ບັນ​ດາ​ຣີ​ສອດ​ຂອງ​ແຂວງ​ອຸ​ດົມ​ໄຊ​ກຽມ​ຄວາມ​ພ້ອມ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ

SA Game

ຂ​ປ​ລ

ຣີສອດ ເລີແກຣນ ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຣີ​ສອດ​ທີ່ພ້ອມແລ້ວໃນການຕ້ອນຮັບນັກທ່ອງທ່ຽວ

ແຂວງອ​ຸ​ດົມ​ໄຊເປັນ​ແຂວງ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຫລາຍ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ໜ້າ​ຈະ​ຮູ້​ຈັກ​ກັນ​ດີ​ກໍ​ໜ້າ​ຈະ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ນ້ຳ​ກັດ​ຍໍ​ລະ​ປາ​ທີ່​ມີ​ຄວາມ​ສວຍ​ງາມ​ທາງ​ທຳ​ມະ​ຊາດ ແລະ ວັດ​ທະ​ນາ​ທຳ​ອັນ​ດີ​ງາມ​ຂອງ​ຊົນ​ເຜົ່າ​ຕ່າງໆ.

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ປັດຈຸບັນ, ແຂວງອຸດົມໄຊ ໄດ້ຫ້າງຫາກະກຽມ ແລະ ລົງຕິດຕາມ, ຊຸກຍູ້ບັນດາເມືອງທີ່ມີທ່າແຮງ ດ້ານການທ່ອງ ທ່ຽວ ກໍຄື ເມືອງປາກແບງ ໃຫ້ປັບປຸງ ແລະ ກະກຽມທາງດ້ານການບໍລິການ ໂດຍສະເພາະ ເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ໃຫ້ມີຄວາມພ້ອມ ໃນການຕ້ອນຮັບນັກທ່ອງທ່ຽວ ພາຍຫລັງທີ່ສະຖານະການ ການລະບາດຂອງພະຍາດໂຄວິດ-19 ເລີ່ມເບົາບາງລົງ.

ໃນນັ້ນ ຣີສອດ ເລີແກຣນ ປາກແບງ ກໍເປັນຈຸດໜຶ່ງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ເຂົ້າໃຊ້ບໍລິການ ເປັນຈຳນວນຫລວງຫລາຍ ໃນໄລຍະຜ່ານມາ ແລະ ມາຮອດປັດຈຸບັນ, ຣີສອດ ເລີແກຣນ ກໍມີຄວາມພ້ອມຮອບດ້ານ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວ ແລະ ພັກເຊົ່າ.

SA Game
ຂ​ປ​ລຳ

ທ່ານ ເກດ ທິບພະຈັນ ເຈົ້າຂອງຣີສອດ ເລີແກຣນ ໄດ້ໃຫ້ຮູ້ວ່າ: ການບໍລິການໃນເມື່ອກ່ອນ ແມ່ນພົບບັນຫາຫລາຍສົມຄວນ ເນື່ອງຈາກສະພາບການລະບາດຂອງ ພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວ ຕ່າງປະເທດບໍ່ສາມາດເດີນທາງເຂົ້າມາທ່ອງທ່ຽວ ປະເທດລາວເຮົາໄດ້ ແຕ່ກໍຍັງມີທີ່ນັກທ່ອງທ່ຽວລາວ ໃຫ້ຄວາມສົນໃຈ ແລະ ເຂົ້າມາໃຊ້ບໍລິການ.

ຕໍ່ກັບການກະກຽມຕ້ອນຮັບນັກທ່ອງທ່ຽວມັງພາຍໃນ ແລະ ຕ່າງປະເທດ ພາຍຫລັງທີ່ສະຖານະການ ການລະບາດຂອງພະຍາດໂຄວິດ-19 ເລີ່ມເບົາບາງລົງນັ້ນ, ມາຮອດປັດຈຸບັນ.

SA Game
ຂ​ປ​ລ

ທາງຣີສອດ ແມ່ນມີຄວາມພ້ອມ 100% ໃນການ ບໍລິການຕ້ອນຮັບແຂກ ກໍຄື ນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວ ແລະ ພັກເຊົ່າ ໂດຍມີການຝຶກອົບຮົມດ້ານການບໍລິການແກ່ພະນັກງານ, ການປ້ອງກັນພະຍາດໂຄວິດ-19, ການທຳຄວາມສະອາດ, ປັບປຸງສະຖານທີ່ການບໍລິການ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.