ມາດ​ຕະ​ການ​ປ້ອງ​ກັນ​ໂຄວິດ-19 ເພີ່ມ​ຕື່ມ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ບານ

ກອງປະຊຸມລັດຖະບານສະໄໝສາມັນ ອອກມາດຕະການເພີ່ມໃນ​ການປ້ອງກັນພະຍາດໂຄວິດ-19.

ຈາກ​ທີ່ ສ​ປ​ປ ລາວ ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເພີ່ມ​ຕື່ມ​ອີກ14 ຄົນ​ຈາກ​ການ​ເດີນ​ທາງ​ເຂົ້າ​ມາ​ປະ​ເທດ​ລາວ ແລະ ໃນ​ນັ້ນ​ມີ​ຄົນ​ລາວ 1 ຄົນ​ທີ່​ຕິດ​ເຊື້ອ​ໂຄວິດ-19 ແລະ ເດັກ​ນ້ອຍ​ອາ​ຍຸ 12 ປີ​ ຄົນ​ໜື່ງ​ເຊິງ​ເປັນ​ຜູ້​ປ່ວຍ​ໂຄວິດ-19 ທີ​່​ເປັນ​ເດັກ​ນ້ອຍ​ຜູ້​ທຳ​ອິດ​ໃນ​ ສ​ປ​ປ ລາວ.

ດັ່ງ​ນັ້ນ, ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະ ຈິກ 2020 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້:

SA Game
ພາບ: ຫ້ອງວ່າການ​ສຳນັກງານ​ນາຍົກລັດຖະມົນຕີ

1. ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ. ຕໍ່ສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ ເປັນຕົ້ນ ຢາເສບຕິດ ແລະ ແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ, ເພີ່ມທະວີການຕິດຕາມກວດກາສື່ສັງຄົມອອນລາຍ ທີ່ອອກຂ່າວບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ, ສື່ມວນຊົນລາວ ຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອໃຫ້ຂໍ້ມູນຖືກຕ້ອງ ແລະ ຊັດເຈນແກ່ສັງຄົມຢ່າງທັນການ.

ກ່ຽວກັບສະພາບການຂອງສາກົນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະ ອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປະຈຸບັນ, ພ້ອມນີ້ ກໍ່ໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍ ຜົນການຕົກລົງຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃຫ້ມີປະສິດທິຜົນ.

2. ກອງປະຊຸມ ຮັບຊາບການລາຍງານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດ ໂຄວິດ 19, ການກວດພົບຜູ້ຕິດເຊື້ອໃໝ່ທີ່ເດີນທາງມາຈາກຕ່າງປະເທດ ແລະ ເຫັນດີຕໍ່ທິດທາງແຜນການໃນຕໍ່ໜ້າ.

ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການສະເພາະກ່ຽວ ກັບມາດຕະການເພີ່ມເຕີມ ທີ່ຈະປະຕິບັດ ແຕ່ນີ້ຈົນໝົດເດືອນທັນວາ 2020 ຕາມການລາຍງານຂອງຄະນະສະເພາະກິດ ແລະ ຕົກລົງເຫັນດີຂອງກອງປະຊຸມ. ພ້ອມນີ້, ໄດ້ຊີ້ນໍາໃຫ້ຄະນະສະເພາະກິດ ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ເພື່ອຮັບປະກັນບໍ່ໃຫ້ມີການລະບາດຮອບ 2.

ໃຫ້ເອົາໃຈໃສ່ຕິດຕາມສະພາບການລະບາດຂອງພະຍາດໃນທົ່ວໂລກ ຢ່າງໃກ້ຊິດ; ເຖິງແມ່ນວ່າ ຢູ່ປະເທດພວກເຮົາ ຈະບໍ່ມີການຕິດເຊື້ອພາຍໃນ ຕ້ອງສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈຢ່າງຈະ ແຈ້ງ, ມີສະຕິ ແລະ ຄວາມຮັບຜິດຊອບ ໃນການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ.

SA Game
ພາບ: ຫ້ອງວ່າການ​ສຳນັກງານ​ນາຍົກລັດຖະມົນຕີ

3. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຄັ້ງທີ 43 ທີ່ຈະຈັດຂຶ້ນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ໃນວັນທີ 6 ທັນວາ 2020.

ກອງປະຊຸມ ໄດ້ມີທິດຊີ້ນຳ ໃຫ້ຄະນະຮັບຜິດຊອບ ປັບປຸງເນື້ອໃນຍຸດທະສາດ ໃນການຮ່ວມມື ໄລຍະ 10 ປີ ລະຫວ່າງ ຄະນະຮ່ວມມື ລາວ-ຫວຽດນາມ ແລ້ວນໍາສະເໜີຂໍທິດຊີ້ນໍາຈາກກົມການ ເມືອງສູນກາງພັກ.

ກ່ຽວກັບວຽກງານພັດທະນາຊັບພະຍາກອນມະນຸດ ໃຫ້ເອົາໃຈໃສ່ໃນການຄັດເລືອກຜູ້ທີ່ຈະໄປສຶກສາຮໍ່່າຮຽນ ຫຼື ໄປຍົກລະດັບ ຕ້ອງຮັບປະກັນມາດຕະຖານເງື່ອນໄຂ ແລະ ມີຄຸນນະພາບ ພາຍຫຼັງຮຽນຈົບມາ ໃຫ້ສາມາດປະກອບອາຊີບ, ມີວຽກເຮັດງານທໍາ ແລະ ຖືກກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກແຕ່ລະອົງການ, ນອກນັ້ນ, ໃຫ້ກວດກາຄືນບັນດາໂຄງການຊ່ວຍເຫຼືອລ້າ ODA ທີ່ຈະລົງນາມ ຕ້ອງເປັນໂຄງການທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ບໍ່ແກ່ຍາວ.

4. ກອງປະຊຸມ ໄດ້ພິຈາລະນາ ຮ່າງດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2021. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ດໍາລັດດັ່ງ ກ່າວ ມີເນື້ອໃນສອດຄ່ອງກັບ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໃຫ້ມີຄວາມກະທັດຮັດ, ເຂົ້າໃຈງ່າຍ ແລະ ແທດເໝາະກັບສະພາບຕົວຈິງ ແລະ ເພື່ອໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການລະອຽດຂອງຕົນ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ເລີ່ມແຕ່ວັນທີ 01 ມັງກອນ ປີ 2021 ເປັນຕົ້ນໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງວ່າການ​ສຳນັກງານ​ນາຍົກລັດຖະມົນຕີ.