ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານປະເທດ ຕ້ອນຮັບຄະນະຜູ້ແທນຈາກຫວຽດນາມ

SA Game

ໜັງສືພິມປະຊາຊົນ

ສະຫາຍ ຫງວຽນ ຊວນ ຖັງ ກໍາມະການກົມການເມືອງສູນກາງພັກຢ້ຽມຂໍ່ານັບປະ​ທານ​ປະ​ເທດ ສ​ປ​ປ ລາວ

 ໃນວັນທີ 5 ທັນວາ 2022 ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຊວນ ຖັງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ຊວນ ຖັງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສະເຫລີມມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ນາມ

SA Game
ໜັງສືພິມປະຊາຊົນ

ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ-ສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ ສສ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ

ພ້ອມນັ້ນ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ມາໂດຍຕະຫລອດ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານແລ້ວນັ້ນ ຈະໄດ້ຮັບການພັດທະນາ ແລະ ສືບຕໍ່ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບ ເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ