ປີຜ່ານມາແຂວງອັດຕະປື ໄດ້​ສ້າງຜົນງານ​ອັນ​ໂດດເດັ່ນຫຼາຍດ້ານ

SA Game

dokchampakham.weebly.com

ແຂວງອັດຕະປື ສູ້​ຊົນ ແລະ ​ສ້າງຜົນງານ​ອັນ​ໂດດເດັ່ນໄດ້​ຫລາຍ​ດ້ານພາຍ​ໃນ​ 1 ປີ​ທີ​ແລ້ວ.

ບັນຫາຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ,ບັນຫາໄພທໍາມະຊາດ ແລະ ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ພວມກໍາລັງທໍາຮ້າຍຊິວິດຂອງຄົນໃນທົ່ວໂລກ ແລະ ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຄື​ບັນ​ຫາ ສະຫຼັບສັບຊ້ອນ ແລະ ທົວ​ໂລກ​ກໍ​ຍັງ​ກັງ​ວົນ​ກັບ​ພະ​ຍາດ​ລະ​ບາດ​ນີ້ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ໃນປີ ພສ 2563 ຜ່ານມາ.
ບັນຫາດັ່ງກ່າວຢູ່ປະເທດເຮົາກໍໄດ້ຮັບຜົນກະທົບບໍ່ໜ້ອຍ ເວົ້າລວມ,ເວົ້າສະເພາະກໍຄືຢູ່ແຂວງອັດຕະປື,ແຕ່ຍ້ອນພາຍໃຕ້ການ ຊີ້ນໍາໆພາຂອງສູນກາງພັກ-ລັດຖະບານ ກໍຄືຄວາມຮັບຜິດຊອບ ສູງຂອງຄະນະນໍາແຂວງ ບວກກັບ ຄວາມຕື່ນຕົວເປັນເຈົ້າການຂອງປະຊາຊົນບັນດາເຜົ່າຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນສາມາດຍາດໄດ້ຜົນງານກໍຄືສໍາເລັດໃນຫຼາຍດ້ານ.
SA Game
dokchampakham.weebly.com
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ໃຫ້ສໍາພາດເມື່ອບໍ່ດົນຜ່ານມານີ້ວ່າ:
ໃນປີ 2020 ຜ່ານມາ ໂດຍລວມແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມເປັນລະບຽຮຽບຮ້ອຍ,ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ລະດັບ 4,6 %,ລາຍຮັບຂອງປະຊາຊົນບັນລຸໄດ້ 2011 ໂດລາ ຫຼື ເທົ່າກັບ 18 ລ້ານ 6 ແສນກີບຕໍ່ຄົນ,ອັນທີ່ພົ້ນເດັ່ນພວກເຮົາສາມາດເຈັດ ເກັບລາຍຮັບເຂົ້າງົບປະມານໄດ້ 146 ຕື້ກວ່າກີບ,ລື່ນແຜນທີ່ສູນກາງວາງເພດານໄວ້ໃຫ້ ຈໍາ ນວນ 25 ຕື້ກວ່າກີບ,ມູນຄ່າສົ່ງອອກປະຕິບັດໄດ້ 120ກວ່າລ້ານໂດລາ, ລື່ນແຜນ 12%, ປະເພດ ສິນຄ້າສົ່ງອອກ ຕົ້ນຕໍມີ: ກະແສໄຟ ຟ້າ,ນໍ້າຕານຊາຍ,ຢາງພາລາແຫ້ງ,ໝາກກ້ວຍ,ໝາກມັງກອນ,ມັນຕົ້ນ.ສໍາລັບນໍ້າຕານໂດຍສະເພາະແມ່ນນໍ້າ ຕານອໍແກັນນິກ ປະຈຸບັນພວກເຮົາໄດ້ສົ່ງອອກໄປຈໍາ ໜ່າຍຢູ່ຕະຫຼາດທະວີບເອີລົບ ຫຼາຍກວ່າ 10 ປະເທດ,ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງ ເຂດອື່ນໆ ກໍໄດ້ຮັບການບູລະນະ,ຊີວິດການເປັນ ຢູ່ຂອງສະມາຊິກພັກ-ພະນັກງານ, ລັດຖະກອນ,ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈກໍນັບມື້ນັບດີຂຶ້ນ,ຄວາມທຸກຍາກນັບຖືກຕີຖອຍເປັນກ້າວໆ,ຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ກໍນັບມື້ຫຍັບເຂົ້າໃກ້ກັນ.
ໃນປີ ພສ 2564 ເປັນປີທີ່ມີຄວາມໝາຍຄວາມສໍາຄັນ ເຊິ່ງເປັນປີທໍາອິດຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ,ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງແຂວງ,ຊຶ່ງເປັນປີໜຶ່ງທີ່ມີສິ່ງທ້າທາຍ ແລະ ທົດສອບຫຼາຍດ້ານເປັນຕົ້ນ:
ການຕ້ານ ແລະ ສະກັດກັ້ນພະຍາດລະ ບາດ ໂຄວິດ-19 ເຊິ່ງພວມແຜ່ລາມເປັນວົງກວ້າງໃນທົ່ວໂລກ,ວຽກງານ ປກຊ-ປກສ, ປະກົດການຫຍໍ້ທໍ້ໃນດ້ານຕ່າງໆທີ່ເກີດຂຶ້ນໃນສັງຄົມ,ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ອື່ນໆ.ຊິ່ງທັງໝົດມັນຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ,ມີຄວາມເປັນເອກະພາບ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຜ່ານມາທຸກຄວາມຫຍຸ້ງຍາກ,ຕັ້ງໜ້າປະຕິບັດບັນດາຄາດໝາຍສູ້ ຊົນທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃຫ້ປະກົດຜົນເປັນຈິງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: Lao National Radio.