ລາວ ສາມາດຍາດໄດ້ທີ 3 ໃນການແຂ່ງຂັນກິລາ ARMY GAMES 2022

SA Game

Lao National Radio

ຜົນການແຂ່ງຂັນກິລາກິລາການທະຫານສາກົນ 2022 ກອງທັບປະຊາຊົນລາວຄອງ​ອັນ​ດັບ​ສາມ

ໄດ້​ກັບ​ມາ​ຄົບ​ຮອບ​ອີກ​ຄັ້ງ​ສຳ​ລັບກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ແລະ ໄດ້ຈັດພິທີສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ແຫ່ງສະຫະພັນລັດເຊຍ ໃນວັນທີ 21 ສິງຫາ 2022 ນີ້, ຄະນະກຳມະການຈັດການແຂ່ງຂັນ ໂດຍການເຂົ້າຮ່ວມເປັນປະທານ ທ່ານ ພັນເອກ ກຮູກະລົບ ອັນເດຮ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນລັດເຊຍ.

ສວນທິມນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ. ມີບັນດາ ຄະນະຮັບຜິດຊອບຊີ້ນຳທິມນັກກິລາ,ອານຸກຳມການ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃຫ້ຮູ້ວ່າ:

SA Game
Lao National Radio

ສຳລັບເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ (ARMY GAME 2022 ) (ໃນຮູບແບບຊ່າງແສງ ) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 5 ປະເທດ ເຂົ້າຮ່ວມຄື: ຣັດເຊຍ, ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອາຣເມເນຍ.

ສຳລັບທິມນັກກິລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ, ລົດຂຸດຂຸມຄອງ,ລົດສ້າງສີ່ງກີດຂວາງແຕກ,ລົດສ້າງສີ່ງກີດຂວາງບໍ່ແຕກ,ລົດທຳລາຍສະໜາມມີນ ,ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກກິລາເຂົ້າຮ່ວມຈຳນວນ21ສະຫາຍ

SA Game
Lao National Radio

ເຊິ່ງໄດ້ເລີ່ມການຝຶກຊ້ອມມາແຕ່ວັນ 8 – 21 ສິງຫາ 2022 ແມ່ນໄດ້ຈັດການແຂ່ງຂັນ ພ້ອມທັງຫຼຸບຜົນການແຂ່ງຂັນ ເຊິ່ງຜົນການແຂ່ງຂັນ ທີ l ສະຫະພັນລັດເຊຍ,ທີ່ ll ເບລາຣຸດ ແລະ ທີ lll ກອງທັບປະຊາຊົນລາວ.

SA Game
Lao National Radio

ການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ (ARMY GAME 2022) ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝເທື້ອລະກ້າວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio