີ້ຈະສະເໜີໃຫ້ຮູ້ກ່ຽວກັບເຜົ່າໄຕດໍາ ເປັນແຊງໜຶ່ງຂອງເຜົ່າໄຕ ໄຕດໍາໄດ້ຕັ້ງຫຼັກປັກຖານໃນດິນແດນລາວເປັນເວລາຫຼາຍຮ້ອຍປີແລ້ວ ເຊິ່ງມີຖິ່ນຖານເດີມຢູ່ສິບສອງຈຸໄທ ຫຼື ບໍລິເວນລຸ່ມແມ່ນ້ຳດຳ ແລະ ແມ່ນ້ຳແດງໃນຫວຽດນາມຕອນເໜືອ ໂດຍສະເພາະເມືອງແຖງ ເຊິ່ງເປັນຖິ່ນທີ່ຢູ່ຂອງເຜົ່າໄຕດຳ ແລະ ໄຕຂາວ ປັດຈຸບັນສິບສອງຈຸໄທຄືແຂວງດຽນບຽນຟູ ສສ ຫວຽດນາມ ມີຊາຍແດນຕິດຕໍ່ກັບແຂວງຜົ້ງສາລີ

SA Game
Taelaka-ແຕ້ລະກ໊າ
ສາເຫດທີ່ໄຕດໍາໄດ້ອົບພະຍົບເຂົ້າມາລາວຍ້ອນສົງຄາມ ແລະ ການທໍາມາຫາກິນ ເຊິ່ງໄດ້ກະແຈກກະຈາຍກັນດຳລົງຊີວິດແຕ່ພາກເໜືອຂົນຮອດພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ນອກຈາກຈະຢູ່ລາວແລ້ວ ກໍຍັງດຳລົງຊີວິດຢູ່ປະເທດໄທເຊັ່ນກັນ ຄື: ຈັງຫວັດນະຄອນປະຖົມ ລາດບູລີ ສຸພັນບູລີ ພຶຈິດ ພຶດສະນຸໂລກ ແລະ ສູຣາດທານີ
ໄຕດໍາມີຈັດຢູ່ໃນໝວດພາສາລາວ-ໄຕ ມີພາສາປາກເວົ້າ ແລະ ພາສາຂຽນເປັນຂອງໂຕເອງ ຕົວອັກສອນຄ້າຍໆກັບພາສາໄທ ແລະ ຕົວອັກສອນລາວບູຮານ ແລະ ຍັງຄົງອະນຸລັກໄວ້ຈົນເຖິງປັດຈຸບັນ
ການແຕ່ງກາຍສ່ວນຫຼາຍຈະເປັນສີດໍາ ,ຜູ້ຍິງເກົ້າຜົມ, ໃສ່ປຽວ, ນຸ່ງສິ້ນໝີ່ ເສື້ອມີກະດຸມເອີ້ນວ່າ:”ມະແປັມ” ໃນປັດຈຸບັນມີການປະຍຸກຮຸບຊົງລວດລາຍຫຼາກຫຼາຍສີ ອັນມີເອກະລັກ ແລະ ງົດງາມ ສ່ວນຜູ້ຊາຍສ່ວນຫຼາຍແມ່ນຊຸດດຳລ້ວນ ຫຼື ສີຄາມ
ເລື່ອງຄວາມເຊື່ອຖືໄຕດໍາໄດ້ເຊື່ອຖືຜີ ເຊັ່ນ: ຜີບັນພະບູລຸດ, ຜີເຮືອນ, ຜີບ້ານ, ຜີເມືອງ ແລະ ອື່ນໆ ຜີບັນພະບູລຸດ ແລະ ຜີເຮືອນແມ່ນສັກສິດ ແລະ ສຳຄັນທີ່ສຸດ ຈະໄດ້ສ້າງບ່ອນບູຊາໄວ້ແຈຫ້ອງນອນ ມີຈາຮີດທີ່ສືບຕໍ່ກັນມາຈະໄດ້ປາດໂຕງ 10ມື້ເທື່ອໜຶ່ງ ຕາມມື້ທີ່ກຳນົດຂອງແຕ່ລະສິ່ງ ຫຼື ຕະກູນ( ສິ່ງລໍ ເລືອງ ກວ໋າງ ວີ…) ຄື: ມື້ຮ່ວງ, ເຕົ່າ, ກ່າ, ກາບ, ຮັບ, ຮາຍ, ເມິງ, ເປິກ, ກັດ, ຄົດ
SA Game
Luang Namtha Province, laos
ແລະ ເດືອນ12-ເດືອນ2 ເຊິ່ງເປັນການສະຫຼອງປີໃໝ່ ແລະ ຮອດລະດູການເກັບກ່ຽວຈະມີພິທີທີ່ເອີ້ນວ່າ: ປາດໂຕງເຂົ້າໃໝ່ ນອກຈາກນີ້ກໍຍັງມີພິທີກຳ ເຊັ່ນ: ເສັນເຮືອນ, ເສັນບ້ານ, ເສັນເມືອງ, ເສັນເຄາະ, ເສັນມົດ, ເສັນຂຶ້ນເສື້ອ, ເສັນຂ້າເກືອດ ເປັນຕົ້ນ
ຜູ້ຍິງທີ່ແຕ່ງງານແລ້ວຕ້ອງໄປຢູ່ກັບຜົວ ເພາະລູກຊາຍຕ້ອງລ້ຽງພໍ່ແມ່ ແລະ ສືບສະກຸນ

ໄຕດໍາມີສິລະປະທີ່ເປັນເອກະລັກມີບົດການຂັບລໍາເປັນຂອງຕົນເອງ ການເຕັ້ນແຊ ມີເຄື່ອງດົນຕີເຊັ່ນ; ປີ່ປັບ, ປີ່ລໍາບັນ, ຄ້ອງ, ກົ່ງ(ກອງ), ແສ່ງ… ມີການລະຫຼິ້ນເຊັ່ນ: ຕັອດກ໊ອນ, ໝາກແລ້, ໝາກຂ່າງ, ໜ້າເກັກ,…

SA Game
Luang Namtha Province, laos

ລັກສະນະເຮືອນຂອງໄຕດໍາແມ່ນຈະເປັນເຮືອສູງມີເສົາຄ້ໍາແອ້ມດ້ວຍໄມ້ ມຸງດ້ວຍໃບຫວາຍ ຫຼື ຫຍ້າຄາ ການດຳລົງຊີວິດອາໄສ ຢູ່ຕາມພູພຽງ ທົ່ງພຽງ ແລະ ລ້ອງແມ່ນ້ຳ ຍຶດຖືການກະເສດເປັນຫຼັກເຊັ່ນ: ເຮັດນາ, ເຮັດໄຮ່, ເຮັດສວນ, ລ້ຽງສັດ

ແລະ ຍັງມີຫັດຖະກຳສີໄມ້ລາຍມືອັນງົດງາມ ຜູ້ຊາຍເນັ້ນວຽກຈັກສານ ຜູ້ຍິງ ປູກມອນລ້ຽງມ້ອນ ຕ່ຳຫູກທໍໄໝ ເປັນຕົ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Taelaka-ແຕ້ລະກ໊າ