ຕິດ​ຕາມ​ປຸກ​ລະ​ດົມ​ປະ​ຊາ​ຊົນ​ໃຫ້​ມີ​ນ້ຳ​ໃຈ​ຮັບ​ພິ​ຊອບ​ສັງ​ຄົມ​ນຳ​ກັນ

SA Game

ພາບ: laodaily.com.la

ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ລົງຕິດຕາມສະພາບການຄ້າຂາຍຢູ່ຕະຫຼາດ​ໃຫ້​ມີນໍ້າໃຈຮັບຜິດຊອບໃຫ້ຫຼາຍ.

ເນື່ອງ​ຈາກ​ສະ​ພາບ​ການ​ປະ​ຈ​ຸ​ບັນ​ການ​ແພ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19 ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ຫລາຍ​ພາກ​ສ່ວນ​ຫລາຍ​ຂະ​ແໜ່ງ​ການ​ເຊິງ​ ປະ​ຊາ​ຊົນ​ບາງ​ສ່ວນຍັງ​ປະ​ຕິ​ບັດ​ມາດ​ຕາ​ການ​ປ້ອງ​ກັນ​ໂຄວິດ​ບໍ່​ໄດ້​ດີ ແລະ ອີກ​ອັນ​ໜຶ່ງ​ຊາວ​ຄ້າ​ຂາຍ​ບາງ​ທ່ານ​ກໍ​ໄດ້​ສວຍ​ໂອ​ກາດ​ໃນ​ການ​ປັບ​ຂື້ນ​ລາ​ຄາ​ສິນ​ຄ້າ​ເຊິງ​ເປັນ​ການ​ສວຍ​ໂອ​ກາດ​ຍາມ​ທີ່​ຫລາຍໆ​ພາກ​ສ່ວນ​ກ່ຳ​ລັງ​ມີ​ບັນ​ຫາ​ຢູ່.

ສະ​ນັ້ນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ອຄ, ຫົວໜ້າພະແນກ ອຄ.ນວ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ຫ້ອງການ ອຄ ເມືອງ ລົງເຄື່ອນໄຫວກວດກາ, ຕິດຕາມ ສະພາບການຄ້າຂາຍ ແລະ ຄຸ້ມຄອງລາຄາສິນຄ້າ ລວມທັງ ມາດຕະການປ້ອງກັນພະຍາດໂຄວິດ-19 ທັງຜູ້ຂາຍ ແລະ ຜູ້ມາຊື້ສິນຄ້າ ເມື່ອວັນທີ 24 ເມສາ 2021 ຜ່ານມາ.

SA Game
ພາບ: laodaily.com.la

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ການລົງຕິດຕາມຄັ້ງນີ້ສໍາຄັນເບິ່ງການຄວບຄຸມລາຄາເຂົ້າ, ຊີ້ນ, ສິນຄ້າຕ່າງໆ ທີ່ປະຊາຊົນກໍາລັງຕ້ອງການ ແລະ ຊົມໃຊ້ຫຼາຍ ເຊິ່ງມາເຫັນແລ້ວ ຜູ້ຮັບຜິດຊອບຕະຫຼາດ ແລະ ເມືອງ ຕ້ອງຊີ້ນໍາໃຫ້ຊາວຄ້າຂາຍເອົາໃຈໃສ່ຕື່ມໃນການບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ. ຈາກການລົງຕິດຕາມຄັ້ງນີ້ເຫັນວ່າລາຄາເຂົ້າບາງປະເພດປັບຂຶ້ນລາຄາຈາກຕົ້ນທາງ; ສະນັ້ນ, ຮຽກຮ້ອງເຈົ້າໜ້າທີ່ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການການຄ້າເມືອງ ກວດກາຄືນຕື່ມ ການເໜັງຕີງຂອງລາຄາເຂົ້າ.

ໃນໂອກາດລົງຢ້ຽມຢາມຄັ້ງນີ້ໄດ້ລົງຕິດຕາມສະພາບຢູ່ຕະຫຼາດຂາຍພືດຜັກອິນຊີຢູ່ເດີ່ນໄອເຕັກ ໂດຍໄດ້ຮັບການລາຍງານຈາກ ທ່ານຄໍາພູ ພັນທະບູນ ຕ່າງໜ້າກຸ່ມປູກຜັກອິນຊີນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ການຂາຍສໍາລັບວັນເສົາ ມີທັງໝົດ 73 ເຕັນໂດຍມີຜູ້ມາຂາຍ 250 ໂຕະ, ປັດຈຸບັນມີສະມາຊິກປູກຜັກທັງໝົດ 204 ຄອບຄົວ, ມີເນື້ອທີ່ຜະລິດ 323 ເຮັກຕາ ໃນ 6 ຕົວເມືອງນະຄອນຫຼວງວຽງຈັນ.

ສ່ວນການລົງ ຕະຫຼາດກໍາແພງເມືອງບ້ານໜອງໄຮ ເມືອງຫາດຊາຍຟອງ ເຊິ່ງຕະຫຼາດດັ່ງກ່າວມີທັງໝົດ 78 ໂຕະສໍາລັບຂາຍຊີ້ນ, ຜັກ ແລະ ໝາກໄມ້, ສ່ວນເປັນຫ້ອງມີທັງໝົດ 31 ຫ້ອງ. ມາດຕະການປ້ອງກັນທາງແມ້ຄ້າໄດ້ຈັດຈຸດສໍາລັບຊື້ຂາຍ ແລະ ມີເຈວ, ມີສະບູ ແລະ ນໍ້າສໍາລັບລ້າງມື.

SA Game
ພາບ: laodaily.com.la

ການລົງຢ້ຽມຢາມຄັ້ງນີ້ ທັງເປັນການປຸກລະດົມໃຫ້ ພໍ່ແມ່ປະຊາຊົນ ຫຼື ຊາວຄ້າຂາຍ ຍົກສູງນໍ້າໃຈຮັບຜິດຊອບ ຮັບໃຊ້ສັງຄົມຫຼາຍກວ່າເກົ່າ, ຮຽກຮ້ອງເຈົ້າຂອງຕະຫຼາດ ຫຼື ຄະນະຈັດສັນຕະຫຼາດໃຫ້ມີການກວດກາອຸນນະພູມຄົນທີ່ຈະເຂົ້າຕະຫຼາດ ແລະ ແນະນໍາໃຫ້ໃສ່ຜ້າອັດປາກຕະຫຼອດເວລາທັງຜູ້ຂາຍ ແລະ ຜູ້ມາຊື້, ລວມທັງໂມງເປີດ ແລະ ໂມງປິດບໍ່ໃຫ້ມີການອັ່ງອໍ ສົນລະວົນ ໃນການຄ້າຂາຍ.

ໂອກາດດຽວກັນ ຄະນະລັດຖະມົນຕີກໍໄດ້ລົງຕິດຕາມສະພາບການນໍາເຂົ້ານໍ້າມັນຢູ່ຂົວມິດຕະພາບລາວໄທແຫ່ງທີ1 ເພື່ອເຮັດແນວໃດໃນການອໍານວຍຄວາມສະດວກໃນການນໍາເຂົ້ານໍ້າມັນເຊື້ອໄຟ ມີຄວາມສະດວກ, ປອດໄພ ແລະ ຮັບປະກັນໄດ້ມາດຕະການປ້ອງກັນພະຍາດໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la