ສົ່ງເສີມການທ່ອງທ່ຽວເປີດເທສະການອາຫານລີງທີ່ເມືອງຈຳພອນ
ເທສະການອາຫານລີງ ຄັ້ງທຳອິດ ຢູ່ບ້ານດົງເມືອງ ເມືອງຈຳພອນ ເພື່ອສົ່ງເສີມການທ່ອງທ່ຽວ
ຫລັງຈາກການລະບາດຂອງພະຍາດໂຄວິດ-19 ເບົາບາງລົງຫລາຍໆສະຖານທີ່ທ່ອງທ່ຽວໄດ້ກັບຄືນມາປັບປຸງ ແລະ ສ້າງຂື້ນໃໝ່ຂື້ນມາຈ່ຳນວນຫລາຍເພື່ອກະຕຸ້ນໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວໃຫ້ຫລາຍ, ຈາກແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ເມືອງຈຳພອນ ເປີດເທສະການອາຫານລີງ ຄັ້ງທຳອິດ ຢູ່ບ້ານດົງເມືອງ ເພື່ອເປັນການສົ່ງເສີມການທ່ອງທ່ຽວທາງທໍາມະຊາດດົງລີງ ທີ່ຕິດພັນກັບການທ່ອງທ່ຽວວັດທະນະທໍາ-ປະຫວັດສາດ ເຊື່ອມຕໍ່ວົງຈອນການທ່ອງທ່ຽວເມືອງຈໍາພອນ
ທັງເປັນການອະນຸລັກຮັກສາວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງຊຸມຊົນພາຍໃນເມືອງຈໍາພອນ ທີ່ມີຄຸນຄ່າ ແລະ ເປັນເອກະລັກ ໃຫ້ເປັນມໍລະດົກທ້ອງຖິ່ນ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການກະຕຸກຊຸກຍູ້ ເຮັດໃຫ້ທຸລະກິດທ່ອງທ່ຽວ ແນໃສ່ພັດທະນາ ແລະ ສົ່ງເສີມ ເມືອງຈໍາພອນ ໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນເມືອງທ່ອງທ່ຽວ.
ໂອກາດນີ້, ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະ ທານຈັດງານ ໄດ້ກ່າວວ່າ: ໃນການຈັດງານຄັ້ງນີ້, ແນໃສ່ການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ພ້ອມທັງເປັນການຕຸ້ນເສດຖະກິດ ດ້ານການທ່ອງທ່ຽວຂອງແຂວງສະຫວັນນະເຂດ ໂດຍສະເພາະການທ່ອງ ທ່ຽວເມືອງຈໍາພອນ ໃຫ້ມີທ່າອ່ຽງ ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະ ພັດທະນາ, ສົ່ງເສີມ ເມືອງຈໍາພອນ ໃຫ້ກາຍເປັນເມືອງທ່ອງທ່ຽວທາງດ້ານ ທໍາມະຊາດ, ປະຫວັດສາດ,ວັດທະນະທໍາ, ກະສິກໍາ ຕິດພັນກັບການບໍລິການທ່ອງທ່ຽວ ທີ່ມີຄຸນນະພາບ.
ນອກຈາກນີ້, ນັກທ່ອງທ່ຽວ ແລະ ແຂກທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນແຫ່ກວຽນໝາກໄມ້ ໃຫ້ອາ ຫານລີງ ເພື່ອໄປວາງໄວ້ຕາມຈຸດຕ່າງໆ ແລະ ທ່ອງທ່ຽວຕາມວົງຈອນທ່ອງທ່ຽວຂອງເມືອງ ເຊັ່ນ: ຊົມທິວທັດທີ່ສວຍງາມຂອງອ່າງນໍ້າສຸຍ ໃຫ້ອາຫານລີງ ແລະ ທ່ຽວຊົມຫໍໄຕປີດົກ ທີ່ບ້ານໜອງລຳຈັນ ຕື່ມອີກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.