​ກຽມ​ທ່ຽວ! ບຸນ​ຊ້າງ​ໄຊ​ຍະ​ບູ​ລີ ປີ 2022 ຈະ​ກັບ​ຄືນ​ມາ​ຄືກ​ຄື້ນ​ອີກ​ຄັ້ງ

ຕ້ອງ​ໄດ້​ໄປ​ແລ້ວ ກຽມ​ພ້ອມ​ຈັດ​ງານບຸນຊ້າງ ແຂວງໄຊຍະບູລີ ທີ່​ໃກ້ຈະມາເຖິງແລ້ວ

ຈາກ​ການ​ແພ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຊວງ​ປີ​ທີ່​ຜ່ານ​ມາ ເຮັດ​ໃຫ້​ການ​ຈັດ​ງານ​ບຸນ​ປະ​ເພ​ນີ​ຕ່າງໆ​ຕ້ອງ​ໄດ້​ຢຸດ​ສະ​ຫງັດ ແລະ ຈັດ​ພໍ​ເປັນ​ພິ​ທີ ຫ້າມ​ການ​ໂຮມ​ຊຸມ​ໜຸມ​ເປັນ​ໝູ່​ຫລາຍ​ຄົນ, ແຕ່​ໃນ​ປີ​ນີ້​ຖື​ວ່າ​ການ​ລະ​ບາດ​ເລີມ​ຊົງ​ຕົວ​ລັດ​ຖະ​ບານ​ອະ​ນຸ​ມັດ​ໃຫ້​ມີ​ການ​ຈັດ​ງານ​ຂື້ນ​ໄດ້, ງານມະຫາກໍາບຸນຊ້າງ ເປັນປາງບຸນໃຫຍ່ຂອງແຂວງ ໄຊຍະບູລີ ທີ່ຈະຈັດຂຶ້ນທຸກໆປີ ໃນຊ່ວງກາງຫາທ້າຍຂອງເດືອນກຸມພາ ແລະ ປີ 2022 ນີ້ ຈະເລີ່ມຈັດໃນແຕ່ວັນທີ່ 18-20 ກຸມພາ.

ແຕ່ດຽວກ່ອນ ກ່ອນທີ່ຈະໄປທ່ຽວບຸນ ເຮົາມາຮູ້ປະຫວັດຄວາມເປັນມາຂອງ ມະຫາກໍາບຸນຊ້າງກ່ອນ ແຂວງໄຊຍະບູລີຕັ້ງຢູ່ພາກເໜືອຂອງປະເທດລາວ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ ທິດເໜືອ ແຂວງໄຊຍະບູລີ ຕິດກັບແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ, ທິດຕາເວັນອອກ ຕິດກັບແຂວງຫຼວງພະບາງ ແລະ ແຂວງວຽງຈັນ. ສໍາລັບງານບຸນຊ້າງ ແມ່ນກຳເນີດເກີດຂຶ້ນມາ ໂດຍອີງໃສ່ປະຫວັດສາດຂອງປະເທດລາວທີ່ມີມາຊ້ານານ.

SA Game
ເສດຖະກິດການຄ້າ
ປະເທດລາວເຮົາເຄີຍເປັນຖິ່ນຖານທີ່ຢູ່ອາໄສຂອງຊ້າງຈໍານວນຫຼວງຫຼາຍ. ຈົນຊ້າງໄດ້ຕິດພັນກັບວິຖີຊີວິດ ປະຈໍາວັນຂອງປະຊາຊົນລາວ ຊ້າງໄດ້ເປັນພາຫະນະນໍາໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມ ນອກຈາກນັ້ນຊ້າງຍັງໄດ້ຖືກໃຊ້ເຂົ້າໃນການເຄື່ອນໄຫວດໍາລົງຊີວິດໃນການທໍາມານໍາຫາກິນ. ປະເທດລາວມີການຕິດພັນກັບຊ້າງມາໂດຍຕະຫຼອດ ຈົນຂະໜານນາມວ່າປະເທດລາວລ້ານຊ້າງ. ໂດຍເຫດນີ້ ເຮົາຈື່ງເວົ້າໄດ້ວ່າຊ້າງເປັນສັດທີ່ມີຄຸນຄ່າຕໍ່ຄົນລາວ ແລະ ສັງຄົມລາວມາຕະຫຼອດ.

ງານບຸນຊ້າງ ໃນແຕ່ປີທີ່ຜ່ານໆມາແມ່ນມີຫຼາກຫຼາຍກິດຈະກຳ ນັບແຕ່ພິທີບາສີສູ່ຂັວນຊ້າງ, ຂີ່ຊ້າງຊົມເມືອງ, ສະແດງຊ້າງຄຳຮູ້, ເອົາຊ້າງລົງອາບນຳ້ ແລະອີກຫຼາຍໆຢ່າງ ສຳລັບປີນີ້ຈະມີກິດຈະກຳຫຍັງແດ່ນັ້ນທຸກຄົນຕ້ອງໄປຕິດຕາມນຳກັນ ຫາກທ່ານໃດມີເວລາກໍ່ຫາໂອກາດໄປທ່ຽວງານບຸນຊ້າງ ເພື່ອ ການພັກຜ່ອນ ແລະ ຊູກຍູ້ເສດຖະກິດຂອງ ແຂວງ ໄຊຍະບູລີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດຖະກິດການຄ້າ