​ຄຳ​ມ່ວນ​ຈະ​ພັດ​ທະ​ນາ​ພື້ນ​ທີ່ຮ່ອງ​ຮອຍ​ສົງ​ຄາມໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວ

SA Game

laoedaily.com.la

ຄຳມ່ວນຈະກຳນົດພື້ນທີ່ຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ.

ແຂວງ​ຄຳ​ມ່ວນ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ ແລະ ໜ້າ​ທ່ຽວ​ພັກ​ຜ່ອນຢ່າງ​ຫລວງ​ຫລາຍ ແລະ ທາງ​ຄະ​ນະ​ນຳ​ກໍ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ມີ​ແຫລ່ງ​ທ່ອງ​ທ່ຽວ​ໃຫ້​ຫລາກ​ຫລາຍ ເພື່ອ​ໃຫ້​ຕົວ​ແຂວງ​ເອງ​ກໍ​ຄື​ຄວາມ​ຄືກ​ຄື້ນ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃຫ້​ກັບ​ຄືນ​ມາ​ດີກວ່າ​ເກົ່າ​ຫລັງ​ຈາກ​ສະ​ພາບ​ການ​ລະ​ບາດ​ຂອງ​ໂຄວິດ-19 ຄອຍໆ​ເບົາ​ລົງ​ສູ່​ປົກ​ກະ​ຕິ.

ວັນທີ 23 ມິຖຸນາ 2021 ທີ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກຳນົດເອົາເຂດພື້ນທີ່ຂອງຮ່ອງຮອຍສົງຄາມທຳລາຍ (ຮ່ອງຮອຍລະເບີດ ໃນສະໄໝສົງຄາມ) ຢູ່ເມືອງບົວລະພາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ໂດຍການເປັນປະທານຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການກ່ຽວຂ້ອງຂັ້ນແຂວງ ພ້ອມດ້ວຍອຳນາດການປົກຄອງເມືອງບົວລະພາ ແລະ ຂະແໜງ ການຕ່າງໆຂັ້ນເມືອງເຂົ້າຮ່ວມ.

SA Game
laodaily.com.la

ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດຂອງເມືອງຕໍ່ກອງປະຊຸມ ພ້ອມດຽວກັນ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ກໍ່ໄດ້ຜ່ານກ່ຽວກັບຈຸດປະສົງ, ຄາດໝາຍ ແລະ ຄວາມສຳຄັນຂອງການອະນຸລັກຮັກສາຮ່ອງຮອຍສົງຄາມທຳລາຍໄວ້ ລວມເຖິງແຜນການເຄື່ອນໄຫວເບື້ອງຕົ້ນ ໃນການກຳນົດຂອບເຂດເພື່ອປັກຫຼັກໝາຍ.

ຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ແມ່ນມີຄວາມໂດດເດັ່ນທາງດ້ານປະຫວັດສາດ ມີທິວທັດທີ່ສວຍງາມ, ໃນບໍລິເວນອ້ອມຂ້າງແມ່ນມີພູຜາສູງຊັນຫຼາຍຮູບຫຼາຍສີສັນ, ມີສາຍນ້ຳ, ຫາດຊາຍ ແລະ ມີແກ້ງນ້ຳໄຫຼຕະຫຼອດປີ, ໃນຈຸດທີ່ເປັນຮ່ອງຮອຍຂອງສົງຄາມທຳລາຍແມ່ນມີວັງນ້ຳ ແລະ ມີປ່າໄມ້ທີ່ເກີດຂຶ້ນໃໝ່ຢັ່ງຢາຍຢູ່ອ້ອມຂ້າງທີ່ມີຄວາມສວຍງາມ ແລະ ມີຄວາມ ເໝາະສົມທີ່ຈະພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນ ໃຫ້ຫຼາຍຂຶ້ນ ໂດຍສະເພາະພາຍຫຼັງທີ່ພະຍາດໂຄວິດ-19 ໄດ້ຈາງຫາຍໄປ.

ຈຸດຮ່ອງຮອຍສົງຄາມແມ່ນຕັ້ງຢູ່ລຽບຕາມເສັ້ນທາງໂຮ່ຈິມິນ (ເສັ້ນທາງຈຸດສຸມຫຼັງຄັງ ຫາ ເມືອງບົວລະພາ) ແຕ່ຈຸດ 3 ແຍກເຂົ້າບ້ານຜານົບ ຫາ ບ້ານແສນພັນ ເຊິ່ງມີຄວາມຍາວປະມານ 10 ກິໂລແມັດ. ເຊິ່ງເປົ້າໝາຍຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ເພື່ອວາງແຜນໃນການກຳນົດຂອບເຂດຂອງຮ່ອງຮອຍປະຫວັດສາດ ເພື່ອສະເໜີອອກໃບຕາດິນທີ່ຂຶ້ນກັບການຄຸ້ມຄອງຂອງລັດ ແລະ ຂຶ້ນບັນຊີເປັນແຫຼ່ງທ່ອງທ່ຽວ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ແລະ ສ້າງໃຫ້ກາຍເປັນສະຖານທີ່ ໃນການສຶກສາ ຮຽນຮູ້ ໃຫ້ແກ່ຄົນຮຸ້ນສືບທອດ ກ່ຽວກັບປະຫວັດສາດຂອງຮ່ອງຮອຍ ສົງຄາມ ແລະ ເພື່ອເປັນການປູກຈິດສຳນຶກ ໃຫ້ຄົນຮຸ້ນຫຼັງ ໄດ້ສືບສານມູນເຊື້ອໃນການຕໍ່ສູ້ຢ່າງພິລະອາດຫານ ຂອງປວງຊົນລາວທັງຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com