ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX

SA Game

ຂປລ.

ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ບົດລາຍງານການພັດທະນາເສດຖະກິດ-ການເງິນ ລັດຖະບານ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ໃນວັນທີ 6 ທັນວາ 2022 ເຊິ່ງເປັນມື້ທີ 2 ຂອງການດໍາເນີນກອງ​ປະ​ຊຸມ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດ ຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ.

ໃນນີ້ ໄດ້ມີ ສສຊ ຫລາຍເຂດກໍໄດ້ສະແດງຄວາມເປັນຫວ່ງຕໍ່ຫລາຍແຜນການ, ໂຄງການ ແລະ ບັນດາໜ້າວຽກຕ່າງໆ ຂອງລັດຖະບານທີ່ເຫັນວ່າບໍ່ບັນລຸໄດ້ຕາມແຜນການວາງໄວ້.

ດັ່ງທ່ານ ສາຍສະໝອນ ອິນທິເສນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາລະວັນໄດ້ມີຄໍາເຫັນວ່າ: ໄລຍະຜ່ານມາ, ເຖິງວ່າມີຫລາຍແຜນງານຂອງລັດຖະບານ ໄດ້ບັນລຸຕາມແຜນການວາງໄວ້ ແຕ່ກໍມີຫລາຍໂຄງການບໍ່ບັນລຸແຜນ.

ສະນັ້ນ, ໃນຕໍ່ໜ້າ, ຂະແໜງການຕ່າງໆຂອງພາກລັດຄວນຕ້ອງລົງເລິກຕື່ມໃນດ້ານຕ່າງໆຂອງບັນດາແຜນງານ ແລະ ໂຄງການ ທີ່ລັດໄດ້ກໍານົດໃນຜ່ານມາ ເພື່ອໃຫ້ແທດເໝາະກັບການລົງທຶນ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ທັງຮັບປະກັນຜົນປະໂຫຍດຂອງລັດ.

SA Game
ຂປລ.

ນອກນີ້,ການເໜັງຕີງຂອງລາຄາສິນຄ້າ ທີ່ມີລັກສະນະເພີ່ມຂຶ້ນແບບທົບເທົ່າ ໃນຫລາຍລາຍການ ກໍເກີດຈາກຂອດຄຸ້ມຄອງທີ່ຍັງບໍ່ທັນຮັດກຸມ ແລະ ບໍ່ທັນໄດ້ລົງເລິກບັນຫາຂອງຕົ້ນເຫດອັນແທ້ຈິງ ເພື່ອນໍາມາແກ້ໄຂ ຈຶ່ງພາໃຫ້ປະເທດເຮົາສືບຕໍ່ປະສົບບັນຫາ ລາຄາສິນຄ້າຫລືຄ່າຄອງຊີບທີ່ສູງ. ສ່ວນວຽກງານການລົງທຶນກໍພົບບັນຫາການບໍ່ໄຫລເຂົ້າຂອງເງິນຕາໃນຫລາຍໂຄງການ.

ຂະນະທີ່, ທ່ານ ບຸນລ້ອມ ແກ້ວບຸນໂຮມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບຸລີ ມີຄໍາເຫັນວ່າ: ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕ້ານການຟູມເຟືອຍໃນຂົງເຂດລັດ, ແຕ່ໃນຕົວຈິງແລ້ວກໍພົບເຫັນໃນຫລາຍຂົງເຂດ ແລະ ບາງອົງການຈັດຕັ້ງ ຍັງມີລັກສະນະການໃຊ້ຈ່າຍງົບປະມານລັດຟູມເຟືອຍ ແລະ ບໍ່ແທດເໝາະກັບສະພາບເງື່ອນໄຂສັງຄົມ ເຊິ່ງບັນຫານີ້ ມັນສະທ້ອນໃຫ້ເຫັນເຖິງເຫລື່ອມລໍ້າທາງດ້ານຖານະເສດຖະກິດໃນອົງການດ້ວຍກັນ. ນອກນີ້ ກໍສະເໜີໃຫ້ລັດຈັດສັນງົບປະມານເຂົ້າໃນຂົງເຂດວັດທະທໍາ-ສັງຄົມໃຫ້ເພີ່ມຂຶ້ນຕື່ມ ເພື່ອຮັບປະກັນໃຫ້ບັນດາຄາດໝາຍໃນຂົງເຂດດັ່ງກ່າວເປັນຕົ້ນ: ຂົງເຂດສາທາລະນະສຸກ, ການສຶກສາ, ແຮງງານ, ວັດທະນະທໍາ, ຖະແຫລງຂ່າວ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານອື່ນໆມີການປະຕິບັດທີ່ດີຂຶ້ນ.

SA Game
ຂປລ.

ສ່ວນທ່ານ ວຽງໄຊ ສີວິໄລ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ກໍມີຄໍາເຫັນສະເໜີລັດພິຈາລະນາຕື່ມໃນການຈັດສັນງົບປະມານ ເພື່ອຊໍາລະໜີ້ໂຄງການພາຍໃນ ໂດຍສະ ເພາະບັນດາໂຄງການທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ ເພື່ອໃຫ້ໂຄງການເຫລົ່ານັ້ນສາມາດສືບຕໍ່. ສ່ວນໂຄງການທີ່ສະເໜີສືບຕໍ່ກໍຄວນໄດ້ປະເມີນຄືນໃໝ່ດ້ານມູນຄ່າ ເພື່ອໃຫ້ມີຄວາມເໝາະສົມກັບຄວາມຕ້ອງ ການຕົວຈິງ ບໍ່ໃຫ້ເສຍງົບປະມານລັດໃນໂຄງການທີ່ບໍ່ມີປະສິດທິຜົນແບບຫລວງຫລາຍ.

ແນວໃດກໍຕາມ, ຍັງມີ ສສຊ ຫລາຍເຂດໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ບົດລາຍງານຂອງລັດຖະ ບານ ເຊິ່ງຕ່າງກໍໄດ້ສຸມໃສ່ບັນຫາເສດຖະກິດທີ່ມີຄວາມຫຍຸ້ງຍາກ, ບັນຫາໜີ້ສິນຂອງລັດ, ສະພາບເງິນເຟີ້ທີ່ເພີ່ມຂຶ້ນ, ການຄຸ້ມຄອງເງິນຕາບໍ່ທັຍຮັດກຸມ, ການຈັດສັນງົບປະມານທີ່ຊັກຊ້າ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ຍັງບໍ່ທັນປະຕິບັດໄດ້ຕາມເປົ້າໝາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.