ນາ​ຍົກ​ເນັ້ນ​ໃຫ້​ສົ່ງ​ເສີມ​ການ​ລົງ​ທືນ​ເຂົ້າ​ໃນ​ການ​ຜະ​ລິດ​ເປັນ​ສິນ​ຄ້າ​ຢູ່​ບໍ​ລິ​ຄຳ​ໄຊ.

SA Game

ພາບ: ກົມປະຊາສຳພັນ ຫສນຍ.

ນາຍົກ ເຄື່ອນໄຫວຢູ່ແຂວງບໍລິຄຳໄຊ ເນັ້ນໃຫ້ເອົາໃຈໃສ່ສົ່ງເສີມການລົງທຶນ ເຂົ້າໃນການຜະລິດເປັນສິນຄ້າ.

ບໍ​ລິ​ຄຳ​ໄຊ​ແມ່ນ​ແຂວງ​ໜຶ່ງ​ທີ່​ຈະ​ມີ​ໂອ​ກາດ​ທາງ​ທຸ​ລະ​ກິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ຈາກ​ລາວ​ໄປ​ໄທ​ເນືອງ​ຈາກໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງ ບໍລິຄຳໄຊ-ບຶງການ ປັດຈຸບັນ ຢູ່ໃນຂັ້ນຕອນກະກຽມເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງ, ຊຶ່ງຄາດວ່າ ຈະໃຊ້ເວລາໃນການກໍ່ສ້າງ ສາມ​ປີ ເລີມ​ຈາກທ້າຍ​ປີ​ 2020 ນີ້ ຫາ ທ້າຍ​ປີ 2023.

ໃນວັນທີ 18 ພະຈິກ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ແລະ ຊີ້ນຳວຽກງານ ແຂວງບໍລິຄຳໄຊ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍ ການນຳຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ ຢູ່ສະໂມສອນໃຫຍ່ ຂອງແຂວງ.

SA Game
ພາບ: ກົມປະຊາສຳພັນ ຫສນຍ.

ໃນໂອກາດນີ້, ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ໂດຍຫຍໍ້ ໃຫ້ຄະນະຂອງທ່ານ ນາຍົກລັດຖະມົນຕີ ຊາບວ່າ:ຄາດຄະເນ ປີ 2020 ເສດຖະກິດຂອງແຂວງ ຈະຂະຫຍາຍຕົວໃນລະດັບ 2,73% (ມູນຄ່າ 5.878 ຕື້ກີບ), ລາຍຮັບສະເລ່ຍໃສ່ຫົວຄົນ 2.136 ໂດລາສະຫະລັດ; ການເກັບລາຍຮັບເຂົ້າງົບປະມານ ພູດຂອງສູນກາງ ປະຕິບັດໄດ້ 67,12% ຂອງແຜນປີ (ແຜນດັດແກ້), ພູດຂອງແຂວງ ປະຕິບັດໄດ້ 65,61% ຂອງແຜນປີ (ແຜນດັດແກ້).

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ທາງແຂວງ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ເຊື່ອໝັ້ນວ່າ ຄະນະພັກຊຸດໃໝ່ ຈະນຳພາ ພັດທະນາແຂວງບໍລິຄຳໄຊ ແລະ ແກ້ໄຂສິ່ງທີ່ບໍ່ທັນສຳເລັດໃນ 5 ປີ ຜ່ານມາ.

SA Game
ພາບ: ກົມປະຊາສຳພັນ ຫສນຍ.

ພ້ອມກັນນີ້, ທ່ານໄດ້ຊີ້ນຳ ໃຫ້ເອົາໃຈໃສ່ບາງບັນຫາຕື່ມ ເປັນຕົ້ນ ສຶກສາຄືນ ຄວາມສາມາດບົ່ມຊ້ອນຂອງແຂວງ ໃນແຕ່ລະດ້ານ (ເປັນຈຸດໃຈກາງຂອງການເຊື່ອມຈອດແຕ່ເໜືອຮອດໃຕ້ ແລະ ເຊື່ອມໂຍງກັບບັນດາປະເທດໃກ້ຄຽງ, ການຄ້າ, ການລົງທຶນ, ການທ່ອງທ່ຽວ …)

ເພື່ອວາງແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ກຳນົດໂຄງການບູລິມະສິດ ໃນປະຈຸບັນ ກໍ່ຄືສະເພາະໜ້າ ແລະ ຍາວນານ; ສົ່ງເສີມການລົງທຶນ ເຂົ້າໃນການຜະລິດເປັນສິນຄ້າ ໂດຍສະເພາະ ກະສິກຳສະອາດ, ປອດສານພິດ ເພື່ອຮັບໃຊ້ພາຍໃນ ແລະ ເປັນສິນຄ້າເພື່ອສົ່ງອອກ ແລະ ຂະແໜງອື່ນ ທີ່ມີທ່າແຮງ; ເອົາໃຈໃສ່ຄຸ້ມຄອງຊັບພະຍາກອນທຳມະຊາດ, ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ບໍ່ໃຫ້ມີການລັກລອບຂຸດຄົ້ນ;

SA Game
ພາບ: ກົມປະຊາສຳພັນ ຫສນຍ.

ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໄປພ້ອມກັບການສ້າງ ແລະ ປັບປຸງສະຖານທີ່ທ່ອງທ່ຽວ ໂດຍສະເພາະ ການທ່ອງທ່ຽວແບບອານຸລັກທຳມະຊາດ, ວັດທະນະທຳ, ກະສິກຳ ແລະ ອື່ນໆ ຕາມທ່າແຮງຕົວຈິງຂອງແຂວງ ເພື່ອດຶງດູດການທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ໃຫ້ຫຼາຍຂຶ້ນ ແລະ ເພື່ອຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດ ພາຍຫຼັງບັນຫາໂຄວິດ-19 ໄດ້ຮັບການແກ້ໄຂ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຕາມຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ.

ພ້ອມກັນນັ້ນ ກໍ່ປັບປຸງແບບແຜນດຳລົງຊີວິດສູ່ແບບໃໝ່ ທີ່ດີກວ່າເກົ່າ ເປັນຕົ້ນ ການປະຢັດມັດທະຍັດ, ບໍ່ຟູມເຟືອຍ, ເພີ່ງຕົນເອງ, ກຸ້ມຕົນເອງ, ມີລະບຽບວິໄນ, ການຈັດງານດອງ, ງານປະເພນີຕ່າງໆ ທີ່ສົມເຫດສົມຜົນ ແລະ ອື່ນໆ; ເອົາໃຈໃສ່ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ດີ ໄປຄຽງຄູ່ກັບ ການຕ້ານ ແລະ ສະກັດກັ້ນ ບັນຫາຫາງສຽງບໍ່ດີໃນສັງຄົມ, ລວມທັງ ການໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີທີ່ບໍ່ດີ ຜ່ານສື່ອອນລາຍຕ່າງໆ ໂດຍເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ທຸກຄົນໃນສັງຄົມ ໃຫ້ຮັບຮູ້ ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເຂົ້າຮ່ວມ ຈັດຕັ້ງປະຕິບັດ ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໃຫ້ປະກົດຜົນເປັນຈິງ.

SA Game
ພາບ: ກົມປະຊາສຳພັນ ຫສນຍ.

ການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ແຂວງບໍລິຄຳໄຊຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ເພື່ອຊ່ວຍແຂວງ, ພ້ອມທັງ ນຳພາຄະນະ ລົງຢ້ຽມຢາມພື້ນທີ່ທຳການຜະລິດຕົວຈິງ ຄື: ກຸ່ມປູກພືດຜັກ ແລະ ຕົວແບບ ການລ້ຽງປາ ເປັນສິນຄ້າ ຢູ່ບ້ານປາກປຶງ, ເມືອງປາກຊັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ກົມປະຊາສຳພັນ ຫສນຍ.