ອະນຸສອນສະຖານ ທ່ານ ມາ ໄຂຄຳພິທູນເມືອງເຊໂປນ ແຂວງສະ ຫວັນນະເຂດ

SA Game

ຂ​ປ​ລ

ພິ​ທີມອບອະນຸສອນສະຖານ ທ່ານ ມາ ໄຂຄຳພິທູນ ໃຫ້ອຳນາດການປົກຄອງ ເມືອງເຊໂປນ ຄຸ້ມຄອງ-ຮັກສາ

ບ້ານຜາບັງ ເມືອງເຊໂປນ ແຂວງສະ ຫວັນນະເຂດ ໄດ້ຈັດພິທີ ມອບອະນຸສອນສະຖານ ທ່ານ ມາ ໄຂຄຳພິທູນ ໃຫ້ອຳນາດການປົກຄອງເມືອງເຊໂປນ ເປັນຜູ້ເບິ່ງແຍງ ແລະ ປົກປັກຮັກສາໃນວັນທີ 21 ເມສາ 2022 ຜ່ານ​ມານີ້, ໂດຍມີ ທ່ານ ນາງ ຫລິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງ, ມີອຳນາດການປົກຄອງເມືອງເຊໂປນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ໂອກາດນີ້, ທ່ານ ທອງສະຫວັດ ໄຂຄຳພິທູນ ອະດີດພະນັກອາວຸດໂສບຳນານ ໄດ້ກ່າວວ່າ: ຂ້າພະເຈົ້າ ລູກຫລານຕະກຸນ ໄຂຄຳພິທູນ ໄດ້ມີສັດທາສ້າງອະນຸສອນສະຖານຂອງປູ່, ຂອງພໍ່ ມາ ໄຂຄຳພິທູນ ອາດີດນັກຮົບປະຕິວັດອະວຸດໂສ ຜູ້ທີ່ມີຄຸນງາມຄວາມດີ, ທັງເປັນລູກຫລານຂອງບ້ານຜາບັງ ເພື່ອເປັນການສະແດງຄວາມເຄົ້າຄົບຮັກ ແລະ ຮູ້ບຸນ ຄຸນຕໍ່ຜູ້ເປັນປູ່, ເປັນພໍ່ ທີ່ໄດ້ເສຍສະຫລະຊີວິດ ແລະ ອຸທິດຕົນ ເພື່ອພາລະກິດປະຕິວັດຕະຫລອດມາ.

SA Game
ຂ​ປ​ລ

ໄລຍະ 10 ກວ່າປີທີ່ຜ່ານມາ, ລູກຫລານຕະກູນ ໄຂຄຳພິທູນ ໄດ້ມີສັດທາ ແລະ ພະ ຍາຍາມສ້າງອະນຸສອນສະຖານ ນີ້ຂຶ້ນ ໂດຍຖືເອົາຄຳປາຖະໜາຂອງເພີ່ນກ່ອນທີ່ຈະເສຍຊີວິດ ໃນວັນທີ 02/04/1994 ທີ່ວ່າ: ໃຫ້ເອົາອັດຖິຂອງເພີ່ນ ເມືອສະຖິດໄວ້ທີ່ດິນແດນບ້ານຜ້າບັງ ແລະ ມື້ນີ້, ຕາງໜ້າໃຫ້ລູກຫລານຕະກຸນ ໄຂຄຳພິທູນ ຂໍມອບຄວາມຮັບຜິດຊອບເບິ່ງແຍງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງອະນຸສອນສະຖານແຫ່ງນີ້ໃຫ້ ຄະນະພັກ- ອໍານາດການປົກຄອງເມືອງເຊໂປນ ຢ່າງເປັນທາງການ.

ທ່ານ ທອງໃສ ໄຊຍະວົງຄໍາດີ ໄດ້ກ່າວວ່າ: ອະນຸສອນສະຖານ ຂອງທ່ານ ມາ ໄຂຄຳພິທູນ ແຫ່ງນີ້ ຈະກາຍເປັນບ່ອນສັກກະລະບູຊາ, ເປັນບ່ອນສຶກສາອົບຮົມທາງດ້ານແນວຄິດການເມືອງ ແລະ ເປັນຂີດໝາຍອີກແຫ່ງໜຶ່ງທີ່ສະແດງເຖິງ ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ. ໃນນາມຕາງໜ້າໃຫ້ອຳນາດການປົກຄອງແຂວງ ກໍຄື ເມືອງເຊໂປນ ຂໍປະຕິຍານຕໍ່ການນຳພັກ-ລັດວ່າ: ຈະເອົາໃຈໃສ່ສຸດຄວາມສາມາດໃນການເບິ່ງແຍງ, ຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດຂອງອະນຸສອນສະຖານ ແຫ່ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ.

SA Game
ຂ​ປ​ລ

ທ່ານ ມາ ໄຂຄຳພິທູນ ພະນັກງານປະຕິວັດອາວຸດໂສ ເກີດ 19.10.1909 ທີ່ບ້ານຜາບັງ ເມືອງເຊໂປນ ແຂວງສະຫວັນນະເຂດ. ນັບແຕ່ປີ 1945 ຖືກແຕ່ງຕັ້ງເປັນພະນັກ ງານຫລັກແຫລ່ງນຳພາທະຫານລາວອິດສະຫລະ ແລະ ອາສາສະໝັກຫວຽດນາມ; ປີ 1947-1949 ໄດ້ເຄື່ອນໄຫວຢູ່ແຂວງຫົວພັນ, ວັນທີ 20.01.1949 ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ; ປີ 1950 ໄດ້ຖືກແຕ່ງຕັ້ງເປັນກຳມະການສູນກາງແນວລາວອິດສະ ຫລະ; ປີ 1951 ຖືກແຕ່ງຕັ້ງເປັນຜູ້ແທນລັດຖະບານລາວຕໍ່ຕ້ານ ຢູ່ແຂວງພາກກາງ; ປີ 1953 ໄດ້ຮັບການແຕ່ງຕັ້ງເປັນປະທານປົກຄອງແຂວງຫົວພັນ; ປີ 1957 ລວມລາວ-ເປັນຮອງເຈົ້າແຂວງຫົວພັນ; ປີ 1958-60 ຖືກກັກຂັງພ້ອມບັນດາຜູ້ນຳ ຢູ່ຄຸກໂພນເຄັງ; ປີ 1961 ໄດ້ຖືກແຕ່ງຕັ້ງເປັນເລຂາພັກແຂວງ ແລະ ປະທານແຂວງຫົວພັນ; ປີ 1964 ໄດ້ໄປຍົກລະດັບທິດສະດີມາກ-ເລນິນ ຢູ່ຕ່າງປະເທດ; ປີ 1971 ໄດ້ຮັບການເລືອກຕັ້ງໃຫ້ເປັນເລຂາພັກແຂວງຫົວພັນ; ປີ 1972 ຖືກແຕ່ງຕັ້ງເປັນກຳມະການສູນກາງພັກ; ປີ 1975 ຖືກແຕ່ງຕັ້ງເປັນປະທານກຳມາທິການແຜນການແຫ່ງລັດ, ຖືກມອບໝາຍຈາກລັດຖະບານ ເປັນຫົວໜ້າຄະນະຂີດເສັ້ນຊາຍແດນ ລາວ-ຫວຽດນາມ; ປີ 1981 ຖືກແຕ່ງຕັ້ງເປັນລັດ ຖະມົນຕີ ປະຈຳສຳນັກງານນາຍຍົກລັດຖະມົນຕີ ຮັບຜິດຊອບການຂຸດຄົ້ນແຮ່ທາດຢູ່ແຂວງສະຫວັນນະເຂດ; ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ໄດ້ຖືກແຕ່ງຕັ້ງຄືນໃໝ່ເປັນກຳມະການສູນກາງພັກ; ປີ 1989 ໄດ້ອະນຸມັດໃຫ້ພັກການຮັບບຳນານ. ມາຮອດວັນທີ 02 ເມສາ ປີ 1994 ທ່ານ ມາ ໄຂຄຳພິທູນ ໄດ້ເສຍຊີວິດລວມ ອາຍຸ 85 ປີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.