ສວຍ​ງາມ!ພຣະພຸດທະຮູບອົງແສນ ວັດສີສະເກດ “ສະຕະສະຫັສສາຣາມ”

SA Game

ວັດສີສະເກດ “ສະຕະສະຫັສສາຣາມ”

ພຣະພຸດທະຮູບອົງແສນ ວັດສີສະເກດ “ສະຕະສະຫັສສາຣາມ” ນະຄອນຫຼວງວຽງຈັນ

ໃນການ​ທ່ອງ​ທ່ຽວ​ນະ​ຄອນ​ຫລວງວຽງ​ຈັນແນນອນ​ຫລາຍ​ຄົນ​ຕ້ອງ​ຄິດ​ເຫັນ​ວັດ​ສີ​ສະ​ເກດ​ເຊິງ​ມີຄວາມ​ສວຍ​ງາມ ແລະ ມີ​ພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ​ທີ່ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານປະຫວັດສາດ ສາສະໜາ ວັດທະນະທຳຂອງລາວ ເຮັດດ້ວຍທອງສຳລິດ (ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ) ມາຮອດໃນສະໄໝລັດຊະການພຣະເຈົ້າ ອະນຸວົງສ໌ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ ປະດັບປະດາ ແລະຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດ ໃຫຍ່ກວ່າເກົ່າ.
ຝາສິມທັງສີ່ເບື້ອງຈະເປັນຊ່ອງກຸດລວມທັງໝົດມີ 1,026 ຊ່ອງ ແຕ່ລະຊ່ອງກຸດ ບັນຈຸພຣະພຸດທະຮູບນ້ອຍ ຊ່ອງລະ 2 ອົງຮວມທັງໝົດມີຈຳນວນ 2,052 ອົງ ແລະຝາຜະໜັງຂອງສິມມີຮູບແຕ້ມໃສ່ຝາຜະໜັງເລື່ອງພື້ນເມືອງຊາດົກເລື່ອງ: ພະລະສັງຂະຫຍາຊຶ່ງຕົວລະຄອນເອກແມ່ນເຈົ້າຊາຍໂບກຂະລະພັດ ການແຕ້ມແຕ່ງນີ້ ເປັນສີມືຊ່າງຂອງນັກຈິດຕະກຳສິນລາວເຮົາໃນສະໄໝນັ້ນໄດ້ພັນລະນາເຖິງທີ່ຕັ້ງຂອງພະລາດຊະວັງ ຫໍ ໂຮງ ພຸດທະປະຫວັດຂອງພຣະພຸດທະເຈົ້າ, ການດຳລົງຊີວິດຂອງໄພ່ຟ້າລາດສະດອນ,ພາບທຳມະຊາດ.
SA Game
ວັດສີສະເກດ “ສະຕະສະຫັສສາຣາມ”

ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພຣະພຸດທະຮູບປະທານ (ອົງແສນ) ພຣະພຸດທະຮູບປາງຕ່າງໆ,ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສາໜາ ເປັນບ່ອນປະຕິບັດສາສະນາກິດຂອງພຣະພິກຂຸສົງ ສະຖານທີ່ສູດປະຕິໂມກ ແລະໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.

ສິມ ແລະກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ ສາສະໜາ ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວຕະຫລອດໄປ.

SA Game
ວັດສີສະເກດ “ສະຕະສະຫັສສາຣາມ”

ສິມເປັນຫໍທີ່ມີຮູບສີ່ລ່ຽມ, ຍາວ 25,40 ແມັດ ກວ້າງ 15,70 ແມັດ ມີເນື້ອທີ່ 398,78 m2 ສິມມີສອງພາກສວ່ນ ເບື້ອງນອກແມ່ລະບຍງ ເບື້ອງໃນເປັນຫ້ອງໂຖງກວ້າງມີພຣະພຸດທະຮູບຕັ້ງສະຖິດຢູ່ຫຼາຍອົງ

ລະບຽງສິມປະກອບມີ 24 ເສົາຕັ້ງເປັນ 4 ແຖວຕາມ 4 ທິດຂອງສິມ, ບັນດາເສົາເຫຼົ່ານັ້ນສູງ 4,75 ແມັດ ແລະ ສວ້ຍຂື້ນເທິງ, ເສັ້ນຜ່າສູນກາງຂອງຕີນເສົາ 0,64 ແມັດ ສວ່ນກາງ 0,55 ແມັດ ຫົວເສົາ 0,50 ແມັດ, ເສົາ ແລະ ຝາສິມມີໂຄງປະກອບສ້າງດັ່ງນີ້ : ເບື້ອງເທິງຂອງເສົາລະບຽງທາງນອກມີຂື່ກ່າຍໃສ່ຫົວເສົາເຄິ່ງໜຶ່ງ, ສວ່ນອີກເຄິ່ງໜຶ່ງແມ່ນຕິດກັບຝາເບີ່ງບໍ່ເຫັນຕໍ່ຈາກນັ້ນມີຂື່ອີກສອງຊັ້ນ.

ຂື່ເກາະກາຍກັ້ນດວ້ຍຂື່ພາງ ຂື່ພາງວ່າງຢູ່ຫົວຂື່ບ່ອນຕິດກັບສີຍົວເອກເພື່ອຄໍ້າສາຍຄາ, ຊັ້ນຕໍ່ໄປກໍ່ມີໂຄງສ້າງເໜືອນກັນ, ຢູ່ເທິງເສົາເບື້ອງນອກລະບຽງມີແຂນນາງຮູບນາກ, ເທີງຫົວຂື່ແມ່ນຂ້າວ, ໂຄງສ້າງຕາມລວງຕັ້ງເທີງຂ້າວແມ່ນໄມ້ແກ, ຕໍ່ໄມ້ແກແມ່ນໄມ້ກອນ. ດັ່ງນັ້ນໂຄງສ້າງຂອງສິມແມ່ນເອົາຝາທັງສີ່ດ້ານຂອງສິມເປັນລະດັບຕັ້ງການຄໍ້າຊູຄວາມໜາແໜ້ນຂອງຫໍສິມ.

SA Game
ວັດສີສະເກດ “ສະຕະສະຫັສສາຣາມ”

ຝາຂອງສິມສ້າງດວ້ຍດີນຈີ່ໜາສົມຄວນ, ສິມມີຫຼັງຄາ 4 ຊັ້ນ, ໂຄງສ້າງຂອງຫຼັງຄາຄືກັບໂຄງສ້າງຂອງສາຍຄາລະບຽງນອກໝາຍຄວາມວ່າອີງໃສ່ຝາ, ຂື່ ແລະ ຂື່ພາງເພື່ອຄໍ້າ ແລະ ທວງດຶງຄວາມໜາແໜ້ນຂອງຫໍສິມ. ທາງກາງຫຼັງຄາຊັ້ນເທິງສຸດມີຍອດຊໍ່ຟ້າ ຫ້ອງທາງໃນຂອງສິມກວ້າງ 6,07 ແມັດ ຍາວ 16,50 ແມັດ ສູງ 10 ແມັດ ພື້ນສີມປູດວ້ຍກະໂລ້ຮູບດອກໄມ້, ກະໂລ້ແຕ່ລະຂ້າງຍາວ ແລະ ກວ້າງ 17 CM

ເພດາປະດັບປະດາດວ້ຍການຄວັດຮູບດອກໄມ້ແປດກີບເຊີ່ງແກະສະຫຼັກດວ້ຍໄມ້ສັກຢ່າງປານີດ ແລະ ເຄືອບນໍ້າຄໍາສີສັນສວຍງາມອອ່ນຊອ້ຍ, ຊິ່ງຖືວ່າເປັນອົງປະກອບໄໝ່ໃນສະຖາປະຕິມະກໍາ ທາງສາສະໜາຂອງລາວ ໃນຍຸກຕົ້ນສັດຕະວັດທີ XIX

ມີຝາອອ້ມຮອບທັງ 4 ດ້ານມີປະຕູເຂົ້າອອກທີ່ເຮັດດວ້ຍໄມ້ເນື້ອດີ, ປະຕູມີ 6 ປ່ອງ ໃນນັ້ນມີປະຕູຈໍາລອງຢູ່ທາງເບື້ອງຫຼັງລະຫວ່າງກາງຂອງສິມພ້ອມນັ້ນມີປະຕູຢູ່ທາງຂ້າງ ຂ້າງລະ 1 ປ່ອງ , ປະຕູຢູ່ທາງທິດເໜືອ ແລະ ທິດຕາເວັນອອກໄດ້ອັດໄວ້, ປະຕູຫຼັກທີ່ເຂົ້າໃນສິມແມ່ນທິດຕາເວັນຕົກຕາມທິດຕັ້ງຂອງສີມ ແລະ ມີ 2 ປະຕູຢູ່ທາງເບື້ອງຕາເວັນຕົກສຽງ ເໜືອ ແລະ ຕາເວັນອອກສຽງເໜືອ

SA Game
ວັດສີສະເກດ “ສະຕະສະຫັສສາຣາມ”

ຂະໜາດຂອງປະຕູທຸກປ່ອງເທົ່າກັນແຕ່ລະປ່ອງສູງ 2,8 ແມັດ ກວ້າງ 1,30 ແມັດ ປະຕູປ່ອງຢ້ຽມລວມມີ 6 ປ່ອງ ແຕ່ລະປ່ອງ ສູງ 2,20 ແມັດ ກວ້າງ 1,20 ແມັດ ໃນ 6 ປ່ອງນີ້ໄຂພຽງແຕ່ 2 ປ່ອງ ຢູ່ທາງທິດຕາເວັນຕົກສຽງເໜືອ ແລະ ຕາເວັນອອກສຽງເໜືອອອ້ມຮອບ 4 ເບື້ອງຂອງຫໍໄຫວ້ພຣະ

ໃນສິມແມ່ນຝາສິມທີ່ມີຊ່ອງກຸດບັນຈຸພຮະພຸດທະຮູບຊ່ອງລະ 2 ອົງ.

ບັນດາຊ່ອງກຸດຢູ່ທາງທິດໄຕ້ ທິດຕາເວັນອອກມີ 7 ແຖວ, ສວ່ນທິດໄຕ້ ແລະ ທິດເໜືອມີ 10 ແຖວ ແຕ່ລະແຖວມີຊ່ອງກຸດບໍ່ເທົ່າກັນ, ແຕ່ຂະໜາດຂອງແຕ່ລະຊ່ອງເທົ່າກັນສູງ 0,23 m ກວ້າງ 0,15 m ເລີກ 11,5 cm ແຕ່ລະຊ່ອງກຸດຫ່າງກັນ 0,15 m ລວມທັງໝົດມີ 1164 ຊ່ອງ ແຕ່ລະຊ່ອງບັນຈຸພຣະພຸດທະຮູບ 2 ອົງ, ທັງໝົດມີ 2328 ອົງ (ອີງຕາມພົງສາວະດານລາວບັນທຶກໄວ້ເມື່ອມີ 276 ອົງທີ່ໂອບດວ້ຍເງີນ,ຄໍາ) ແຕ່ປະຈຸບັນບໍ່ມີແລ້ວຖືກລັກປຸ້ນເອົາໄປໃນປາງສົງຄາມ, ປະຈຸບັນປ່ຽນແທນດວ້ຍ ພຣະພຸດທະຮູບທີ່ທີ່ເຮັດດວ້ຍໄມ້, ດີນເຜົາ…

SA Game
ວັດສີສະເກດ “ສະຕະສະຫັສສາຣາມ”

ສວ່ນຝາທີ່ຂັ້ນກັບປ້ອງຢ້ຽມແມ່ນຮູບພາບທີ່ຊ່າງສິລະປະລາວແຕ້ມແຕ່ງໄວ້, ເປັນນິທານສອງເລື້ອງທີ່ປວງຊົນນິຍົມຊົມຊອບໃນສະໄໝຕົ້ນສັດຕະວັດທີ XIX ຄື : ຝາຜະໜັງໃນສິມເພີ່ນໄດ້ແຕ້ມຊາດົກເລື້ອງພະລະສັງຂະຫຍາ, ເຊິ່ງມີເຈົ້າຊາຍໂບກຂະລະພັດ ແລະ ວີວິເສດເປັນຕົວລະຄອນເອກ, ສາກຕ່າງໆ ຂອງຊາດົກພະລະສັງຂະຫຍາ ແມ່ນເຈາະຈົງແຕ້ມໃສ່ພື້ນທີ່ລະຫວ່າງປະຕູປ່ອງຢ້ຽມ ແລະ ຝາຫຼັງຂອງແທ່ນພຣະປະທານ, ຮູບແຕ້ມໄດ້ເລົ່າເຖິງຊີວິດອັນຕື່ນເຕັ້ນຂອງຕົວລະຄອນເອກພະຍາໂບກຂະລະພັດ ແລະ ພົງເຊື້ອຂອງພຣະອົງທີ່ໄດ້ຮັບໃຊຊະນະຫຼາຍໆ ບັ້ນ, ຍ້ອນວີວິເສດຂອງພຣະອົງກ່ອນທີ່ຈະໄດ້ກາຍເປັນພຣະໂພທິສັດ.

ຮູບເເຕ້ມໃນສິມໄດ້ຖືກເເຕ້ມຄືນໄໝ່ໂດຍສະເພາະໃນພາກສວ່ນລຸ່ມຂອງແຕ່ລະແຜ່ນພາບ, ເຊິ່ງເຮົາຈະເຫັນໄດ້ຄວາມແຕກຕ່າງຈາກຝີມືໃນການແຕ້ມຊຶ່ງບໍ່ລະອຽດປານີດໃນເມື່ອກ່ອນ.

ພາບແຕ້ມດັ່ງກ່າວມີຄວາມໝາຍສໍາຄັນທາງດ້ານປະຫວັດສາດການຂະຫຍາຍຕົວຂອງສາສະໜາພ້ອມທັງເປັນສັບສົມບັດອັນລໍ້າຄ່າຂອງສີລະປະໃນການແຕ້ມຂອງລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ວັດສີສະເກດ “ສະຕະສະຫັສສາຣາມ”