ສະ​ຖານ​ທີ່ວັດ​ຮ້າງອັນ​ເກົ່າ​ແກ່​ທີ່​ກາຍ​ເປັນ​ວັດ​​ທີ່ຖືກ​ລືມ​ບໍ່​ໄດ້ບູ​ລະ​ນະ​ຮັກ​ສາ​

SA Game

Max Chanthavisuok

ວັດບ້ານໃໝ່ ວັດ​ຮ້າງ​ທີ່​ຖືກ​ລືມເຂດບ້ານສະໂລໃຫຍ່ ເມືອງຊະນະສົມບູນ ແຂວງຈຳປາສັກ.

ຖ້າ​ຈະ​ເວົ້າ​ເຖິງແຂວງ​ຈຳ​ປາ​ສັກ ເປັນດີນແດນເກົ່າແກ່ແຫ່ງອະລິຍະທຳເກົ່າແກ່ຫຼາຍກວ່າ 1000 ປີ ທີ່ເຄີຍຮຸ່ງເຮືອງໃນອາດີດ, ມີທຳມະຊາດທີ່ສວຍງາມ ແລະ ​ມີ​ຫຼາຍ​ຢ່າງ​ທີ່​ໜ້າ​ສົນ​ໃຈ, ແຫຼ່ງ​ທ່ອງ​ທ່ຽວ, ວິ​ຖີ​ຊີ​ວິດ, ວັດ​ທະ​ນະ​ທຳ​, ຮີດ​ຄອງ​ປະ​ເພ​ນີ, ຄວາມ​ເຊື່ອງ​ຕ່າງໆ. ຫຼ້າສຸດໄດ້ມີການເຜີຍແຜ່ຮູບພາບຂອງວັດຮ້າງກາງປ່າ ຈາກຜູ້ໃຊ້ເຟສບຸກທ່ານໜື່ງ ແລະ ເຟສບຸກ ລາວ Templeໄດ້ ນຳມາເຜີຍແຜ່ ເຮັດໃຫ້ຫຼາຍທີ່ໄດ້ຊົມພາບມີຄວາມສົນໃຈ ເປັນຈຳນວນຫຼວງຫຼາຍ.

ເຊິງ​ທາງ​ດ້ານ ເວັບໄຊ Laosjourney.com ກໍ່ໄດ້ນຳມາສະເໜີເຜີຍແຜ່ໃຫ້ບັນດາທ່ານໄດ້ເຫັນພາບຂອງວັດດັ່ງກ່າວ ແລະ ໄດ້ຄົ້ນຄວ້າສຶກສາສອບຖາມໄປຍັງ ທ່ານ Max Chanthavisuok ຜູ້ໄປພົບເຫັນຕົວຈິງ ແລະ ຈາກການບອກເລົ່າຂອງພໍ່ເພີ່ນເອງ ( ເປັນປະຊາຊົນບ້ານສະໂລນ້ອຍ ) ໃຫ້ຮູ້ວ່າ: ວັດໃນພາບດັ່ງກ່າວ ຊາວບ້ານເອີ້ນກັນວ່າ ວັດບ້ານໃໝ່ ( ເປັນບ້ານຮ້າງມາຫຼາຍ 100 ປີ ) ເຂດວັດດັ່ງກ່າວປັດຈຸບັນຂື້ນກັບ ບ້ານສະໂລໃຫຍ່ ເມືອງຊະນະສົມບູນ ແຂວງຈຳປາສັກ.

SA Game
Max Chanthavisuok

ອິງຕາມການບອກເລົ່າ: ໃນອາດີດ ມີປະຊາຊົນອາໄສຢູ່ເຂດ ອ້ອມຮອບວັດ ແຕ່ຕໍ່ມາຍ້ອນສະພາບການເຮັດຢູ່ຫາກິນ ໃນເຂດນີ້ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ດັ່ງນັ້ນຊາວບ້ານທັງໝົດຈື່ງໄດ້ພາກັບ ອົບພະຍົກໄປຢູ່ບອ່ນໃໝ່ ແລະ ໄດ້ພ້ອມກັນນຳເອົາພຣະພຸດທະຮູບ ແລະ ສິ່ງມີຄ່າພາຍໃນວັດໄປພ້ອມ ປັດຈຸບັນແມ່ນປະດິດສະຖານທີ່ວັດ ບ້ານສະໂລໃຫຍ່ນັ້ນເອງ.

ແລະ ສາເຫດທີ່ວັດໄດ້ຖືກຫັກພັງລົງມາເລືອກໄວ້ແຕ່ຊາກຄືແນວນີ້ກໍ່ຍ້ອນຖືກລະເບີດຂອງ ພວກລ່າເມືອງຂື້ນແບບເກົ່າ ( ສະໄໝ່ສົງຄາມຝຣັ່ງຍຶດຄອງລາວ ) ເຊິ່ງຍັງມີຮ່ອງຮອຍຂຸມລະເບີດຈຳນວນຫຼາຍໃຫ້ເຫັນໃນປັດຈຸບັນ.

SA Game
Max Chanthavisuok

ເຊິງວັດ​ແຫ່ງ​ນີ້​ຄວນ​ຈະ​ເປັນ​ສະ​ຖານ​ທີ່​ທີ່​ອາ​ນຸ​ລັກ​ໄວ້, ແລະ ປັດຈຸບັນທາງອຳນາດການປົກຄອງບ້ານສະໂລໃຫຍ່ ໄດ້ເຂົ້າສຳຫຼວດ ແລະ ໄດ້ຮັບການຄຸ້ມຈານອຳນາດການປົກຄອງບ້ານເປັນທີ່ຮຽບຮ້ອຍແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ລາວ Temple